ຂະບວນລົດໄຟສາກົນຕາມທາງລົດໄຟຈີນ-ລາວເປີດບໍລິການເພີ່ມອີກ2ສະຖານີ

2896

ອີງຕາມຂໍ້ມູນລາຍງານຈາກວິທະຍຸສາກົນແຫ່ງປະເທດຈີນໃຫ້ຮູ້ວ່າ ວັນທີ 8 ມີນານີ້, ກຸ່ມບໍລິສັດທາງລົດໄຟຈີນຈຳກັດສາຂາຄຸນຫມິງແຈ້ງໃຫ້ຊາບວ່າ ເພື່ອເສີມຂະຫຍາຍການໄປມາຫາສູ່ກັນ ດ້ານເສດຖະກິດການຄ້າ ແລະ ການແລກປ່ຽນດ້ານວັດທະນະທຳຢ່າງບໍ່ຢຸດຢັ້ງ, ເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ, ຕອບສະໜອງຄວາມຕ້ອງການໃນດ້ານການອອກເດີນທາງຂອງຜູ້ໂດຍສານຂ້າມຊາດ, ນັບແຕ່ວັນທີ 10 ມີນານີ້ເປັນຕົ້ນໄປ, ຈະເປີດບໍລິການໃຫ້ຂະບວນລົດໄຟໂດຍສານສາກົນຖ້ຽວ D87ແລະ D88 ແຕ່ນະຄອນຄຸນມີງຈີນ-ນະຄອນຫຼວງວຽງຈັນລາວຈອດເພີ່ມອີກ2ສະຖານີ ຈາກນີ້, ທາງລົດໄຟສາຍນີ້ມີສະຖານີໃຫ້ບໍລິການສຳລັບຂະບວນລົດໄຟສາກົນຈອດລວມທັງໝົດ ບັນລຸເຖິງ 10 ສະຖານີ.

May be an image of 1 person, train and text

ພ້ອມກັນນັ້ນ,ພາກສ່ວນທາງລົດໄຟຍັງໄດ້ປະສານສົມທົບກັບພາກສ່ວນຕ່າງໆເຊັ່ນ ດ່ານພາສີ ແລະ ດ່ານກວດກາຊາຍແດນເປັນຕົ້ນເພື່ອຫຼຸດເວລາຜ່ານດ່ານໃຫ້ໜ້ອຍລົງ, ສ່ວນເວລາແລ່ນລົດຂາດ່ຽວຍັງເປັນ 9 ຊົ່ວໂມງ 26 ນາທີຄືເກົ່າ.

May be an image of the Panama Canal and text that says '央视 新闻'
ສະຖານີລົດໄຟທີ່ເປີດບໍລິການເພີ່ມໃໝ່ເທື່ອນີ້ ແມ່ນສະຖານີຢວີ້ຊີ່ຂອງຈີນ ແລະ ສະຖານີເມືອງໄຊຂອງລາວ, ຜູ້ໂດຍສານຂອງນະຄອນຢວີ້ຊີ່ ແຂວງຢຸນນານຈີນ ແລະ ເມືອງໄຊ ແຂວງອຸດົມໄຊ ຂອງລາວ ສາມາດຂຶ້ນຂະບວນລົດໄຟໂດຍສານສາກົນຈີນ-ລາວ ຢູ່ສະຖານີຢວີ້ຊີ່ ແລະສະຖານີເມືອງໄຊ ເພື່ອເດີນທາງຂ້າມຊາດໄດ້.

May be an image of 10 people, train and text