ກຽມຍົກລະດັບດ່ານບ້ານວັງ ເປັນດ່ານສາກົນໃນອີກບໍ່ດົນນີ້

280

ແຫລ່ງຂ່າວຈາກ ເມືອງໝື່ນ ແຊວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 12 ມີນາ 2024 ນີ້ ທີ່ແຂວງວຽງຈັນໄດ້ຈັດກອງປະຊຸມ ຮ່ວມຄະນະຮັບຜິດຊອບຂັ້ນສູນກາງ ແລະ ຂັ້ນແຂວງ ເພື່ອຊຸກຍູ້ການຍົກລະດັບ ດ່ານທ້ອງຖິ່ນບ້ານວັງ ເມືອງໝື່ນ ຂຶ້ນເປັນດ່ານສາກົນ ກອງປະຊຸມຈັດຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີ ທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງວຽງຈັນ, ມີຄະນະກຳມະການຂັ້ນສູນກາງ, ຄະນະກຳມະການຂັ້ນແຂວງ, ເຈົ້າຂອງໂຄງການ ແລະ ຜູ້ຮັບເໝົາກໍ່ສ້າງ ເຂົ້າຮ່ວມ.

May be an image of 13 people, people studying, table and text
ກອງປະຊຸມ, ທ່ານ ສີວຽງໄຊ ອໍລະບູນ ຫົວໜ້າຫ້ອງວ່າການແຂວງວຽງຈັນ ໄດ້ລາຍງານ ສະ ພາບໂດຍລວມ ກ່ຽວກັບການພັດທະນາ ແລະ ຍົກລະດັບດ່ານທ້ອງຖິ່ນບ້ານວັງ ເປັນດ່ານສາກົນ ພາຍ ຫລັງທີ່ໄດ້ຮັບການເຫັນດີໃຫ້ແຂວງວຽງຈັນ ດຳເນີນການກໍ່ສ້າງດ່ານບ້ານວັງ ຄະນະຮັບຜິດຊອບ ກໍໄດ້ຮີບຮ້ອນດຳເນີນການກໍ່ສ້າງ ປັບປຸງພື້ນຖານໂຄງລ່າງ ຕາມເງື່ອນໄຂ ແລະ ມາດຖານ ທີ່ກຳນົດໄວ້; ໄດ້ລົງຕິດຕາມຄວາມຄືບໜ້າ ສາມາດຕີລາຄາໄດ້ 75% ທາງດ້ານພື້ນຖານໂຄງລາງ ໃນຈຳນວນທັງໝົດ 15 ມາດຖານ ຕາມດຳລັດ 558/ລບ, ລົງວັນທີ 31 ທັນວາ 2018 ສາມາດແຍກໄດ້ມາດຖານທີ່ສຳເລັດ ເພື່ອຮອງຮັບການບໍລິການແຂກຕ່າງບ້ານ ແລະ ປະຊາຊົນໃນປະເທດໄດ້ເຖິງ 10 ມາດຖານ ແລະ ຍັງອີກ 5 ມາດຖານ ແມ່ນໄດ້ຮີບສືບຕໍ່ປັບປຸງດຳເນີນການກໍ່ສ້າງເປັນປົກກະຕິ, ເນື້ອທີ່ເຂດບໍລິເວນດ່ານ ລວມມີ 10,8 ເຮັກຕາ ປັດຈຸບັນ ສຳເລັດແລ້ວ 6,8 ເຮັກຕາ.

May be an image of 1 person and text
ໃນກອງປະຊຸມ ມີຄວາມເປັນເອກະພາບໃຫ້ຍົກລະດັບດ່ານທ້ອງຖິ່ນບ້ານວັງ ເມືອງໝື່ນ ຂຶ້ນເປັນດ່ານສາກົນ ພາຍຫລັງທີ່ແຂວງກຽມຄວາມພ້ອມຮອບດ້ານ ເຊັ່ນ: ດ້ານບຸກຄະລະກອນ, ເຄື່ອງມື-ອຸປະກອນ ແລະ ອື່ນໆ ແລ້ວໃຫ້ລາຍງານສູນກາງ ກຽມພ້ອມເປີດພິທີຢ່າງເປັນທາງການຕາມເງື່ອນໄຂ ແລະ ວັນ, ເວລາ ອັນເໝາະສົມ.

May be an image of 14 people