ທ່ານນາຍົກໂອ້ລົມ ໃຫ້ທິດຊີ້ນຳພະນັກງານຫຼັກແຫຼ່ງໃນກະຊວງພະລັງງານ ແລະບໍ່ແຮ່

34

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຊີ້ນຳວຽກງານ ກະຊວງພະລັງງານ ແລະ ບໍ່ແຮ່ໃນວັນທີ 1 ມີນາ 2024 ທີ່ສຳນັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ ພາຍຫຼັງຮັບຟັງການລາຍງານສະພາບການ ເຄື່ອນໄຫວວຽກງານທີ່ພົ້ນເດັ່ນ ຂອງກະຊວງພະລັງງານ ແລະບໍ່ແຮ່ ຈາກທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່. ຈາກນັ້ນ, ທ່ານ ນາຍົກ ລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບການພັດທະນາພະລັງງານໄຟຟ້າ ຢູ່ປະເທດລາວ ກໍຄື ສະພາບລົງທຶນທີ່ພົ້ນເດັ່ນ ໃນຂະແໜງພະລັງງານ ແລະບໍ່ແຮ່ ທັງໂຄງການທີ່ເຮັດໄດ້ດີ ແລະ ໂຄງການທີ່ບໍ່ມີປະສິດທິຜົນລວມທັງ ບັນຫາຄົງຄ້າງ ແລະ ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນທີ່ຈະຕ້ອງໄດ້ສືບຕໍ່ສຸມໃສ່ປັບປຸງແກ້ໄຂໂດຍໄວ.

May be an image of 5 people, dais, temple and text
ທ່ານນາຍົກຍັງໄດ້ໃຫ້ກຽດເຜີຍແຜ່ເນື້ອໃນ ທິດຊີ້ນຳຂອງສະຫາຍເລຂາ ທິການໃຫຍ່, ປະທານປະເທດ ກ່ຽວກັບ “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ” ຫລື ເອີ້ນວ່າ “ສອຈ”ໃຫ້ໄປຈັດຕັ້ງຜັນຂະຫຍາຍສູ່ວຽກງານ ຂົງເຂດຄວາມຮັບຜິດຊອບຂອງຕົນ ໃຫ້ປະກົດຜົນເປັນຈິງ. ພ້ອມດຽວກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ທົບທວນຄືນບັນດານະໂຍບາຍ ການສະໜອງໄຟຟ້າໃຫ້ທົ່ວສັງຄົມ ເພື່ອໃຫ້ສອດຄ່ອງ ແລະ ເປັນການປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ກໍຄື ການແກ້ໄຂຄວາມທຸກຍາກ ໃຫ້ດີຂຶ້ນເປັນກ້າວໆ; ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິຕົກລົງຂອງລັດຖະບານ ກ່ຽວກັບການສົ່ງເສີມການນໍາໃຊ້ພາຫະນະ ທີ່ນໍາໃຊ້ພະລັງງານໄຟຟ້າ ກໍຄື ພະລັງງານສະອາດ ທີ່ປະເທດເຮົາມີທ່າແຮງໃຫ້ຫລາຍຂຶ້ນເປັນກ້າວໆ.

May be an image of one or more people, dais and text

ສືບຕໍ່ສຸມໃສ່ປະເມີນບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຢູ່ບັນດາແຂວງທີ່ຍັງບໍ່ທັນສຳເລັດ; ສືບຕໍ່ຄົ້ນຄວ້າກໍານົດມາດຖານເງື່ອນໄຂ ໃນການພິຈາລະນາອະນຸຍາດ ບໍລິສັດລົງທຶນພັດທະນາບໍ່ແຮ່ ເປັນຕົ້ນ ເງື່ອນໄຂດ້ານເຕັກນິກ, ດ້ານການເງິນ, ການຖືຄອງບັນຊີເງິນຕາ ໂດຍໃຫ້ຮ່າງເປັນນິຕິກຳສະເພາະ; ສືບຕໍ່ຜັນຂະຫຍາຍ ມະຕິ 25/ກມສພ ຕິດພັນກັບຈັດຕັ້ງປະຕິບັດ ຄຳສັ່ງເລກທີ 34/ນຍ ວ່າດ້ວຍທິດທາງ, ເປົ້າໝາຍ ແລະ ມາດຕະການ ສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານ ເປັນຫົວໜ່ວຍພັດທະນາ;​​ ຄົ້ນຄວ້າຕີລາຄາ ຄວາມສາມາດຮອງຮັບ ທາງດ້ານນິຕິກໍາຄຸ້ມຄອງວຽກງານ, ສືບຕໍ່ແບ່ງຂັ້ນຄຸ້ມຄອງວຽກງານ ໃຫ້ລະອຽດຈະແຈ້ງ ຕາມທິດແບ່ງຄວາມຮັບຜິດຊອບ ມອບໃຫ້ທ້ອງຖິ່ນຫລາຍຂຶ້ນ, ລວມທັງ ການສ້າງບຸກຄະລາກອນ ໃຫ້ມີຄວາມເຂັ້ມແຂງ ທາງດ້ານເຕັກນິກວິຊາການ ໃຫ້ທ້ອງຖິ່ນ.

May be an image of one or more people, dais and text

ສືບຕໍ່ປະຕິບັດວຽກງານຕິດຕາມ, ກວດກາບັນດາໂຄງການ ທີ່ຂະແໜງການຕົນຄຸ້ມຄອງ ໃຫ້ແຂງແຮງ ແລະ ຕັ້ງໜ້າກວ່າເກົ່າ; ສືບຕໍ່ປັບປຸງ ຂອດການປະສານງານກັບພາກສ່ວນຕ່າງໆ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມໂລ່ງລ່ຽນ ແລະ ກົມກຽວ; ສືບຕໍ່ຄຸ້ມຄອງ ແລະ ດັດສົມໂຄງການລົງທຶນດ້ານຕ່າງໆ ໃຫ້ມີປະສິດທິຜົນສູງ; ສືບຕໍ່ເປັນໃຈກາງປະສານ ການແຈ້ງໂຈະຊົ່ວຄາວ ຫລື ຍົກເລີກສັນຍາໂຄງການ ຕໍ່ບັນດາກິດຈະການທີ່ບໍ່ມີປະສິດທິຜົນ ຫລື ມີຜົນກະທົບ ບົນພື້ນຖານດຳເນີນຕາມຂັ້ນຕອນ, ບັນດາລະບຽບການ, ນິຕິກໍາ ແລະກົດໝາຍທີ່ກ່ຽວຂ້ອງຢ່າງເຄັ່ງຄັດ.

May be an image of 11 people, dais and text
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.