ຍີ່ປຸ່ນຊ່ວຍຝຶກອົບຮົມໂຄງການ “ຢຸດຕິການເພີ່ມຂຶ້ນຂອງການເສຍຊີວິດຈາກອຸບັດຕິເຫດ”

20

ມະຫາວິທະຍາໄລ ສຶກຸບະ ແລະ ສະຖາບັນຄົ້ນຄວ້າລະບົບສາທາລະນະຍີ່ປຸ່ນ ກຳລັງຈັດຕັ້ງປະຕິບັດ “ໂຄງການຢຸດຕີການເພິ່ມຂື້ນຂອງການເສຍຊີວີດ ຈາກອຸບັດຕິເຫດ ໂດຍການພັດທະນາບໍລິການ ການແພດສຸກເສີນ ແລະ ມາດຕະການຄວາມປອດໄພຕາມຫ້ອງຖະໜົນ” ຜ່ານໂຄງການຮ່ວມມືຂອງໄຈກາ.

May be an image of 2 people
ວັນທີ6 ພຶດສະພານີ້, ໂຄງການດັ່ງກ່າວ ໄດ້ຈັດບັນຍາຍກ່ຽວກັບ ຄວາມປອດໄພໃນການຈະລາຈອນ ຢູ່ໂຮງຮຽນມັດທະຍົມສົມບູນວຽງຈັນ. ພະນັກງານໂຄງການດັ່ງກ່າວ ອະທິບາຍສະພາບອຸປະຕິເຫດຈະລາຈອນໃນ ນະຄອນຫຼວງວຽງຈັນ ແລະ ການນຳໃຊ້ ການວິເຄາະຂໍ້ມູນ ແລະ ການຄຸ້ມຄອງລະບົບສະໜັບສະໜູນວຽກງານການແພດສຸກເສີນ (ESS). ຈາກນັ້ນ, ພະນັກງານ ລັດວິສາຫະກິດລົດເມ ນະຄອນຫຼວງວຽງຈັນ ໄດ້ອະທິບາຍວ່າ ການນຳໃຊ້ ລົດເມສາມາດ ຫຼຸດຜ່ອນຄວາມສ່ຽງຕໍ່ການເກີດອຸປະຕິເຫດຈະລາຈອນໄດ້.

May be an image of 1 person and text that says "ราทาปรต ปะการ์ ปร เอพะพาย อัดทา ၁ อม อม ٤ ดาบ"
ໃນເວລາດຽວກັນໜ່ວຍກູ້ໄພ ຢູ່ໃນນະຄອນຫຼວງວຽງຈັນ ກໍ່ໄດ້ໃຫ້ການແນະນຳກ່ຽວກັບການເຄື່ອນໄຫວຂອງໜ່ວຍກູ້ໄພ 1628 ພ້ອມທັງສາທິດການ ຂົນສົ່ງສຸກເສີນ ຂອງອາສາສະໝັກ ກ່ອນຈະໃຫ້ນ້ອງນັກຮຽນ ເຂົ້າໄປຢ້ຽມຢາມລົດກູ້ໄພ ແລະ ອະທິບາຍກ່ຽວກັບ ອຸປະກອນພາຍໃນລົດ. ກິດຈະກຳນີ້ ບໍ່ພຽງແຕ່ ເຮັດໃຫ້ຜູ້້ເຂົ້າຮ່ວມ ໄດ້ຮັບຮູ້ ກ່ຽວກັບຄວາມປອດໄພໃນການສັນຈອນເທົ່ານັ້ນ, ແຕ່ຍັງເຮັດໃຫ້ເຂົາເຈົ້າໄດ້ຮຽນຮູ້ກ່ຽວກັບ ລະບົບການແພດສຸກເສີນໃນລາວອີກດ້ວຍ.

May be an image of 2 people and ambulance