ປ່ອຍຕາມກົນໄກຕະຫຼາດຫຼື ຈະເຂົ້າແຊກແຊງ

100

ສູ່ມື້ນີ້ຕ້ອງຍອມຮັບວ່າກະແສການຂຶ້ນລາຄາສິນຄ້າບໍ່ມີທີ່ທ່າວ່າຈະຫຼຸດລົງຍ້ອນຫຼາຍສາເຫດ ຫາກເຂົ້າໃຈກົນໄກຕະຫຼາດກໍແມ່ນເລື່ອງປົກກະຕິໃນເມື່ອເງິນກີບອ່ອນຄ່າ ສິນຄ້າມັນກໍແພງຂຶ້ນ.

ບໍ່ແມ່ນແຕ່ສິນຄ້າປະເພດສະບຽງອາຫານທີ່ແລ່ນຂຶ້ນຄ່າບໍລິການຕ່າງໆກໍມີການປັບຕົວຂຶ້ນ ເຊິ່ງມໍ່ໆນີ້ກໍແມ່ນຄ່າທຳນຽມບໍລິການໜັງສືຜ່ານແດນ, ຄ່າບໍລິການອິນເຕີເນັດ – ໂທລະສັບ ແລະ ອື່ນໆຍັງບໍ່ເວົ້າເລື່ອງລາຄານໍ້າມັນທີ່ຂຶ້ນຫຼາຍຮ້ອຍ ແຕ່ລົງພັດໜ້ອຍດຽວ.

ເມື່ອສະພາບເປັນແນວນີ້ກໍເລີຍມີຄຳເຫັນວ່າ ປ່ອຍຕາມກົນໄກຕະຫຼາດໃຫ້ມັນໄປຕາມກະແສບໍ? ຫຼື ວ່າຈະເຂົ້າແຊກແຊງໃນບາງຕົວສິນຄ້າ ເພື່ອຄວາມຢູ່ລອດຂອງຜູ້ທີ່ມີລາຍຮັບຕໍ່າວ່າຊັ້ນ!.

ຜູ້ຂຽນບໍ່ມີຄວາມຮູ້ດ້ານເສດຖະສາດ ສະນັ້ນຈຶ່ງບໍ່ສາມາດຕອບຄຳຖາມນີ້ໄດ້? ກໍພະຍາຍາມຊອກຫາຂໍ້ມູນຢູ່ວ່າພາກສ່ວນກ່ຽວຂ້ອງເພິ່ນຊິແກ້ແນວໃດ? ແຕ່ຍັງຊອກຂໍ້ມູນບໍ່ທັນໄດ້ນໍ? ສ່ວນກໍລະນີການເກັບລາຍຮັບຈາກຖານລາຍຮັບທີ່ເກີດໃໝ່ນັ້ນ ກໍມີລະບຽບການອອກມາແລ້ວ ເລື່ອງການເກັບລາຍຮັບຈາກການຂາຍອອນລາຍ ແຕ່ມີຜູ້ຕັ້ງບັນຫາວ່າ: ຄວນຕັ້ງບັນຫາເລື່ອງການເກັບລາຍຮັບຈາກພຸດທະພານິດ ວ່າຊັ້ນ! ເພາະມີເສດຖີໜ້າໃໝ່ເກີດຂຶ້ນຫຼາຍສົມຄວນຈາກແຫຼ່ງທຸລະກິດນີ້… ຜູ້ຕັ້ງບັນຫາກ່າວເຖິງການເກັບອາກອນລາຍໄດ້ຈາກວັດ ຫຼື ສຳນັກສາສະໜາ ໂດຍສະເພາະແມ່ນໃນຕົວເມືອງໃຫຍ່ ຫຼື ແຫຼ່ງທ່ອງທ່ຽວ ເພິ່ນຕັ້ງບັນຫານີ້ຂຶ້ນ ເພາະມີຂ່າວເປັນກະແສເລື່ອງຂໍ້ຂັດແຍ່ງລະຫວ່າງວັດ ແລະ ບ້ານ ເລື່ອງຜົນປະໂຫຍດທີ່ມີແຜ່ຫຼາຍວ່າຊັ້ນ!.

ບໍ່ທໍ່ນັ້ນພວກເພິ່ນຍັງກ່າວຕື່ມວ່າ: ໃນຂະນະທີ່ຂົງເຂດອື່ນມີຂໍ້ຈຳກັດເລື່ອງລາຍຮັບ ແຕ່ຂົງເຂດພຸດທະພານິດບໍ່ຄ່ອຍມີບັນຫາຍັງຄົງດຳເນີນທຸລະກິດໄປໂດຍດີ ແລະ ມີກຳໄລສູງ ບັນຫານີ້ຢາກໃຫ້ພາກສ່ວນສ້າງລາຍຮັບຕັ້ງເປັນບັນຫາອາດມີລາຍຮັບເຂົ້າລັດຢ່າງເປັນກອບເປັນກຳວ່າຊັ້ນ!.

ເວົ້າກວ້າງໄປ! ຂໍກ້ຽວເຂົ້າມາສູ່ການແຊກແຊງລາຄາສິນຄ້າກໍຄືຄ່າການບໍລິການອື່ນໆນັ້ນຄົງເປັນເລື່ອງລຳບາກ ເພາະມັນຕ້ອງເວົ້າເຖິງກ້ອນເງິນມະຫາສານຖອກເທເຂົ້າໄປບໍ່ຕ່າງຫຍັງກັບເລື່ອງການເໜັງຕີງຂອງເງິນຕາຕ່າງປະເທດ ຄັນເຮົາມີເງິນມີກອງທຶນກໍສາມາດດຶງໃຫ້ມັນຈຶ້ງຢູ່ຈຸດໃດຈຸດໜຶ່ງຕາມຄວາມຕ້ອງການນໍ?.

ຂໍຝາກບັ້ງເລກນີ້ເຖິງຜູ້ຮູ້ທັງຫຼາຍຊ່ວຍອອກມາອະທິບາຍ ແລະ ໃຫ້ຂໍ້ມູນແດ່ວ່າຈະມີວິທີການຢ່າງໃດ? ເພາະຄົນສ່ວນໃຫຍ່ຢາກຮູ້!..

ສະເໜີແລກປ່ຽນ