ປີ 2024 ໂລກມີຄວາມສ່ຽງຫຼາຍຢ່າງ+

99

ຫາກເພື່ອນຜູ້ອ່ານຕິດຕາມຂ່າວຈະເຫັນວ່າມີຫຼາຍແຫຼ່ງຂ່າວ ຄາດຄະເນບໍ່ຄ່ອຍດີປານໃດ? ກ່ຽວກັບການເຕີບໂຕທາງເສດຖະກິດ, ການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາປັນຍາປະດິດ AI… ເຫຼົ່ານີ້ເປັນຕົ້ນ.

ກ່ຽວກັບບັນຫານີ້ໃນເວທີປາໄສເສດຖະກິດໂລກ WEF DaVos 2024 ກໍໄດ້ຕັ້ງບັນຫາຫຼາຍຢ່າງເປັນຕົ້ນແມ່ນໃນມື້ກ່ອນໄຂເວທີປາໄສຢ່າງເປັນທາງການ ນັ້ນໄດ້ມີການປະກາດບົດລາຍງານຄວາມສ່ຽງທົ່ວໂລກໃນປີ 2024… ຜູ້ຂຽນຂໍນຳເອົາບົດວິເຄາະຈາກ VOV WORLD ສະບັບອອນລາຍລົງວັນທີ 12 ມັງກອນ 2024 ພາຍໃຕ້ຫົວຂໍ້: ບັນດາການຄາດຄະເນທີ່ບໍ່ປະເອີບໃຈກ່ຽວກັບໂລກໃນປີ 2024 ດັ່ງນີ້:

ວັນທີ 10 ມັງກອນຜ່ານມາ, ກ່ອນໜ້າເວທີປາໄສເສດຖະກິດໂລກ ( WEF ) ໄດ້ປະກາດ “ ບົດລາຍງານຄວາມສ່ຽງທົ່ວໂລກໃນປີ 2024 ” ເຊິ່ງໄດ້ເຕື້ອງເຖິງບັນດາໄພນາບຂູ່ຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການເຕີບໂຕຂອງເສດຖະກິດທົ່ວໂລກ, ໃນນັ້ນບັນດາໄພນາບຂູ່ແບບໃໝ່ໄດ້ພົ້ນເດັ່ນຂຶ້ນຢືນແຖວໜ້າ.

■ ປັນຍາປະດິດຢືນອັນດັບໜຶ່ງໃນບັນດາຄວາມສ່ຽງໄພ

ເພື່ອປະຕິບັດບົດລາຍງານ ຄວາມສ່ຽງທົ່ວໂລກປີນີ້ ແຕ່ເດືອນກັນຍາ 2023, WEF ໄດ້ສົມທົບກັບ ກຸ່ມບໍລິສັດ ປະກັນໄພ Zurich ສໍາຫຼວດເກັບຂໍ້ມູນກັບນັກຊ່ຽວຊານຄົ້ນຄວ້າຄວາມສ່ຽງທົ່ວໂລກ, ບັນດານັກວາງນະໂຍບາຍ ແລະ ບັນດາການນໍາໃນຂົງເຂດຕ່າງໆກວ່າ 1.400 ທ່ານ ກ່ຽວກັບບັນດາໄພນາບຂູ່ທີ່ເປັນໜ້າວິຕົກວັງວົນທີ່ສຸດໃນໂລກ ຕາມການຕີລາຄາຂອງເຂົາເຈົ້າ. ໝາກຜົນນີ້ໄດ້ສະແດງໃຫ້ເຫັນວ່າ “ ຂ່າວປອມ ແລະ ຂ່າວບິດເບືອນຍ້ອນປັນຍາປະດິດກໍຂຶ້ນ ” ໄດ້ຈັດຢູ່ອັນດັບ 1 ໃນຈໍານວນ 10 ຄວາມສ່ຽງໃຫຍ່ທີ່ສຸດ ເຊິ່ງໂລກຕ້ອງປະເຊີນໜ້າໃນປີນີ້. ທ່ານ ນາງ Saadia Zahidi ຜູ້ອໍານວຍການບໍລິຫານ WEF ແບ່ງປັນວ່າ:

“ ຂ້າພະເຈົ້າຄິດວ່າ ພວກເຮົາກ້າວເຂົ້າສູ່ປີນີ້ດ້ວຍແງ່ຫວັງບໍ່ສະຫວ່າງສະໄຫວ. ກ່ຽວກັບສະພາບສັງລວມ, ແງ່ຫວັງໃນໄລຍະ 2 – 10 ປີຈະມາເຖິງ, ພວກເຮົາເຫັນວ່າສະພາບຄ່ອຍໆຮ້າຍແຮງຂຶ້ນ. ຖ້າໄລ່ໃນໄລຍະ 2 ປີຈະມາເຖິງ, ພວກຂ້າພະເຈົ້າຕີລາຄາວ່າ ຂ່າວປອມ ແລະ ຂ່າວບິດເບືອນ ໂດຍປັນຍາປະດິດ ( AI ) ກໍ່ຂຶ້ນ ແມ່ນຄວາມສ່ຽງໃຫຍ່ຫຼວງທີ່ສຸດ ”.

ຕາມບັນດານັກຊ່ຽວຊານຂອງ WEF ແລ້ວ, ເລື່ອງ “ ຂ່າວປອມ ແລະ ຂ່າວບິດເບືອນໂດຍ AI ກໍ່ຂຶ້ນ ” ໄດ້ຈັດເຂົ້າບັນຊີລາຍຊື່ ຄວາມສ່ຽງໃຫຍ່ຫຼວງທີ່ສຸດທີ່ເລີ່ມມາຈາກສະພາບການຕົວຈິງ, ນັ້ນແມ່ນ: ເຕັກໂນໂລຊີນີ້ພວມຢູ່ໃນໄລຍະພັດທະນາທີ່ສຸດ ແລະ ນັບມື້ນັບສົ່ງຜົນກະທົບຫຼາຍກວ່າເຖິງທຸກຂົງເຂດຂອງຊີວິດທາງການເມືອງ – ສັງຄົມຂອງໂລກ. ນອກຈາກນັ້ນ. ໃນປີນີ້, ເກືອບ 3 ຕື້ຄົນ ເທົ່າກັບຈໍານວນເກືອບ 50% ພົນລະເມືອງເຖິງກະສຽນອາຍຸທົ່ວໂລກ, ຈະເຂົ້າຮ່ວມການປ່ອນບັດໃນການເລືອກຕັ້ງທີ່ມີຄວາມໝາຍສໍາຄັນຄັ້ງຕ່າງໆ, ຢູ່ຫຼາຍປະເທດ ແລະ ພາກພື້ນໃນໂລກ ຄື: ອາເມຣິກາ, ຣັດເຊຍ, ອິນເດຍ, ອາຟຣິກກາໃຕ້, ເມັກຊິກໂກ, ສະຫະພາບເອີຣົບ. ດັ່ງນັ້ນ, ຄວາມສ່ຽງຈາກເຕັກໂນໂລຊີ AI ໄດ້ນໍາໃຊ້ເພື່ອດໍາເນີນບັນດາບັ້ນເຄື່ອນໄຫວຫວານຂ່າວປອມ, ຜ່ານນັ້ນກໍສົ່ງຜົນກະທົບເຖິງຜູ້ມີສິດເລືອກຕັ້ງ, ກໍ່ຄວາມຜິດພາດເຖິງໝາກຜົນຂອງການເລືອກຕັ້ງ.

ຖັດຈາກຄວາມສ່ຽງທີ່ກ່ຽວຂ້ອງເຖິງ Al ແມ່ນບັນດາບັນຫາ ຄື: ສະພາບດິນຟ້າອາກາດຜິດປົກກະຕິ; ຄວາມແບ່ງແຍກໃນສັງຄົມ, ການປະທະກັນຂອງກໍາລັງປະກອບອາວຸດລະຫວ່າງປະເທດຕ່າງໆ; ສະພາບຂາດຄວາມປອດໄພທາງອິນເຕີເນັດ; ຂາດໂອກາດດ້ານເສດຖະກິດ; ເງິນເຟີ້; ການອົບພະຍົບແບບບັງຄັບ… ແມ່ນບັນດາຄວາມສ່ຽງທີ່ WEF ຕີລາຄາວ່າຈະສ້າງບັນດາຄວາມສ່ຽງໃຫຍ່ສຸດຕໍ່ສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການເຕີບໂຕເສດຖະກິດທົ່ວໂລກ. ຕໍ່ໜ້າສະພາບການຕົວຈິງນັ້ນ, ທ່ານ Borge Brende ປະທານ WEF ຖືວ່າ: ຍິ່ງກວ່າເວລາໃດໝົດ ໂລກຕ້ອງຮຽນຄືນວິທີການຮ່ວມມືນໍາກັນ, ໃນຕໍ່ໜ້າແມ່ນຢູ່ເວທີປາໄສເສດຖະກິດໂລກ ປະຈໍາປີ ໂດຍ WEF ຈັດຕັ້ງ.

“ ພວກເຮົາອາດຈະເຫັນໄດ້ວ່າການຮ່ວມມືໃນໂລກໄດ້ຫຼຸດລົງ ນັບແຕ່ປີ 2016 ແລະ ຮອດປີ 2020 ແມ່ນຫຼຸດລົງຢ່າງແຮງ. ຈໍານວນຜູ້ຕ້ອງປະລະເຮືອນຊານບ້ານຊ່ອງໃນແຕ່ລະປີເພີ່ມຈາກລະດັບ 40 ລ້ານຄົນ ຂຶ້ນເປັນ 110 ລ້ານຄົນໃນປີຜ່ານມາ. ພວກເຮົາກໍໄດ້ເຫັນປະຈັກຕາບັນດາການບຸກໂຈມຕີທາງອິນເຕີເນັດທີ່ເພີ່ມຂຶ້ນທົບ 4 ເທົ່າ. ດັ່ງນັ້ນ, ຢູ່ Davos ພວກຂ້າພະເຈົ້າຈະເຊີນບັນດານັກປາຖະກະຖາ ເພື່ອຊອກຫາບັນດາກາລະໂອກາດຮ່ວມມື ໃນສະພາບການທີ່ເຕັມໄປດ້ວຍສິ່ງທ້າທາຍຄືໃນປັດຈຸບັນ ”.

■ ບັນດາການຄາດຄະເນທີ່ບໍ່ສະຫວ່າງສະໄຫວ

ໃນ “ ບົດລາຍງານຄວາມສ່ຽງທົ່ວໂລກ ” ເຊິ່ງ WEF ຫາກໍປະກາດ ໄດ້ສ່ອງແສງໃຫ້ເຫັນທ່າອ່ຽງລະມັດລະວັງ, ບໍ່ສະຫວ່າງສະໄຫວພວມກວມສ່ວນຫຼາຍໃນບັນດາບົດຄາດຄະເນເສດຖະກິດສັງຄົມທົ່ວໂລກ ເຊິ່ງຫຼາຍອົງການສາກົນຍົກອອກມາໃນຊຸມວັນຕົ້ນປີນີ້. ກ່ອນໜ້ານັ້ນ, ວັນທີ 4 ມັງກອນ ສະຫະປະຊາຊາດໄດ້ປະກາດບົດລາຍງານ “ ແງ່ຫວັງເສດຖະກິດໂລກ 2024 ” ໂດຍຮັບຮູ້ວ່າການຄ້າທົ່ວໂລກຊຸດໂຊມລົງ, ດອກເບ້ຍເງິນກູ້ສູງຂຶ້ນ, ໜີ້ສາທາລະນະເພີ່ມຂຶ້ນສູງ ແລະ ຄວາມເຄັ່ງຕຶງດ້ານພູມສາດການເມືອງເພີ່ມຂຶ້ນ ເຮັດໃຫ້ການເຕີບໂຕທົ່ວໂລກໃນປີນີ້ປະສົບກັບຄວາມສ່ຽງ.

ຕາມ ສປຊ ແລ້ວ, ການເຕີບໂຕເສດຖະກິດທົ່ວໂລກໃນປີນີ້ຄາດວ່າ ຈະບັນລຸພຽງແຕ່ປະມານ 2,4% ຫຼຸດລົງ ເມື່ອທຽບໃສ່ລະດັບ 2,7% ຂອງປີ 2023. ບັນດາພື້ນຖານເສດຖະກິດໃຫຍ່ ຄື: ອາເມຣິກາ, ຈີນ, ສະຫະພາບເອີຣົບ ( EU ), ຍີ່ປຸ່ນ… ລ້ວນແຕ່ໄດ້ຄາດຄະເນຈະບັນລຸຜົນງານບໍ່ໄດ້ດີປານໃດ, ໃນຂະນະນັ້ນ ພື້ນຖານເສດຖະກິດຢືນອັນດັບໜຶ່ງໃນໂລກ ແມ່ນອາເມຣິກາ ໄດ້ເພີ່ມຂຶ້ນປະມານ 1,4% ໃນປີນີ້ເທົ່ານັ້ນ ຕໍ່າກວ່າຫຼາຍເມື່ອທຽບໃສ່ອັດຕາການເຕີບໂຕປະມານ 2,5% ຂອງປີ 2023. ເປັນໜ້າສົນໃຈວ່າ, ກຸ່ມບັນດາປະເທດພວມພັດທະນາຢູ່ອາຊີຕາເວັນອອກ, ອາຊີຕາເວັນຕົກ, ອາເມຣິກາລາຕິນ ແລະ ກາຣີເບ ກໍໄດ້ຮັບການຄາດຄະເນຈະມີການເຕີບໂຕຫຍຸ້ງຍາກໃນສະພາບດ້ານການເງິນຖືກຮັດແຄບລົງ ແລະ ຄວາມຕ້ອງການຢູ່ພາຍນອກຊຸດໂຊມ.

ກໍມີຂໍ້ສັງເກດລວມ, ວັນທີ 9 ມັງກອນ ທະນາຄານໂລກ ( WB ) ກໍໄດ້ຍົກອອກການຄາດຄະເນວ່າ ການເຕີບໂຕທົ່ວໂລກໃນປີນີ້ຈະຊັກຊ້າລົງໃນປີທີ 3 ຢ່າງລຽນຕິດ. ທ່ານ Ayhan Kose ຮອງຫົວໜ້ານັກຊ່ຽວຊານເສດຖະກິດຂອງ WB ໃຫ້ຮູ້ວ່າ:

“ ເສດຖະກິດທົ່ວໂລກມີຄວາມໝັ້ນຄົງພໍສົມຄວນ ເຖິງວ່າຕ້ອງປະເຊີນໜ້າກັບບັນດາຄວາມຫຍຸ້ງຍາກຕໍ່ເນື່ອງ ແຕ່ການຊຸດໂຊມຂອງການເຕີບໂຕທົ່ວໂລກຍັງສືບຕໍ່ຢູ່. ປີນີ້ຈະແມ່ນປີທີ 3 ທີ່ຫຼຸດລົງ ດ້ວຍລະດັບການເຕີບໂຕທົ່ວໂລກ ເຊິ່ງພວກຂ້າພະເຈົ້າຄາດຄະເນວ່າແມ່ນ 2,4% ປີກາຍແມ່ນ 2,6%, ນອກຈາກນັ້ນ ຍັງມີຫຼາຍຄວາມສ່ຽງ ອື່ນໆເຊິ່ງເສດຖະກິດທົ່ວໂລກຕ້ອງປະເຊີນໜ້າ.

  • ຕາມ WB ແລ້ວ, ຖ້າຍົກເວັ້ນການຊຸດໂຊມຈາກໂລກລະບາດໂຄວິດ -19, ລະດັບການເຕີບໂຕຂອງປີນີ້ແມ່ນ ຕ່ໍາທີ່ສຸດ ນັບແຕ່ເກີດວິກິດການການເງິນທົ່ວໂລກໃນປີ 2009. ຕາມ WB ແລ້ວ ໃນທ້າຍປີນີ້, ປະຊາຊົນຢູ່ປະມານ 1/4 ບັນດາປະເທດພວມພັດທະນາ ແລະ 40% ປະເທດ ມີລາຍຮັບຕໍ່າຈະທຸກຍາກກວ່າເມື່ອທຽບໃສ່ປີ 2019, ໄລຍະກ່ອນເກີດພະຍາດລະບາດໂຄວິດ – 19…

ທັງໝົດນັ້ນຄືບາງຂໍ້ມູນທີ່ຢາກໃຫ້ເພື່ອນຜູ້ອ່ານກຳໄດ້ນໍ?.