ນາຍົກ ເນັ້ນຫຼາຍບັນຫາ ຕໍ່ວຽກງານໂຍທາທິການ ແລະ ຂົນສົ່ງ

38

ນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ກະຊວງໂຍທາທິການແລະຂົນສົ່ງ ເອົາໃຈໃສ່ຄຸ້ມຄອງນໍ້າໜັກລົດ ຢ່າງເຂັ້ມງວດ, ສືບຕໍ່ບູລະນະສ້ອມແປງເສັ້ນທາງໃຫ້ມີຄວາມທົນທານ; ເອົາໃຈໃສ່ພັດທະນາລະບົບການຂົນສົ່ງສາທາລະນະ ແລະ ໂລຈິດສະຕິກໃຫ້ກາຍເປັນລະບົບທີ່ທັນສະໄໝ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມ ຕໍ່ກອງປະຊຸມ ວຽກງານໂຍທາທິການ ແລະ ຂົນສົ່ງ ທົ່ວປະເທດ ປະຈຳປີ 2023 ໃນຕອນເຊົ້າວັນທີ 9 ເມສາ 2024 ທີ່ຫໍປະຊຸມແຫ່ງຊາດ. ກ່ອນອື່ນທ່ານສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ເຊິ່ງໄດ້ເປັນເຈົ້າການຢ່າງຕັ້ງໜ້າ ໃນການນໍາພາຈັດຕັ້ງປະຕິບັດພາລະບົດບາດ ກໍຄື ໜ້າທີ່ການເມືອງຕາມການມອບໝາຍຂອງພັກ-ລັດ ເພື່ອຂະຫຍາຍພື້ນຖານໂຄງລ່າງ ໃຫ້ເຊື່ອມຈອດເຂົ້າສູ່ແລວເສດຖະກິດ ແລະ ເຂດການຜະລິດ ຕາມຄໍາເວົ້າທີ່ວ່າ ຄົມມະນາຄົມເປັນປາຍແຫຼມ, ການຄ້າເປັນຕ່ອງໂສ້; ພ້ອມທັງ ພັດທະນາລະບົບການຂົນສົ່ງ, ເຂດໂລຊິດສະຕິກ ແລະ ເຂດທ່າບົກທີ່ທັນສະໄໝ ເພື່ອສົ່ງເສີມການຜະລິດ ແລະ ບໍລິການຕາມແລວເສດຖະກິດພາຍໃນ ແລະ ພາກພື້ນ ບົນພື້ນຖານຫຼັກການ, ມີຈຸດສຸມ ແລະ ວ່ອງໄວ ເຊິ່ງໄດ້ປະກອບສ່ວນອັນໃຫຍ່ຫຼວງ ແລະ ສຳຄັນເຂົ້າໃນຜົນສຳເລັດລວມຂອງການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

อาจเป็นรูปภาพของ 3 คน และ ข้อความ

ເພື່ອເສີມຂະຫຍາຍບົດບາດໜ້າທີ່ໃຫ້ດີຂຶ້ນກວ່າເກົ່າ ຕາມທິດຂອງພັັກ ກໍຄືການຈັດຕັ້ງປະຕິບັດວຽກງານຂະແໜງການໂຍທາທິການ ແລະ ຂົນສົ່ງ ໃຫ້ມີປະສິດທິຜົນ ແລະ ມີຜົນສໍາເລັດສູງ ທ່ານນາຍົກລັດຖະມົນຕີ ກໍ່ໄດ້ມີຄໍາເຫັນໂອ້ລົມ ແລະ ຊີ້ນໍາ ໃຫ້ສືບຕໍ່ເອົາໃຈ ໃສ່ຕື່ມບາງດ້ານເປັນຕົ້ນ: ໃຫ້ຄະນະພັກ-ຄະນະນຳກະຊວງ ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນ ໃຫ້ມີຈັນຍາບັນ-ຈັນຍາທຳ, ມີ ຄວາມຊື່ສັດຕໍ່ວິຊາຊີບຂອງຕົນຢ່າງແທ້ຈິງ;

ຍົກລະດັບຄວາມສາມາດ ໃຫ້ຮັບປະກັນໃນການຈັດຕັ້ງປະຕິບັດວຽກງານ ຢ່າງມີຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດ ເປັນຢ່າງດີ; ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຄຸ້ມຄອງນໍ້າໜັກລົດບັນທຸກຕາມເສັ້ນທາງ ຢ່າງເຂັ້ມງວດ, ສືບຕໍ່ບູລະນະສ້ອມແປງເສັ້ນທາງ ໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກ, ມີຄວາມທົນທານຕໍ່ການປ່ຽນແປງສະພາບດິນຟ້າອາກາດ, ມີຄວາມຍືນຍົງ ແລະ ຮັບປະກັນ ຕໍ່ການອຳນວຍຄວາມສະດວກ ໃນການພັດທະນາເສດຖະກິດແຫ່ງຊາດ ກໍຄືອຳນວຍ ຄວາມສະດວກໃຫ້ແກ່ປະຊາຊົນບັນດາເຜົ່າ ໃນການດໍາລົງຊີວິດ, ການຂົນສົ່ງສິນຄ້າ, ການໄປມາຫາສູ່ເຊິ່ງກັນ ແລະ ກັນ, ຄຽງຄູ່ກັນນັ້ນ ກໍລະດົມພາກສ່ວນຕ່າງໆເປັນເຈົ້າການມີສ່ວນຮ່ວມ ປະກອບສ່ວນເຂົ້າໃນການພັດທະນາ, ຄຸ້ມຄອງນໍາໃຊ້ ແລະ ປັບປຸງເສັ້ນທາງ ໃຫ້ໄດ້ມາດຕະຖານ.

ເອົາໃຈໃສ່ພັດທະນາລະບົບການຂົນສົ່ງສາທາລະນະ ແລະ ໂລຈິດສະຕິກ ໃຫ້ກາຍເປັນລະບົບທີ່ທັນສະໄໝ ແລະ ລວມສູນ; ນິຕິກຳໃດ ທີ່ເຫັນວ່າບໍ່ສອດຄ່ອງ ກໍ່ໃຫ້ຮີບຮ້ອນຄົ້ນຄວ້າ ແລະ ປັບປຸງໃຫ້ທັນການ;

ເອົາໃຈໃສ່ຄຸ້ມຄອງການຈັດຕັ້ງປະຕິບັດຜັງເມືອງ ແລະ ການຄຸ້ມຄອງສິ່ງປຸກສ້າງ ຢ່າງເຂັ້ມງວດ ເພື່ອເຮັດໃຫ້ການພັດທະນາຕົວເມືອງ ຕິດພັນກັບການພັດທະນາໂຄງລ່າງ ເປັນມິດກັບສິ່ງແວດລ້ອມ ກ້າວໄປສູ່ການສ້າງຕົວເມືອງທີ່ໜ້າຢູ່, ທັນສະໄໝ ແລະ ມີຄວາມເປັນລະບຽບຮຽບຮ້ອຍ;

ສຸມໃສ່ການຫັນເປັນທັນສະໄໝ ແລະ ຮັບປະກັນຄວາມປອດໄພການບິນ ຕາມຍຸດທະສາດທີ່ກະຊວງວາງໄວ້ ໂດຍສະເພາະ ວຽກງານຮັບປະກັນ ຄວາມປອດໄພ ແລະ ປ້ອງກັນ ຄວາມປອດໄພການບິນ ໃຫ້ໄດ້ມາດຕະຖານຂອງອົງການການບິນພົນລະເຮືອນສາກົນ  (ICAO);

ສືບຕໍ່ຄົ້ນຄວ້າສ້າງແຜນຍຸດທະສາດຂະແໜງການບິນ ໂດຍນໍາໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນການຄຸ້ມຄອງບໍລິຫານ ຮັບປະກັນການສື່ສານເຊື່ອມໂຍງເຊື່ອມຈອດກັບສາກົນ ແລະ ພາກພື້ນ.

ພ້ອມນັ້ນ ໃນຕໍ່ໜ້າໃຫ້ຄົ້ນ ຄວ້າສ້າງແຜນປັບປຸງຍົກລະດັບ ແລະ ແຜນກໍ່ສ້າງສະໜາມບິນພາຍໃນປະເທດຕາມເງື່ອນໄຂທີ່ມີຄວາມເໝາະສົມ, ຄົ້ນຄວ້າບັນດາສະໜາມບິນພາຍໃນປະເທດທີ່ມີເງື່ອນໄຂ ເພື່ອກໍານົດເປັນສະໜາມບິນສາກົນ, ຄຽງຄູ່ກັບການສ້າງ ແລະ ພັດທະນາບຸກຄະລາກອນ ໃນຂົງເຂດວຽກງານດັ່ງກ່າວ ໃຫ້ເປັນມືອາຊີບ ແລະ ມີຄວາມຮັບຜິດຊອບດ້ານຕ່າງໆ;

ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາ 5 ປີ ຂອງຕົນແຕ່ນີ້ຮອດທ້າຍສະໄໝ ປີ 2025 ຢ່າງມີຈຸດສຸມ ເພື່ອປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ໃຫ້ບັນລຸເປົ້າໝາຍທີ່ວາງໄວ້. ໂດຍສະເພາະ ສຸມໃສ່ຈັດຕັ້ງປະຕິບັດໂຄງການທີ່ລົງທຶນໄປແລ້ວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທີຜົນ ແລະ ສໍາເລັດຕາມແຜນການ ພ້ອມທັງຄົ້ນຄວ້າພິຈາລະນາຄືນຢ່າງເຂັ້ມງວດ ຕໍ່ກັບສັນຍາສໍາປະທານ ບັນດາໂຄງການທີ່ບໍ່ມີປະສິດທິຜົນຫຼີກລ່ຽງການຈັບຈອງໂຄງການ ແລະ ເປີດໂອກາດໃຫ້ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີທ່າແຮງໄດ້ປະກອບສ່ວນຢ່າງເປັນຮູບປະທໍາ ແລະ ມີຜົນສໍາເລັດ.