ເປົ້າໝາຍຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໜຶ່ງວາລະສຳຄັນໃນກອງປະຊຸມໂຕະມົນປະຈຳປີ 2023

44

 

ເປີດກອງປະຊຸມ ໂຕະມົນປະຈຳປີ 2023 ພາບໃຕ້ຫົວຂໍ້: ‘‘ເລັ່ງລັດການຈັດຕັ້ງປະຕິບັດຜົນການທົບທວນກາງສະໄໝຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ’’ໃນວັນທີ 13 ກຸມພາ 2024 ທີ່ຫໍປະຊຸມແຫ່ງຊາດ.

ໂດຍການເປັນປະທານຂອງທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ໂດຍການເປັນປະທານາຮ່ວມຂອງທ່ານ ບັກໂຄເດັຍ ເບີຄະນ໋ອຟ ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີຈາກກະຊວງຕ່າງໆ, ບັນດາຮອງເຈົ້າແຂວງ, ພະແນກແຜນການ ແລະ ການລົງທຶນທົ່ວປະເທດ, ບັນດາເອກອັກຄະລັດຖະທູດ, ທູຕານຸທູດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໂຕະມົນປະຈຳປີ 2023 ນີ້ແມ່ນໄດ້ຮັບການສະໜັບສະໜູນ ຈາກອົງການ ສະຫະປະຊາຊາດ ເພື່ອການພັດທະນາ (UNDP) ແລະ ອົງການຮ່ວມມືສາກົນ ອາເມລິກາ (USAID).

No description available.

ໃນກອງປະຊຸມຄັ້ງນີ້, ໄດ້ມີການນໍາສະເໜີ 3 ຫົວຂໍ້ທີ່ສຳຄັນ ຄື: (1) ບົດສະຫຼຸບການຈັດຕັ້ງປະຕິບັດກາງສະໄໝແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX, ຍຸດທະສາດດ້ານເງິນ ເພື່ອສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ຂອບການຟື້ນຟູ ເສດຖະກິດຂອງ ສປປ ລາວ, (2) ບົດລາຍງານແບບສະໝັກໃຈ ແຫ່ງຊາດ ຄັ້ງທີ III ແລະ ແຜນຍຸດທະສາດການຂ້າມຜ່ານອອກຈາກສະຖານະພາບດ້ອຍພັດທະນາຢ່າງໂລ່ງລ່ຽນຂອງ ສປປ ລາວ, ວິໃສທັດຮອດ ປີ 2030 ແລະ ທິດທາງໃນຕໍ່ໜ້າ; (3) ນໍາສະເໜີກ່ຽວກັບ ການຮ່ວມມືເພື່ອການພັດທະນາ (ການຕິດຕາມການເປັນຄູ່ຮ່ວມມືສາກົນ ຄັ້ງທີ 4 ແລະ ບົດແນະນໍາການຈັດຕັ້ງປະຕິບັດຂະບວນການໂຕະມົນ. ນອກຈາກນີ້ ທີ່ປະຊຸມຍັງໄດ້ຮັບຟັງການລາຍງານຜົນຂອງການປຶກສາຫາລື ຈາກກຸ່ມສົນທະນາ ໃນ 2 ຫົວຂໍ້ຄື: 1: ສະພາບກເສດຖະກິດ ແລະ ທິດທາງການເຕີບໂຕເພື່ອຄວາມຍືນຍົງ ແລະ ສີຂຽວ ແລະ 2: ຊັບພະຍາກອນມະນຸດເພື່ອການພັດທະນາແບບຍືນຍົງ.

No description available.
ໃນກອງປະຊຸມ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ: ການຈັດກອງປະຊຸມໂຕະມົນ ປະຈຳປີ 2023 ຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນຫຼາຍ ຕໍ່ກັບ ສປປ ລາວ ຂອງພວກເຮົາ, ຖືເປັນໂອກາດທີ່ດີ ໃຫ້ແກ່ພວກເຮົາໄດ້ມີການປຶກສາຫາລື ກ່ຽວກັບ ບົດສະຫຼຸບການຈັດຕັ້ງປະຕິບັດກາງສະໄໝແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ຍຸດທະສາດດ້ານເງິນ ເພື່ອສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ຂອບການຟື້ນຟູເສດຖະກິດຂອງ ສປປ ລາວ, ຄວາມຄືບໜ້າໃນການສ້າງບົດລາຍງານແບບສະໝັກໃຈ ແຫ່ງຊາດ ຄັ້ງທີ III ແລະ ຍຸດທະສາດການຂ້າມຜ່ານອອກຈາກສະຖານະພາບດ້ອຍພັດທະນາຢ່າງໂລ່ງລ່ຽນຂອງ ສປປ ລາວ, ວິໃສທັດຮອດ ປີ 2030 ແລະທິດທາງໃນຕໍ່ໜ້າ.

No description available.

ນອກຈາກນີ້ ພວກເຮົາກໍ່ໄດ້ມີການປຶກສາຫາລື ກ່ຽວກັບ ການຮ່ວມມືເພື່ອການພັດທະນາ (ການເຂົ້າຮ່ວມການຕິດຕາມປະສິດທິຜົນຂອງການຮ່ວມມືເພື່ອການພັດທະນາ ໃນລະດັບສາກົນ ຄັ້ງທີ 4 ແລະ ຄຳແນະນໍາການຂະບວນການໂຕະມົນ) ແລະ ການຍົກສູງປະສິດທະພາບ ແລະ ປະສິດທິຜົນ ຂອງກົນໄກຂອງຂະບວນການໂຕະມົນ, ເຊິ່ງມີ 10 ໜ່ວຍງານຂະແໜງການ ເປັນເວທີໃນການປຶກສາຫາລື ລະຫວ່າງກະຊວງຂະແໜງການ ແລະ ຄູ່ຮ່ວມພັດທະນາກ່ຽວກັບ ບຸລິມະສິດ ການພັດທະນາຂອງຂະແໜງການຮ່ວມກັບ ຄູ່ຮ່ວມພັດທະນາ; ກົນໄກຂອງຂະບວນການໂຕະມົນ ໄດ້ປະກອບສ່ວນອັນສຳຄັນ ໃນການສ້າງຄວາມເຊື່ອໝັ້ນ ແລະ ເຂົ້າອົກເຂົ້າໃຈ ລະຫວ່າງ ລັດຖະບານ ແລະ ຄູ່ຮ່ວມພັດທະນາ ແລະ ເປັນກົນໄກໃນການລະດົມຂົນຂວາຍທຶນຮອນ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ, ເຊິ່ງສະແດງອອກໃນການສືບຕໍ່ໃຫ້ການສະໜັບສະໜູນ ທາງດ້າງົບປະມານ ແລະວິຊາການຈາກບັນດາຄູ່ຮ່ວມພັດທະນາປະກອບສ່ວນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປລາວ.

No description available.

ທ່ານ ບັກໂຄເດັຍ ເບີຄະນ໋ອຟ ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ ປະທານຮ່ວມກໍ່ໄດ້ກ່າວວ່າ: ເນື່ອງຈາກຄວາມທ້າທາຍຫຼາຍຢ່າງທີ່ພວກເຮົາກຳລັງປະເຊີນຢູ່ໃນປັດຈຸບັນ ຫຼາຍກວ່າທີ່ເຄີຍມີມາ, ບັນດາຄູ່ຮ່ວມມືພັດທະນາຂອງ ສປປ ລາວ ຕ້ອງຊອກຫາວິທີການເຮັດວຽກຮ່ວມກັນຢ່າງມີປະສິດທິຜົນກວ່າເກົ່າ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ແຫ່ງຊາດ ຂອງ ສປປລາວ, ໂດຍສະເພາະ ໄລຍະທ້າຍສະໃໝ ຂອງ ແຜນ 5 ປີ ຄັ້ງທີ IX, ເປົ້າໝາຍການພັດທະນາ ແບບຍືນຍົງ ແລະ ການຈັດຕັ້ງປະຕິບັດ ຍຸດທະສາດການອອກຈາກສະຖານະພາບ ການດ້ອຍພັດທະນາ ຂອງ ສປປລາວ.

No description available.

ພາຍຫຼັງສຳເລັດກອງປະຊຸມດັ່ງກ່າວ, ທ່ານປະທານ ແລະປະທານຮ່ວມຂອງກອງປະຊຸມ ພ້ອມດ້ວຍຜູ້ຕາງໜ້າຝ່າຍຄູ່ຮ່ວມພັດທະນາ ຈະນໍາສະເໜີຜົນ ແລະເນື້ອໃນຈິດໃຈຂອງກອງປະຊຸມ ເພື່ອລາຍງານຕໍ່ ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອເປັນທິດທາງໃນການຈັດຕັ້ງຜັນຂະຫາຍຜົນຂອງ ກອງປະຊຸມໂຕະມົນ ປີ 2023 ໃຫ້ປະກົດຜົນເປັນຈິງ.