ສາເຫດ ແລະ ວິທີຮັກສາ ຄໍອັກເສບ

69

ຄໍອັກເສບ Tonsillitis ມັກພົບເປັນປະຈໍາກັບທຸກເພດທຸກໄວ ເປັນການເຈັບຢູ່ບໍລິເວນຊີ້ນຢູ່ໃນລໍາຄໍ ຕ່ອມທອນຊິລ, ກ່ອງສຽງ ແລະ ສ່ວນອື່ນໆທີ່ເຮັດໃຫ້ເກີດອາການເຈັບ, ຄັນໃນລໍາຄໍ ແລະ ມັກມີອາການໃນເວລາກິນນ້ຳ ຫຼື ເຂົ້າລົງໄປ ລວມທັງການເຮັດໃຫ້ໄອ,ສຽງປ່ຽນຜິດປົກກະຕິ. ສາເຫດຂອງອາການເຈັບຄໍ ສາມາດແບ່ງອອກ 2 ສາເຫດ ຫຼື 2 ປະເພດຄື:

อาจเป็นรูปภาพของ 1 คน

  1. ການຕິດເຊື້ອໄວຣັສ ສາມາດຫາຍໄດ້ເອງພາຍໃນ 3-7ມື້ ໂດຍບໍ່ຈໍາເປັນຕ້ອງກິນຢາ ເຊິ່ງແຕກຕ່າງຈາກການເຈັບຄໍທີ່ເກີດຈາກການຕິດເຊື້ອ ແບັກທີເຣຍຈະມີອາການດົນກວ່າ ແລະຕ້ອງກິນຢາຕາມທີ່ແພດແນະນໍາ.
  2. ການເຈັບທີ່ບໍ່ໄດ້ມາຈາກສາເຫດຕິດເຊື້ອ ບາງພະຍາດສາມາດເຮັດໃຫ້ເກີດອາການເຈັບຄໍຫຼືຄໍອັກເສບໄດ້ຄືກັນເຊັ່ນ: ໄຊນັສ,ພູມແພ້,ອາຊິດ reflux ລວມທັ້ງພຶດຕິກຳບາງຢ່າງທີ່ເຮັດໃຫ້ເກີດມາອາການເຈັບຄໍເຊັ່ນ:ສູບຢາ,ດື່ມສິ່ງມືນເມົາ,ມັກກິນອາຫານທອດນໍ້າມັນ,ອາຫານເຄັມ.

ການຕິດເຊື້ອຈາກໄວຣັສ ມັກມີອາການຄືກັບໄຂຫວັດ,ມີໄຂ້,ໄອ,ນ້ຳມູກໄຫລ,ສຽງແຫບ ເຈັບບໍ່ມີຄວາມຮຸນແຮງນ້ອຍ-ປານກາງ ຄໍແລະທອນຊິລ ບວມສີແດງ ແຕ່ສິ່ງສໍາຄັນຄືບໍ່ມີຈຸດໜອງ,ມັກມີອາການເຈັບເມື່ອຍຕາມຊີ້ນຕາມຕົວ. ສ່ວນການຕິດເຊື້ອຈາກແບັກທີເຣຍ ຈະມີໄຂ້,ຄັດດັງແລະເຈັບຕຶງໜ້າ ແຕ່ມັກບໍ່ມີອາການໄອ,ລີ້ນເປັນຝ້າ,ຄໍແດງ,ລີ້ນໄກ່ແລະ ທອນຊິລບວນແດງ ມີຈຸດສັງເກດວ່າເກີດຈາກການຕິດເຊື້ອແບັກທີເຣຍ ລວມທັງຕ່ອມນ້ຳເຫຼືອງໃຕ້ຂາບວມໂຕ ຈັບແລ້ວຈະເຈັບ.

อาจเป็นรูปภาพของ 1 คน

  1. ວິທີປິ່ນປົວການຕິດເຊື້ອຈາກແບັກທີເຣຍຄວນໄປພົບແພດເພື່ອວິໄຈຫຼື ປຶກສາແພດເພື່ອກິນຢາ ໂດຍຈະຕ້ອງກິນຕໍ່ເນື່ອງໃຫ້ຫມົດເພື່ອປະສິດທິພາບຂອງຕົວຢາແລະຫຼຸດໂອກາດການເຈັບຄໍ ເຊິ່ງອາການຈະດີຂຶ້ນແລ້ວກໍຕາມ ແລະ ຄວນນອນພັກຜ່ອນໃຫ້ພຽງພໍ ດື່ມນ້ຳຫຼາຍ, ກິນອາຫານໃຫ້ຄົບເຊົ້າ,ສວຍ,ແລງແລະໃສ່ໜ້າປິດປາກເພື່ອປ້ອງກັນພະຍາດພາຍນອກຈະເຂົ້າສູ່ຮ່າງກາຍເພີ່ມແລະປ້ອງກັນການແຜ່ກະຈາຍພະຍາດໃຫ້ຜູ້ອື່ນ.
  2. ວິທີປິ່ນປົວການຕິດເຊື້ອຈາກໄວຣັສ,ຢາ ແລະ ເບິ່ງແຍງຕົວເອງ ບໍ່ຈຳເປັນຕ້ອງກິນຢາ ແຕ່ສາມາດກິນຢາເພື່ອຫຼຸດອາການໄຂ້ໄດ້ ຫຼື ຢາຕາມອາການທີ່ເປັນໄດ້ ລວມທັງເບິ່ງແຍງຕົວເອງໂດຍການນອນພັກຜ່ອນໃຫ້ພຽງພໍ,ເຮັດຮ່າງກາຍອົບອຸ່ນຕະຫຼອດເວລາ,ດື່ມນ້ຳທຳມະດາບໍ່ເຢັນ,ບໍ່ຮ້ອນເກີນໄປ ສາມາດກວາດດ້ວຍນໍ້າເກືອເພື່ອປ້ອງກັນການຕິດເຊື້ອແບບແບັກທີເຣຍຊໍ້າ ທີ່ສຳຄັນຄວນໃສ່ໜ້າກາກປິດປາກເພື່ອປ້ອງກັນພະຍາດພາຍນອກເຂົ້າສູ່ຮ່າງກາຍແລະການແຜ່ເຊື້ອສູ່ພາຍນອກ.

■ ເຈັບຄໍຄວນກິນຫຍັງ ແລະ ບໍ່ຄວນກິນ:

อาจเป็นรูปภาพของ 1 คน

– ຫຼີກລ່ຽງກິນອາຫານຫວານ, ເຄັມ, ເຜັດ.

– ບໍ່ຄວນດື່ມນໍ້າເຢັນ ແຕ່ຄວນດື່ມນໍ້າຕາມອຸນຫະພູມຫ້ອງ ແຕ່ຖ້າການເຈັບຄໍທີ່ເກີດຈາກຕ່ອມທອນຊິລອັກເສບສາມາດດື່ມນ້ຳເຢັນຫຼືກິນໄອສຄິມໄດ້ ເຊິ່ງມີສ່ວນຊ່ວຍອາການອັກເສບໄດ້ນ້ຳຊຸບໄກ່ມີໂຊດຽມ ມີສ່ວນຊ່ວຍຫຼຸດອາການອັກເສບໄດ້ຊາຂຽວອຸ່ນ ຫຼືນ້ຳຂິງ ມີສ່ວນຫຼຸດອາການຕິດເຊື້ອຄໍອັກເສບໄດ້, ໂກໂກ້ຊ່ວຍຫຼຸດອາການອັກເສບຂອງຮ່າງກາຍໄດ້.

ຂໍ້ມູນຈາກ: Mr Xa yang