ຂົ້ວເຫັດລວມມິດ ເມນູເຮັດງ່າຍໆ ແຕ່ແຊບ ແລະ ເພື່ອສຸຂະພາບ

150

ເຫັດ ເປັນພືດຜັກຊະນິດໜຶ່ງ ທີ່ສາມາດເຮັດກິນໄດ້ຫຼາຍເມນູ ແລະ ດີຕໍ່ລະບົບຍ່ອຍອາຫານ ເຊິ່ງມື້ນີ້ແອັດມິນຈະພາທ່ານມາເຮັດເມນູຂົ້ວເຫັດກິນ ເຊິ່ງສາມາດເຮັດກິນເອງໄດ້ຢູ່ເຮືອນ.

อาจเป็นรูปภาพของ เห็ดหอม

▶ ເຫັດອໍລິຈິ, ເຫັດນາງຟ້າ, ເຫັດເຂັມ ຫຼື ທ່ານມີເຫັດຊະນິດອື່ນກໍເອົາມາໃສ່ນຳກັນໄດ້, ຫົວຜັກທຽມ ປະມານ 5 – 7 ກີບ, ໝາກເຜັດດິບ ຫຼື ໝາກເຜັດແຫ້ງ 3 ໜ່ວຍ ຖ້າມັກເຜັດຫຼາຍກໍສາມາດໃສ່ ໄດ້, ຊັອດຫອຍນາງໂຣມ 1 ບ່ວງແກງ, ຂີງ 1 ຂໍ້, ແປ້ງນົວ ຫຼື ຖ້າບໍ່ມັກນົວໃສ່ຄະນໍແທນກໍໄດ້, ນໍ້າມັນພືດ, ພິກໄດ້ດຳປົ່ນ, ສະອິວ, ຫອມປ້ອມ ແລະ ຫອມບົ່ວ ຊ່ວງນີ້ແມ່ນຜັກຖືກແອັດກະຈະໃສ່ຫຼາຍໆແນ່.

▶ວິທີເຮັດ: ນຳເອົາເຫັດທີ່ຊື້ມາຕັດຕີນ ແລ້ວລ້າງນໍ້າໃຫ້ສະອາດ, ຈາກນັ້ນມາທຸບຫົວຜັກທຽມ ຫຼື ຖ້າມັກມຸ່ນກໍໃຊ້ຄົກຕຳເອົາເລີຍ, ໝາກເຜັດ ແລະ ຂີງ ໃຫ້ລະອຽດ, ຈາກນັ້ນກໍຄ້າງໝໍ້ ໃສ່ນໍ້າມັນພືດລົງໄປປະມານ 1,5 ບ່ວງແກງ ແລ້ວຂົ້ວເຄື່ອງທີ່ຕຳໄວ້ໃຫ້ຫອມແລ້ວນຳເຫັດທີ່ລ້າງປະສົມກັນນັ້ນມາລົງຂົ້ວ ແລ້ວປິດຝາໝໍ້ໄວ້ ກະວ່າເຫັດໃກ້ສຸກແລ້ວໃຫ້ຄົນປີ້ນ ພ້ອມໃສ່ຄະນໍ ຫຼື ແປ້ງນົວ, ຊັອດຫອຍນາງໂຣມ, ສະອິວ ພ້ອມຊີມລົດຊາດປຸງຕາມໃຈມັກແລ້ວ ປິດຝາໝໍ້ອີກເລັກໜ້ອຍໃຫ້ເຫັດສຸກ ແລ້ວໃສ່ພິກໄທດຳລົງ ( ອາດຈະຕັດດ້ວຍນໍ້າຕານເລັກໜ້ອຍກໍໄດ້ ) ຈາກນັ້ນກໍຊອຍຫອມປ້ອມ ແລະ ຫອມບົ່ວລົງ ເທົ່ານີ້ກໍສຳເລັດແລ້ວ.