15 ບຸກຄະລະກອນລາວ ສຳເລັດການຝຶກອົບຮົມພັດທະນາຜູ້ຝຶກສອນ ແລະ ກ້າວໄປເປັນຜູ້ຝຶກສອນລະດັບ LFF / AFC ‘’C‘’ DIPLOMA

14

15 ບຸກຄະລະກອນ 15 ທ່ານ ສຳເລັດການຝຶກອົບຮົມພັດທະນາຜູ້ຝຶກສອນ ແລະ ກ້າວໄປເປັນຜູ້ຝຶກສອນລະດັບ LFF / AFC ‘’C‘’ DIPLOMA ຢ່າງເປັນທາງການເມື່ອວັນທີ 5 ມີນາ 2024 ແລະ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຈັດພິທີປີດຝຶກອົບຮົມພັດທະນາຜູ້ຝຶກສອນແລະກ້າວໄປເປັນຜູ້ຝຶກສອນລະດັບ LFF / AFC ‘’C‘’ DIPLOMA ຂື້ນໃນວັນທີ 5 ມີນາ 2024, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ດຣ. ໄຊຊະນະ ທອງຄຳຈັນ ຄະນະບໍລິຫານສະຫະພັນບານເຕະແຫ່ງຊາດລາວ.

ທ່ານ ວົງມີໄຊ ສຸບົວຄຳ ຄະນະພັດທະນາຄູຝຶກໄດ້ລາຍງານໃຫ້ຮູ້ວ່າ: ການຝຶກອົບຮົມຄັ້ງນີເປັນຄັ້ງທໍາອິດທີ່ຈັດຂື້ນຢູ່ສປປລາວໂດຍມີຈຸດປະສົງເພື່ອສ້າງບຸກຄະລາກອນທາງດ້ານຄູຝຶກຕໍ່ຍອດໄປສູ່ການເປັນຜູ້ຝຶກສອນ LFF / AFC ” C ” DIPLOMA ໃນອະນາຄົດ. ການຝຶກອົບຮົມແມ່ນໃຊ້ເວລາ 5 ວັນ ເລີ່ມວັນທີ 1-5 ມີນາ 2024 ໂດຍມີຜູ້ເຂົ້າຮ່ວມຝຶກອົບຮົມ 15 ທ່ານ, ການຝຶກອົບຮົມແມ່ນມີທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເຊີ່ງເປັນການຮຽນຮູ້ແບບໃໝ່ພາຍໃຕ້ຫຼັກສູດການຮຽນຮູ້ຈາກ AFC ແລະ FIFA. ຊຶ່ງໃນປີຕໍ່ໄປຈະມີການສົ່ງຕົວແທນ 2 ທ່ານໃນ 15 ທ່ານນີ້ ເຂົ້າຮ່ວມການຝຶກອົບຮົມຂອງ FIFA ແລ້ວກັບມາເປັນຜູ້ຝຶກສອນ LFF / AFC ” C ” DIPLOMA ໃນອະນາຄົດ. ແລະ ອີກຈຸດໜຶ່ງຈະໄດ້ນໍາໃຊ້ທັງ 15 ທ່ານ ເຂົ້າເປັນຜູ້ຊ່ວຍຝຶກສອນ LFF / AFC ” C ”DIPLOMA ໃນການຝຶກອົບຮົມທີ່ຈະມາເຖິງນີ້.

ໃນໂອກາດດັ່ງກ່າວ ທ່ານ ດຣ ໄຊຊະນະ ທອງຄໍາຈັນ ໄດ້ໃຫ້ຄໍາເຫັນວ່າ ການຝຶກອົບຮົມໃນຄັ້ງນີ້ສໍາຄັນຫຼາຍຕໍ່ບັນດາຄູຝຶກຮຸ່ນໃຫມ່ ເພື່ອສ້າງບົດບາດໃຫ້ບັນດາຄູຝຶກ ລາວ ມີຜູ້ຝຶກສອນລະດັບ LFF / AFC ” C ” DIPLOMA ໃຫ້ຫລາຍໆຂຶ້ນ, ສຳລັບຢູ່ ສປປລາວ ມີບຸກຄະລາກອນທີ່ເປັນຄົນລາວ ພຽງຄົນດຽວຄືທ່ານ ວົງມີໄຊ ສຸບົວຄຳ ເປັນຜູ້ຝຶກສອນລະດັບ LFF / AFC ‘’ C ‘’ DIPLOMA.

ສໍາລັບ ເຂົ້າຮວ່ມກອງປະຊຸມນີ້ຍັງມີ ທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ – ວິທະຍາ ສຕລ ເປັນວິທະຍາກອນ, ທ່ານ Mohammad Herman B Zailani ຫົວໜ້າວຽກງານພັດທະນາຄູຝຶກ ສຕລ ເປັນວິທະຍາກອນພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ນັກສຳມະນາກອນ ເຂົ້າຮ່ວມ 15 ຄົນເປັນຍິງ 1 ຄົນ ທີ່ມາຈາກ ສຕລ, ບັນດາສະໂມສອນ ອ້ອມຂ້າງນະຄອນຫລວງວຽງຈັນ ແລະ ແຂວງສະຫວັນນະເຂດ.
ທີ່ມາ: ສຕລ