ດຶງສະຕິຄືນມາ

93

ຄວາມຫຍຸ້ງຍາກທາງດ້ານເສດຖະກິດສູ່ມື້ນີ້ ແຜ່ລາມໄປຫຼາຍຂົງເຂດ ສະນັ້ນຕ້ອງໄດ້ດຶງສະຕິຄືນມາເມື່ອເຫັນເລື່ອງລາວຕ່າງໆທີ່ເກີດຂຶ້ນໃນສັງຄົມໂດຍສະເພາະແມ່ນການບໍລິໂພກຂ່າວຈາກສື່ສັງຄົມອອນລາຍ.

ລອງເອົາບັນຫາເລື່ອງຢາປົວພະຍາດແນວດຽວຂຶ້ນມາສົນທະນາຈະເຫັນວ່າໃນສື່ອອນລາຍມັນໂຄສະນາເລີຍເຖືອດມີແຕ່ແນວດີໆ.. ເບິ່ງຄືວ່າບໍ່ຕ້ອງໄປໂຮງໝໍ ໄປປິ່ນປົວນຳແພດນຳໝໍ ກິນກາເຟກໍດີໝົດທຸກຢ່າງ ມັນເຮັດໃຫ້ຜູ້ເປັນພະຍາດຕັ້ງຄວາມຫວັງສູງ ແລະ ຕົກເປັນຫຍື່ອ ຂອງພວກເຂົາ… ອັນຕະລາຍກວ່ານີ້ແມ່ນພວກລອກໄປທຳມາຄ້າຂາຍ; ລອກໃຫ້ເປີດບັນຊີເງິນຝາກດອກເບ້ຍສູງ..ອ່ອຍເຫຍື່ອດ້ວຍການສົ່ງຂໍ້ ຄວາມວ່າເຈົ້າໄດ້ຮັບໂຊກເປັນເງິນຫຼາຍລ້ານໂດລາແຕ່ຂໍໃຫ້ເປີດບັນຊີ…ສົ່ງບັນຊີໃຫ້ແລ້ວດຳເນີນການຕາມຂັ້ນຕອນຂອງເຂົາ… ແລະ ບັນຫາອື່ນໆ…ຮ້ອຍແປດພັນຢ່າງ..!

ຫາກມາສັງເກດແລ້ວພວກຕົກເປັນເຫຍື່ອຂອງກຸ່ມມິດສາຊີບ ຫຼື ພວກ 18 ມົງກຸດນີ້ ຈະຢູ່ໃນປະເພດຢາກໄດ້ເກີນເຫດ… ຄັນແມ່ນເບິ່ງເຫດເບິ່ງຜົນກໍບໍ່ຕົກເປັນທາດເຂົາໄດ້.. ຄົນເຮົານີ້ຕ້ອງຍອມຮັບວ່າໃຜກໍຢາກໄດ້ ຢາກຮັ່ງ ຢາກມີ ແຕ່ການໄດ້ມາເຊິ່ງວັດຖຸ – ເງິນຄຳນັ້ນ ຫາກໄດ້ມາບໍ່ໄດ້ອອກເຫື່ອເທແຮງ ໄດ້ມາຈາກການສໍ້ໂກງ… ຕົວະຕົ້ມຫຼອກລວງແລ້ວ ກໍຖືວ່າເປັນການໄດ້ມາບໍ່ຊອບທຳເຮັດໃຫ້ສັງຄົມເກີດຄວາມປັ່ນປ່ວນເປີດປາກົດການຫຍໍ້ທໍ້ພຶດຕິກຳແນວນີ້ເປັນການເຄື່ອນໄຫວຜິດກົດໝາຍ, ຜິດສິນທຳ.

ສະນັ້ນ, ການດຶງສະຕິຄືນມາໃນທີ່ນີ້ແມ່ນຢາກເວົ້າເຖິງການໄດ້ຍິນ… ໄດ້ຟັງ ເລື່ອງຫຍັງກໍຊ່າງເຮົາຕ້ອງເປັນເຈົ້າການພິຈາລະນາວ່າສິ່ງນັ້ນມີຄວາມຈິງສໍ່າໃດ! ມີເຫດຜົນແນວໃດ? ຈຶ່ງຄ່ອຍເຊື່ອ.. ບໍ່ແມ່ນວ່າຈະເຊື່ອໄວຕາຍໃຈໄວແລ້ວເດີນຕາມຄຳບອກເລົ່ານັ້ນ ທ້າຍທີ່ສຸດກໍພົບກັບຄວາມຫາຍະນຳ.

ຂໍຍົກຕົວຢ່າງສະເພາະເລື່ອງຊື້ເລກຊື້ຫວຍ; ຢູ່ບ້ານເຮົາດຽວນີ້ມີຫຼາຍຊະນິດ; ຫຼາຍປະເພດຫວຍ; ຫາກເຮົາເປັນເຈົ້າການມີສະຕິກໍບໍ່ຕົກເປັນທາດຂອງມັນນໍ? ການຊື້ແມ່ນຊື້ເພື່ອສ່ຽງໂຊກ.. ກົງກັນຂ້າມຫວັງລວຍທຸ່ມເທໃສ່ງວດໜຶ່ງຕໍ່າສຸດກໍ 5 ລ້ານ – 10 ລ້ານກີບ; ໃນແຕ່ລະມື້ຊອກຫາບັນຫາ; ຊອກຫາອາຈານ; ຊອກຫາເລກເດັດ; ບໍ່ເປັນອັນກິນອັນນອນ… ບາງເທື່ອໂຊກດີກໍຖືກແຕ່ລອງມາຄິດໄລ່ເບິ່ງແລ້ວບາງເທື່ອກໍບໍ່ກຸ້ມຄ່າ? ບາງຄົນກໍວ່າເຫື່ອບໍ່ອອກເງິນກໍບໍ່ມາ.

ບໍ່ແມ່ນແຕ່ເລື່ອງການພະນັນ; ເລື່ອງເລກເລື່ອງຫວຍທໍ່ນັ້ນເລື່ອງບຸນວາດສະໜາ; ຊາຕາຊີວິດຫຼາຍກໍລະນີກໍເຊື່ອແບບຫູໜວກຕາບອດ… ໝໍດູ.. ໝໍມໍ ວ່າແນວໃດ?ກໍເຊື່ອຕາມໝໍທຸກຢ່າງ.. ປະຕິບັດຕາມຢ່າງເຂັ້ມງວດແທ້ໆ.

ກໍຍ້ອນປະຕິບັດເຂັ້ມງວດຕາມໝໍດູ.. ໝໍເດົານັ້ນລະ! ຈຶ່ງເກີດມີປາກົດການບ້ານແຕກສະແຫຼກຂາດ ເພາະຄູ່ຜົວເມຍບໍ່ເຊື່ອໝັ້ນ.. ເຫັນປາກົດການຄືໝໍດູວ່າ!.

ຢາກໃຫ້ທຸກຄົນໃນສັງຄົມເຮົາຕັ້ງໃຈ ແລະ ດຶງສະຕິຄືນມາຈົ່ງເບິ່ງເຫດເບິ່ງຜົນບໍ່ສະນັ້ນແລ້ວເຮົາຈະຕົກເປັນເຫຍື່ອຂອງມັນແບບບໍ່ຮູ້ສຶກຕົວ.. ຜົນສະທ້ອນອັນຮຸນແຮງຈາກສະພາວະເສດຖະກິດນີ້ກໍບໍ່ຮູ້ວ່າມັນຊິເບົາບາງໄປ ຫຼື ວ່າຈະໜັກໜາສາຫັດຂຶ້ນກວ່າເກົ່າອີກ.. ມີແຕ່ອົດທົນຜ່ານຜ່າທໍ່ນັ້ນ ເພາະການຈະຫຼີກໜີຈາກຄວາມເປັນຈິງຄືຊິລຳບາກ.

ຂໍເປັນກຳລັງໃຈໃຫ້ກັນ ແລະ ກັນ ພ້ອມພາກັນດຶງສະຕິຄືນມາແລ້ວຕັ້ງຕົ້ນວ່າຈະເຮັດແນວໃດເພື່ອໃຫ້ຢູ່ລອດປອດໄພ.