ເອົາໃຈແຟນໆນາງງາມ ເວທີ Miss Universe Laos2024 ປີນີ້ຂ່າວບັນເທີງບອກເລີຍສາວໆມີແຕ່ຜູ້ງາມໆ ຄວາມສາມາດຄົບມາດຕະຖານສູງບໍ່ທໍາມະດາ ເຊິ່ງໃນປີນີ້ສາວໆຕ້ອງພ້ອມທີ່ຈະເປັນ ນາງງາມຈັກກະວານລາວຄົນທີ 8 ຂໍພຽງເຈົ້າມີ “ ຫົວໃຈທີ່ແຂງແກ່ງ BRAVEHEARTພ້ອມທີ່ຈະປະຕິບັດໜ້າທີ່ນໍາສາຍສະພາຍລາວເຜີຍແຜ່ ຄວາມເປັນລາວອອກສູ່ສາຍຕາຊາວໂລກນັ້ນເອງ ແລະ ມື້ນີ້ຂ່າວບັນເທີງພາມາສ່ອງ 4ສາວຕົວເດັ່ນໃນຮອບ Pre-Audition ສາວງາມຜູ້ຜ່ານຮອບທຳອິດໃນເວທີດັ່ງກ່າວ.
ສາວງາມຄົນທໍາອິດ ທີ່ຂ່າວບັນເທີງຈະແນະນໍາໃຫ້ທຸກຄົນຮູ້ຈັກໃນມື້ນີ້ ນັ້ນກໍຄື ສາວ ຝົນ – ນ້ຳຝົນ ແກ້ວມະນີ ສາວນັກຮ້ອງໂອເປລ້າສາວງາມຄົນເກັ່ງຂອງລາວ ພ້ອມລົງຊີງມົງຈັກກະວານລາວ.
ເປົ້າໝາຍຂອງການປະກວດແມ່ນຢາກທ້າທາຍຕົວເອງໃນສິ່ງທີ່ບໍ່ເຄີຍເຮັດ ແລະ ຢາກເປັນບຸກຄົນແບບຢ່າງທີ່ດີຕໍ່ສັງຄົມ ຢາກໂຊຄວາມຮູ້ ຄວາມສາມາດ ພ້ອມປະສົບການທີ່ສະສົມມາ ເພື່ອເກີດປະໂຫຍດຕໍ່ສ່ວນລວມ.
ຜູ້ທີ່ສອງໃນຮອບ Pre-Audition ນັ້ນກໍຄືເມລີ – ມາລິນີ ອິນທະວົງ ນັກທຸລະກິດຍິງ ແຕ່ງດອງແລ້ວມີລູກໜ້າຮັກສອງຄົນ ສ່ວນເປົ້າໝາຍການປະກວດແມ່ນຢາກເປັນຜູ້ທີ່ສ້າງບົດບາດໃຫ້ແມ່ຍິງລາວມີຄວາມກ້າຫານກ້າສະແດງອອກ ແລະ ຢ່າຢຸດຝັນ ເຖິງມີອຸປະສັກຫຼາຍປານໃດກໍຕາມ.
ສາວງາມຄົນຕໍ່ມາທີ່ຂ່າວບັນເທີງບໍ່ເວົ້າເຖິງບໍ່ໄດ້ເລີຍ ນັ້ນກໍຄືສາວຄົນນີ້ ໝີພູ ພິຣັນຍາ ທິບພົມວົງ ສາວງາມມາກຄວາມສາມາດບໍ່ວ່າຈະເປັນນັກສະແດງ ແລະ ນັກທຸລະກິດ ນາງງາມທີ່ບໍ່ເຄີຍທໍ້ຖອຍ ກັບມາພິສູດຕົວເອງອີກຄັ້ງ ເທິງເວທີຈັກກະວານ ແລະ ເປົ້າໝາຍການປະກວດ: ຕັ້ງໃຈຢາກຂະຫຍາຍການຊ່ວຍເຫຼືອເພື່ອເດັກນ້ອຍກຳພ້າໃນເຂດຊົນນະບົດທີ່ຖືກຖິ້ມປະຕັ້ງແຕ່ເກີດ ເພື່ອໃຫ້ພວກເຂົາໄດ້ຮັບການສຶກສາ ແລະ ຊີວິດທີ່ດີໃນອະນາຄົດ ຕຳແໜ່ງມີສ ຢູນິເວຣີສລາວ ຈະສາມາດເປັນກະບອກສຽງທີ່ໃຫຍ່ຂຶ້ນໄດ້ ແລະ ເຮັດໃຫ້ມັນເປັນຮູບປະທຳຫຼາຍຂຶ້ນ.
ສຸດທ້າຍສາວງາມຄົນທີ 4ຈະແນະນໍາໃຫ້ຮູ້ຈັກໃນມື້ນີ້ນັ້ນກໍຄື ສາວ ສຸລິນດາ ພຸດທະສອນ ພິມມະໄກສອນ ສາວນາງແບບຜູ້ພັດທະນາຕົວເອງທຸກດ້ານ ທັງເບື້ອງໜ້າ ແລະ ເບື້ອງຫຼັງ ພ້ອມຄວ້າມົງກຸດ ນາງງາມຈັກກະວານລາວ ໃນປີນີ້ ແລະ ສໍາລັບເປົ້າໝາຍການປະກວດແມ່ນຢາກເປັນຜູ້ຜັກດັນການທ່ອງທ່ຽວລາວ ໃຫ້ກວ້າງໄກອອກໄປທົ່ວໂລກ ໂຊວັດທະນະທຳ ແລະ ສະຖານທີ່ທີ່ງົດງາມຂອງລາວສູ່ສາຍຕາຊາວໂລກ ໃນຖານະທີ່ຮຽນກ່ຽວກັບສາຂາທ່ອງທ່ຽວ.
ຂ່າວບັນເທີງເອງ ຂໍເປັນກໍາລັງໃຈໃຫ້ກັບສາວໆທຸກຄົນເດີ ເຮັດໃຫ້ເຕັມທີ່ເພື່ອຕາມຫາຝັນ ແລະ ເປັນເຈົ້າຂອງມົງກຸດໃນປີນີ້ໄປຄອງໃຫ້ໄດ້ ແລະ ທີ່ສໍາຄັນແມ່ນທາງກອງໄດ້ແລ້ວເດີສາວງາມທີ່ຈະເປັນຕົວແທນໃຫ້ກັບ 18 ແຂວງຂອງລາວເພື່ອຮ່ວມປະກວດໃນຮອບຕໍ່ໄປ ຖ້າຕິດຕາມການປະກາດກັນໄດ້ທາງເພຈ Miss Universe Laos ເດີ.