ແຂວງເຊກອງ ສົ່ງອອກຜະລິດຕະພັນກະສິກໍາ ຫຼາຍກວ່າ 25 ລ້ານໂດລາ

987

ປີ 2023 ແຂວງເຊກອງ ສົ່ງອອກຜະລິດຕະພັນກະສິກໍາ ບັນລຸ 25 ລ້ານກວ່າໂດລາສະຫະລັດ; ໃນນີ້ເດັ່ນກວ່າໝູ່ແມ່ນແປ້ງມັນຕົ້ນ 29.886 ໂຕນ ມູນຄ່າ 13,6 ລ້ານໂດລາ, ຮອງມາແມ່ນຢາງພາລາ ແລະ ກາເຟ.
ທ່ານ ຄໍາພັນ ພະສະແຫວງ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງເຊກອງ ລາຍງານເມື່ອບໍ່ດົນນີ້ວ່າ: ໃນປີ 2023 ແຂວງເຊກອງ ສາມາດສົ່ງອອກຜະລິດຕະພັນກະສິກໍາ ມູນຄ່າ 25,3 ລ້ານໂດລາສະຫະລັດ.


ສິນຄ້າກະສິກຳທີ່ພົ້ນເດັ່ນມີ: ມັນຕົ້ນແຫ້ງ 1.587 ໂຕນ ມູນຄ່າ 251.260 ໂດລາ, ແປ້ງມັນຕົ້ນ 29.886 ໂຕນ ມູນຄ່າ 13.684.757 ໂດລາ, ກາກມັນຕົ້ນ 2.814 ໂຕນ ມູນຄ່າ 259.720 ໂດລາ, ກາເຟ 1.620 ໂຕນ ມູນຄ່າ 3.897.600 ໂດລາ, ຢາງພາລາກ້ອນ 4.460 ໂຕນ ມູນຄ່າ 5.136.238 ໂດລາ, ມັນຝຣັ່ງ 230 ໂຕນ ມູນຄ່າ 92.000 ໂດລາ; ມັນດ້າງ 0,5 ໂຕນ ມູນຄ່າ 850 ໂດລາ ແລະ ຜະລິດຕະພັນໄມ້ແປຮູບ 8.142 ແມັດກ້ອນ ມູນຄ່າ 1.802.367 ໂດລາສະຫະລັດ ໃນປີ 2023 ທົ່ວແຂວງມີເນື້ອທີ່ປູກເຂົ້າທັງໝົດ 11.224 ເຮັກຕາ ເນື້ອທີ່ເກັບກ່ຽວ 11.171 ເຮັກຕາ ຜົນຜະລິດລວມ 45.457 ໂຕນ; ເນື້ອທີ່ປູກພືດສະບຽງອາຫານ 5.747 ເຮັກຕາ ເນື້ອທີ່ເກັບກ່ຽວ 5.229 ເຮັກຕາ ຜົນຜະລິດໄດ້ 44.364 ໂຕນ ແລະ ເນື້ອທີ່ປູກພືດເປັນສິນຄ້າ 30.485 ເຮັກຕາ ເນື້ອທີ່ເກັບກ່ຽວ 28.576 ເຮັກຕາ ຜົນຜະລິດ 377.510 ໂຕນ. ໃນນີ້, ເນື້ອທີ່ປູກກາເຟ 10.907 ເຮັກຕາ, ເນື້ອທີ່ໃຫ້ໝາກ 9.750 ເຮັກຕາ ຜົນຜະລິດ 41.324 ໂຕນ; ໝາກແໜ່ງ 561 ເຮັກຕາ ຜົນຜະລິດ 662 ໂຕນ; ມັນຕົ້ນທາດແປ້ງ 13.820 ເຮັກຕາ ຜົນຜະລິດ 267.597 ໂຕນ; ສາລີ 141 ເຮັກຕາ, ຜົນຜະລິດ 819 ໂຕນ; ກ້ວຍ 633 ເຮັກຕາ, ຜົນຜະລິດ 10.676 ໂຕນ; ໂສມ 314 ເຮັກຕາ, ຜົນຜະລິດ 650 ໂຕນ ແລະ ຜັກກະລໍ່າປີ 548 ໂຕນ, ຜົນຜະລິດ 31.634 ໂຕນ.


ທ່ານ ຄໍາພັນ ພະສະແຫວງ ໃຫ້ຮູ້ຕື່ມວ່າ: ນອກຈາກການປູກພືດ ແຂວງຍັງໄດ້ສົ່ງເສີມການລ້ຽງສັດເປັນສິນຄ້າ ດ້ວຍການລ້ຽງແບບເປັນຟາມ, ນໍາໃຊ້ແນວພັນທີ່ດີ, ນໍາໃຊ້ເຕັກນິກແບບໃໝ່ ແລະ ການຜະລິດອາຫານທີ່ມີຄຸນນະພາບໃຫ້ສັດລ້ຽງ. ປັດຈຸບັນມີການລ້ຽງສັດແບບເປັນຟາມ 17 ຟາມ; ໃນນີ້, ຟາມລ້ຽງງົວ 3 ຟາມ, ລ້ຽງໝູ 4 ຟາມ, ລ້ຽງສັດປີກ 3 ຟາມ ແລະ ລ້ຽງປາ 7 ຟາມ, ສາມາດຜະລິດຊີ້ນ, ໄຂ່, ປາ ແລະ ສັດນໍ້າ ໄດ້ທັງໝົດ 5.718 ໂຕນ, ສະເລ່ຍການບໍລິໂພກ 42,47 ກິໂລຕໍ່ຄົນຕໍ່ປີ.
ຈໍາໜ່າຍໝູຊີ້ນ 150 ໂຕ; ໄກ່ພັນໄຂ່ 12 ພັນໂຕ; ໄຂ່ 312.815 ແຕະ; ສົ່ງອອກສັດເປັນ ( ຄວາຍ, ງົວ, ໝູ, ແບ້ ແລະ ສັດປີກ ) 27.924 ໂຕ.
[ ຂ່າວ – ຮູບ: ສັນຍາ ]