ຜັກ ແລະ ໝາກໄມ້ 10 ຊະນິດ ຊ່ວຍເສີມສ້າງພູມຄຸ້ມກັນຮ່າງກາຍ

76

ຜັກ ແລະ ໝາກໄມ້ ອຸດົມໄປດ້ວຍວິຕາມິນທີ່ຫຼາກຫຼາຍທັງບໍາລຸງສາຍຕາ, ບໍາລຸງຜິວ ແລະ ໄລຍະນີ້ຕ້ອງເນັ້ນພືດຜັກ ແລະ ໝາກໄມ້ທີ່ເສີມສ້າງພູມຕ້ານທານໃຫ້ຮ່າງກາຍ ແລະ ຕ້ານທານເຊື້ອໄວຣັສ ພ້ອມທັງຊ່ວຍສ້າງພູມຄຸ້ມກັນໃນຮ່າງກາຍ ຊ່ວຍຕ້ານພະຍາດຕ່າງໆບໍ່ໃຫ້ເຂົ້າມາຮ່າງກາຍລວມມີ 10 ຊະນິດດັ່ງນີ້:

อาจเป็นรูปภาพของ ผลไม้

  1. ກະທຽມ: ຊ່ວຍຕ້ານອາການອັກເສບ ແລະ ສ້າງພູມຕ້ານຖານໃນຮ່າງກາຍ.
  2. ຂີ້ໝິ້ນ: ມີວິຕາມິນຊີ ຊ່ວຍສ້າງພູມຄຸ້ມກັນໃຫ້ຢູ່ໃນລະດັບປົກກະຕິ.
  3. ຜັກກາດນາ: ຊ່ວຍກະຕຸ້ນພູມຄຸ້ມກັນ.
  4. ເຫັດແຕ່ລະຊະນິດ: ຊ່ວຍເພີ່ມປະສິດທິພາບຂອງລະບົບພູມຄຸ້ມກັນ.
  5. ໝາກຂາມປ້ອມ: ມີວິຕາມິນຊີສູງ ເສີມຄວາມແຂງແຮງໃຫ້ພູມຄຸ້ມກັນ.
  6. ກິມຈິ: ຊ່ວຍໃຫ້ສຸຂະພາບລຳໄສ້ດີຂຶ້ນ ແລະ ຊ່ວຍສ້າງພູມຄຸ້ມກັນ.
  7. ໝາກຫຸ່ງ: ໂດຍສະເພາະໝາກສຸກ ຈະເຕັມໄປດ້ວຍວິຕາມິນຊີ ມີສ່ວນສຳຄັນໃນຂະບວນການສ້າງເຊວເມັດເລືອດຂາວ ມີຄວາມສາມາດໃນການສະກັດກັ້ນພະຍາດຕ່າງໆ.
  8. ເມັດໝາກອຶ: ຊ່ວຍສ້າງເມັດເລືອດຂາວ ມີສ່ວນປະກອບໃນການສ້າງເຊວຕ່າງໆ.
  9. ປາແຊວມ້ອນ: ມີວິຕາມິນດີ ແລະ ໂອເມກາ 3 ມີສານສຳຄັນຕໍ່ລະບົບການເຮັດວຽກ ຂອງພູມຄຸ້ມກັນ.
  10. ຊັອກໂກແລັດດຳ ຫຼື ເຂັ້ມຂຸ້ນ: ມີສານໃນການສ້າງພູມຄຸ້ມກັນໃນການຕ້ານໄວຣັສอาจเป็นรูปภาพของ ผลไม้

ຂໍ້ມູນຈາກ: Addlife Check-Up Center