ອະນາຄົດຂອງຊາດ! ເຍົາວະຊົນ 30 ນ້ອງຮ່ວມແຂ່ງຂັນກ໊ອຟລາຍການ Lao Junior Classic Tournament 2024 ຄັ້ງທໍາອິດ

34

ສໍາເລັດຢ່າງຈົບງາມສໍາລັບການແຂ່ງຂັນກີລາກ໊ອຟເພື່ອນ້ອງໆເຍົາວະຊົນລາວກັບລາຍການ Lao Junior Classic Tournament 2024 ເຊິ່ງຈັດຂຶ້ນເປັນຄັ້ງທໍາອິດ ທີ່ສະໜາມກ໊ອຟ ລາວ ຄັນທຣີ ຄລັບ ( Lao Country Club Golf Course ) ເມື່ອວັນທີ 30 ມີນາ 2024 ໂດຍມີນັກກີລາເຍົາະຊົນລາວເຂົ້າຮ່ວມ 30 ນ້ອງ.

ທ່ານ ຫຸມພັນ ທ່ອນຈັນທະວົງ ຜູ້ຈັດການທົ່ວໄປຂອງສະໜາມກ໊ອຟ ລາວ ຄັນທຣີ ຄລັບ ເປີດເຜີຍວ່າ: ຈຸດປະສົງຈັດການແຂ່ງຂັນລາຍການນີ້ຂຶ້ນມາເປັນຄັ້ງທໍາອິດ ເພື່ອພັດທະນາສີມືເຍົາວະຊົນກ໊ອຟສູ່ລະດັບສາກົນ ແລະ ໄດ້ພົບປະສ້າງສັນ ກັບໝູ່ໃໝ່ໆທີ່ເຂົ້າຮ່ວມ ລວມທັງຍັງເປັນການໃຫ້ນ້ອງໄດ້ເຄື່ອນໄຫວຢ່າງຕໍ່ເນື່ອງ ເພື່ອເປັນອະນາຄົດຂອງຊາດ ແລະ ແນ່ນອນຄັ້ງຈັດເປັນຄັ້ງທໍາອິດ ເຊິ່ງຈະມີການຕໍ່ຍອດໄປເລື້ອຍໆ ໂດຍປີນີ້ມີແຜນຈັດຢູ່ 3 ຄັ້ງ.

ສໍາລັບ ການແຂ່ງຂັນກ໊ອຟລາຍການ Lao Junior Classic Tournament 2024 ມີການແບ່ງອອກເປັນ 3 ສາຍ ຜ່ານການແຂ່ງຂັນປະກົດວ່າ:
-ສາຍ A: ຊະນະເລີດຕົກເປັນຂອງ ທ້າວ ສະວີຊັບ ວົງໄຊ ຄະແນນ 77
-ສາຍ B: ຊະນະເລີດຕົກເປັນຂອງ ທ້າວ ທະນາວັດ ສີຫາລາດ ຄະແນນ 81
-ສາຍ C: ຊະນະເລີດຕົກເປັນຂອງ Mr.William SENGPHACHAN ຄະແນນ 48
ຂ່າວ: Larh Creators; ຮູບຈາກ: Lao Country Club Golf Course