ເບ ສະຫວັນ ອິນເຕີ ຊຸກຍູ້ເຄື່ອງກິລາ-ນໍ້າດື່ມ ໃຫ້ ກົມໃຫຍ່ ຕຳຫຼວດ ປີທີ 2 ກຽມຮ່ວມງານກິລາ ທົ່ວກຳລັງ ປກສ ປະຈຳປີ 2024

38

ພິທີມອບ-ຮັບເຄື່ອງອຸປະກອນກິລາ ແລະ ອື່ນໆຂອງບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດຜູ້ດຽວ ໃນຄັ້ງນີ້ ມີຂຶ້ນ ໃນຕອນເຊົ້າມື້ນີ້ (21 ມີນາ 2024) ເປັນການກ່າວມອບໂດຍທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດຜູ້ດຽວ ທັງເປັນປະທານສະຫະພັນກິລາຄົນພິການຕາແຫ່ງຊາດລາວ ແລະ ຕາໜ້າກ່າວຮັບໂດຍທ່ານ ພັນເອກ ຈັນທອນ ເຮືອງຄຳໄຊ ຮອງຫົວໜ້າກົມຕຳຫຼວດສາກົນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ມີທ່ານ ບຸນມີ ໄຊຍະວົງ ຮອງປະທານສະຫະພັນກິລາຄົນພິການຕາແຫ່ງຊາດລາວ, ທ່ານ ຄອນສະຫວັນ ສິດທິໄທ ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ແລະ ທ່ານ ນາງ ສຸວັນນີ ອິນຕະພົມ ປະທານສະໂມສອນ ເບ ສະຫວັນ ເອັບຊີ ແລະ ບັນດາຫົວໜ້າພະແນກ-ຮອງພະແນກ, ກົມກອງອ້ອມຂ້າງ ກົມໃຫຍ່ ຕຳຫຼວດ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ສຳລັບເຄື່ອງຂອງບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດຜູ້ດຽວ ທີ່ນຳມາມອບໃຫ້ ກົມໃຫຍ່ ຕຳຫຼວດ ກະຊວງ ປກສ ໃນຄັ້ງນີ້ ປະກອບມີ ເຄື່ອງກິລາ 50 ຊຸດ, ບານສົ່ງ, ບານເຕະ, ກະຕໍ້, ຕາໜ່າງບານສົ່ງ ແລະ ກະຕໍ້ ແລະ ນໍ້າດື່ມ ທີ່ເປັນຜະລິດຕະພັນ ເບ ສະຫວັນ ຈຳນວນ 200 ແພັກ ລວມມູນຄ່າ 25 ລ້ານກີບ.
ຂ່າວໂດຍ ສົງການ ພັນແພງດີ