ເປັນເຈົ້າຕົ້ນເອງດີສຸດ

101

ຕ້ອງຍອມຮັບວ່າ: ໃນຍາມເຂົ້າຍາກໝາກແພງນີ້ຈະອາໄສໄພເພິ່ງຜູ້ໃດມັນກໍຍາກທັງນັ້ນ ສະນັ້ນຢາກຢູ່ລອດປອດໄພກໍຕ້ອງເພິ່ງຕົນເອງ ເປັນເຈົ້າຕົນເອງນັ້ນລະດີສຸດ.

ເພາະວ່າໃນສັງຄົມມັນມີຫຼາຍເລື່ອງລາວທີ່ເປັນປາກົດການຫຍໍ້ທໍ້ ໂດຍສະເພາະຜູ້ມັກເບິ່ງມັກເສບຂ່າວຈາກສື່ອອນລາຍ ຫາກບໍ່ໄຈ້ແຍກບໍ່ເລືອກເບິ່ງແລ້ວຈະພາໃຫ້ສັບສົນຍົກຕົວຢ່າງ: ເລື່ອງຂໍ້ມູນຈຸດຮ້ອນຂອງໂລກທີ່ເກີດຂຶ້ນຍ້ອນການຊ່ວງເສັງກັນຂອງປະເທດ ໃຫຍ່ໃນໂລກ ບໍ່ຮູ້ວ່າໃຜຖືກໃຜຜິດເພາະໃຜກໍເວົ້າເລື່ອງຜົນປະໂຫຍດ; ເວົ້າເລື່ອງພູມມີລັດຖະສາດທີ່ມີຜົນດີແກ່ຕົນທັງນັ້ນ ລວມໄປເຖິງການຄ້າຂາຍຫງາຍມືທັງຫຼາຍກໍເປັນທຳນອງດຽວກັນ.

ຍັບຈໍ້ມໍ່ເຂົ້າມາໃນພາກພື້ນຂົງເຂດກໍຄືກຸ່ມປະເທດກໍເປັນແນວດຽວບໍ່ມີໃຜ ແລະ ປະເທດໃດດອກທີ່ເຂົາບໍ່ຫວັງຜົນແກ່ຕົນເອງເປັນຫຼັກ ກໍຄືກັນໃນສັງຄົມໜຶ່ງ ໃນຄອບຄົວໜຶ່ງມັນກໍຕ້ອງຄິດເຫັນຜົນປະໂຫຍດຂອງຕົນເອງມາອັນດັບໜຶ່ງ ອັນນີ້ແມ່ນກົດເກນທີ່ປາສະຈາກບໍ່ໄດ້. ສະນັ້ນເວລາເບິ່ງບັນຫາໃນສັງຄົມບໍ່ວ່າເລື່ອງສໍ້ລາດບັງຫຼວງ; ເລື່ອງຍາດດີຊີງເດັ່ນ ເລື່ອງກຸ່ມກ້ອນພັກພວກຜົນປະໂຫຍດ; ເລື່ອງການປະຕິບັດ – ກົດໝາຍບໍ່ເຄັ່ງຄັດປະໃຫ້ມີຊ່ອງວ່າງ… ແລະ ອື່ນໆຮ້ອນຢ່າງພັນແນວມັນກໍຫາກແມ່ນກົດເກນຂອງສັງຄົມ ສະນັ້ນການຮັບຟັງ.. ການເສບຂໍ້ມູນຈະຕ້ອງວິເຄາະ – ວິໄຈຄັກແນ່ ແລະ ຢ່າຟ້າວຫຼົງເຊື່ອ ແລະ ມີປະຕິກິລິຍາຕໍ່ບັນຫາຕ່າງໆທີ່ເກີດຂຶ້ນໃນສັງຄົມຢ່າງສຸດໂຕ່ງ ບໍ່ຊັ້ນເຮົາຈະຢູ່ຍາກໄປໃສກໍເຫັນແນວບໍ່ຖືກຕາບໍ່ກົງໃຈ ທ້າຍທີ່ສຸດກໍມົກມົ້ນຢູ່ກັບຄວາມຫຍໍ້ທໍ້.

ເມື່ອຫຍໍ້ທໍ້ກໍຫັນເຫໄປຫາທີ່ເພິ່ງທາງໃຈ ບາງຄົນເຂົ້າຫາສິ່ງສັກສິດໄປກາບໄຫວ້ບູຊາ… ບະບົນ, ດູມໍ, ເຂົ້າຫານາງທຽມ.. ເຂົ້າຫາອາຈານຜູ້ມີອິດທິລິດ ແລະ ອື່ນໆ ຕໍ່ບັນຫານີ້ຫ້າມກັນບໍ່ໄດ້ ແຕ່ກໍຕ້ອງມີປັນຍາ ເບິ່ງບັນຫາກ່ອນຈຶ່ງເຊື່ອ.

ບັນຫາທີ່ຍົກມາຂ້າງເທິງນັ້ນ ຢາກບອກວ່າທັງສອງເບື້ອງທາງໂລກ ແລະ ທາງທຳເຊື່ອຖື ແລະ ອາໄສໄພເພິ່ງຝ່າຍໃດຝ່າຍໜຶ່ງຢ່າງເຕັມສ່ວນໄດ້… ຊີວິດຂອງຜູ້ຄົນໃນຍາມນີ້ແມ່ນຕ້ອງເພິ່ງຕົນເອງ ແລະ ເປັນເຈົ້າຕົນເອງດີທີ່ສຸດ ກ່ອນຈະແນມຫາຜູ້ອື່ນ ແນມຫາຜູ້ທີ່ຈະມາຊ່ວຍ ພວກເຮົາຕ້ອງຕັ້ງສະຕິ ແລະ ຕັ້ງບັນຫາວ່າເຮົາຈະຊ່ວຍເຮົາເອງຢ່າງໃດ ເພື່ອໃຫ້ຢູ່ລອດປອດໄພໃນຍາມໜ້າສິວໜ້າຂວານແນວນີ້.

ທ້າຍທີ່ສຸດຄົງໜີບໍ່ພົ້ນເຮົາຕ້ອງລົງມືປະຕິບັດ ຈະມົວເມົາແຕ່ທ່ຽວນົບໄຫວ້ບູຊາ, ຫາກິນນຳຄວາມຝັນແມ່ນເປັນໄປບໍ່ໄດ້…

ເຫັນເພິ່ນຮັ່ງມີດີໄດ້ກໍຕ້ອງສຶກສາເບິ່ງວ່າເພິ່ນຫາມາໄດ້ຈາກໃສ? ຈາກສະຕິປັນຍາເຫື່ອແຮງບໍ? ຫຼື ວ່າຈາກການສໍ້ໂກງ, ການຄ້າຂາຍສິ່ງຜິດກົດໝາຍ ຈຳແນກແລ້ວມາຄິດຫງຳ ແລະ ເລືອກປະຕິບັດໃນສິ່ງທີ່ດີ… ສິ່ງບໍ່ດີບໍ່ຄວນເອົາແບບຢ່າງ ເຖິງເພິ່ນຈະຮັ່ງມີສີສຸກກໍຕາມເພິ່ນປ່ອຍໃຫ້ກົດເກນສັງຄົມມັນດັດສົມເອົາເອງ ເຮົາບໍ່ຕ້ອງໄປຄິດຢາກເຮັດ ຢາກເປັນແນວນັ້ນ!.

ຢາກສະຫຼຸບສັ້ນໆວ່າ: ສູ່ມື້ນີ້ເຮົາຕ້ອງເປັນເຈົ້າຕົນເອງຮອບດ້ານ ອາໄສໄພເພິ່ງໃຜບໍ່ໄດ້ແລ້ວ! ຈະຕັດສິນໃຈເຮັດຫຍັງ? ກະທຳຫຍັງກໍຕ້ອງເອົາຕົນເອງເປັນທີ່ຕັ້ງ ນີ້ແມ່ນທາງອອກຊົ່ວຄາວໃນສະພາບຝືດເຄືອງຊົ່ວຄາວແນວນີ້ ເພື່ອຄວາມຢູ່ລອດປອດໄພຫຼັງຈາກສະພາບນີ້ຜ່ານພົ້ນໄປຈຶ່ງມາຕັ້ງຕົ້ນໃໝ່ວ່າຈະເຮັດແນວໃດ?.

ສະເໜີແລກປ່ຽນ