ຕິດສື່ສັງຄົມອອນລາຍຫຼາຍເກີນໄປສ່ຽງຕໍ່ພາວະຊຶມເສົ້າ

98

ໃນປັດຈຸບັນເຕັກໂນໂລຊີ ເຂົ້າມາມີບົດບາດສໍາຄັນໃນຊີວິດປະຈໍາວັນຂອງຄົນເຮົາຫຼາຍຂຶ້ນ ອາດເວົ້າໄດ້ວ່າສະມາດໂຟນກາຍເປັນເປັນໄຈ 5ຂອງມະນຸດ ເພາະສາມາດເຮັດໃຫ້ເຮົາເຂົ້າເຖິງຂໍ້ມູນຕ່າງໆໄດ້ງ່າຍ ແລະ ໄວ ລວມທັງການເຂົ້າເຖິງສື່ສັງຄົມອອນລາຍ ( Social media ) ເຊັ່ນ: Facebook Twitter, Instagram ແລະ Instant messaging ເປັນຕົ້ນ.

อาจเป็นรูปภาพของ โทรศัพท์

ອາການເສບຕິດໂຊຊ່ຽວມີເດຍ ຫຼື Social Addiction ແມ່ນການທີ່ເຮົາພະຍາຍາມທີ່ຈະຄວບຄຸມການເຂົ້າເຖິງ Social media ແຕ່ບໍ່ສາມາດຄວບຄຸມໄດ້ ຫຼື ໝາຍເຖິງການໃຊ້ Social media ເປັນເວລາດົນເກີນໄປຈົນພາໃຫ້ເກີດຜົນກະທົບຕໍ່ການເຮັດວຽກ, ການຮຽນ ແລະ ການຂາດປະຕິສໍາພັນກັບຄົນອ້ອມຂ້າງ, ນອກຈາກນີ້ການເສບຕິດ Social media ຍັງເປັນພຶດຕິກໍາສ່ຽງພາໃຫ້ເກີດພະຍາດຊຶມເສົ້າ, ຕຶງຄຽດ, ສະມາທິສັ້ນ ແລະ ໄບໂພລ່າ ເນື່ອງຈາກການຈົດຈໍ່ຢູ່ກັບສະມາດໂຟນ ຫຼື Social media ເປັນເວລາດົນຕະຫຼອດວັນຈະເຮັດໃຫ້ມີເວລາໃນການພັກຜ່ອນໜ້ອຍລົງ ແລະ ເກີດການຂັງຕົວເອງໃນໂລກອອນລາຍຫຼາຍເກີນໄປ ຈົນຕັດຂາດຈາກຄົນອ້ອມຂ້າງ ເຊິ່ງຈະມີອາການເຫຼົ່ານີ້:

อาจเป็นรูปภาพของ 1 คน, โทรศัพท์ และ ห้องนอน

  1. ຢູ່ກັບ Social media ຫຼາຍກວ່າທີ່ຕັ້ງໃຈໄວ້
  2. ເວລາທີ່ບໍ່ໄດ້ໃຊ້ Social media ຈະມີພາວະກະວົນກະວາຍໃຈ ຫຼື ຫງຸດຫງິດ
  3. ພະຍາຍາມຄວບຄຸມການເຂົ້າເຖິງ Social media ແຕ່ບໍ່ສາມາດຄວບຄຸມໄດ້
  4. ຄິດເຖິງ Social media ຢູ່ເລື້ອຍໆບໍ່ວ່າຈະເຮັດຫຍັງຢູ່ກໍຕາມ
  5. Social media ເປັນສາເຫດໃຫ້ເກີດບັນຫາການເຮັດວຽກ ຫຼື ເກີດບັນຫາຄວາມສໍາພັນກັບຄົນໃກ້ຊິດ

ລັກສະນະອາການເຫຼົ່ານີ້ ເປັນຕົວຊີ້ບອກໄດ້ວ່າ ສື່ສັງຄົມອອນລາຍເລີ່ມມີຜົນກະທົບຕໍ່ການໃຊ້ຊີວິດປະຈໍາວັນ ແລ້ວ ຕົວເຮົາເອງສາມາດປ້ອງກັນ ແລະ ແກ້ໄຂບັນຫາພະຍາດຕິດຕໍ່ທາງສື່ສັງຄົມອອນລາຍເບື້ອງຕົ້ນໄດ້ ຄື: ພະຍາຍາມຈໍາກັດເວລາການໃຊ້ Social media ໃຫ້ຫຼຸດລົງ ຫຼື ກໍານົດເວລາໃຫ້ຊັດເຈນ ໂດຍການຕັ້ງໂມງແຈ້ງເຕືອນ ເພື່ອຊ່ວຍ ແລະ ພະຍາຍາມຫາກິດຈະກໍາອື່ນເຮັດ ເພື່ອບ່າຍບ່ຽງຄວາມສົນໃຈ ເຊັ່ນ: ການອອກກຳລັງກາຍ, ຫິ້ນກີລາ, ຟັງເພງ, ພົບປະໝູ່ເພື່ອນ ຫຼື ພີ່ນ້ອງ, ທ່ອງທ່ຽວ ແລະ ຫາກິດຈະກໍາອື່ນໆເຮັດຄາຍຄວາມຄຽດ.

ຂໍ້ມູນຈາກ: Sanook