ການປ້ອງກັນຄວາມອຸດົມຮັ່ງມີ ຫຼື ປ້ອງກັນຄວາມສ່ຽງ

72

ຊີວິດຄົນເຮົາຕ້ອງພົບກັບ ຄວາມສ່ຽງຮອບດ້ານ ບໍ່ມີໃຜຮູ້ວ່າເຫດການທີ່ບໍ່ຄາດຄິດ ເປັນຕົ້ນແມ່ນອຸບັດເຫດ ຫຼື ຄວາມເຈັບປ່ວຍຈະເກີດກັບທ່ານ ແລະ ຄອບຄົວເມື່ອໃດ ຖ້າຫາກທ່ານບໍ່ໄດ້ກຽມຕົວຮັບມືເອົາໄວ້ກ່ອນລ່ວງໜ້າ ຊັບສິນເງິນທອງທີ່ເກັບສະສົມມາຕະຫຼອດຊີວິດ ອາດຈະໝົດໄປ ຍ້ອນບັນດາຄວາມສ່ຽງທີ່ອາດຈະເກີດຂຶ້ນ ໂດຍບໍ່ທັນໄດ້ຕັ້ງຕົວ.

อาจเป็นรูปภาพของ ข้อความพูดว่า "R What is a Risk? SS K"

ໃນຫຼາຍອາທິດຜ່ານມາພວກເຮົາໄດ້ນຳສະເໜີກ່ຽວກັບການສ້າງຄວາມອຸດົມຮັ່ງມີ ເຊິ່ງເປັນຂັ້ນຕອນທຳອິດຂອງຂັ້ນໄດສູງຄວາມອຸດົມຮັ່ງມີທີ່ແທ້ຈິງ ເມື່ອຮູ້ເຖິງການສ້າງ ຄວາມອຸດົມຮັ່ງມີແລ້ວ ຕໍ່ມາຕ້ອງຮູ້ການປ້ອງກັນຄວາມອຸດົມຮັ່ງມີ ຫຼື ກໍຄືປ້ອງກັນ ຄວາມສ່ຽງທີ່ເປັນຂັ້ນຕອນທີສອງ ຫຼື ບາດກ້າວຖັດມາຂອງຂັ້ນໄດສູງຄວາມອຸດົມຮັ່ງມີທີ່ແທ້ຈິງ.

ຄວາມສ່ຽງແມ່ນເຫດການທີ່ບໍ່ແນ່ນອນ ເຊິ່ງອາດຈະເກີດຂຶ້ນໃນອະນາຄົດ ທີ່ກໍ່ໃຫ້ເກີດຄວາມເສຍຫາຍ ແລະ ມີຜົນກະທົບໃນດ້ານລົບຕໍ່ການບັນລຸຕາມວັດຖຸປະສົງ ແລະ ເປົ້າໝາຍທີ່ຕັ້ງໄວ້. ສະນັ້ນ, ການປ້ອງກັນຄວາມສ່ຽງຈຶ່ງມີ ຄວາມສໍາຄັນໃນການບໍລິຫານປັດໄຈ ແລະ ຄວບຄຸມກິດຈະກໍາຕ່າງໆ ເພື່ອຫຼຸດຜ່ອນໂອກາດທີ່ຈະເກີດຄວາມເສຍຫາຍໃຫ້ຢູ່ໃນລະດັບທີ່ສາມາດຍອມຮັບໄດ້ ເຊິ່ງການປ້ອງກັນຄວາມສ່ຽງແມ່ນສາມາດເຮັດໄດ້ໂດຍມີຄື:

อาจเป็นรูปภาพของ ข้อความพูดว่า "RISK HIGH MEDIUM LOW"

ການວາງແຜນປະກັນໄພ: ເຄື່ອງມືໃນການປ້ອງກັນ ຄວາມສ່ຽງ ທີ່ສາມາດເຫັນໄດ້ໃນປັດຈຸບັນ ກໍຄືການປະກັນໄພ, ຖ້າມີຄົນບອກວ່າການຊື້ປະກັນໄພເປັນການລົງທຶນຢ່າງໜຶ່ງ ອາດມີຫຼາຍທ່ານຍັງສົງໄສ ເນື່ອງຈາກບໍ່ເຄີຍເຫັນຜົນຕອບແທນທີ່ຊັດເຈນຈາກການປະກັນໄພ. ສ່ວນຫຼາຍແລ້ວເຮົາມັກຈະຊື້ຍ້ອນຖືກບັງຄັບຕາມລະບຽບການ ເຊັ່ນ ປະກັນໄພລົດ ແຕ່ຄວາມຈິງແລ້ວການຊື້ປະກັນໄພຖືເປັນການລົງທຶນຢ່າງໜຶ່ງທີ່ບໍ່ຄວນເບິ່ງຂ້າມ ເພາະມັນເປັນການຖ່າຍໂອນຄວາມສ່ຽງໃຫ້ກັບຜູ້ອື່ນ ເຊິ່ງແມ່ນບໍລິສັດປະກັນໄພນັ້ນເອງ ໂດຍຈະຊ່ວຍທ່ານຫຼຸດຜ່ອນອຸປະສັກ ເພື່ອໃຫ້ສາມາດບັນລຸເປົ້າໝາຍທີ່ຕັ້ງໄວ້.

อาจเป็นรูปภาพของ ข้อความ

ການວາງແຜນກະສຽນ: ນອກຈາກເຫດການບໍ່ຄາດຄິດ ທີ່ອາດເກີດຂຶ້ນເມື່ອໃດກໍບໍ່ຮູ້ອີກເຫດການໜຶ່ງທີ່ຫຼາຍທ່ານຄິດບໍ່ເຖິງວ່າຈະເປັນຄວາມສ່ຽງໃນຊີວິດ ກໍຄືການບໍ່ມີເງິນພຽງພໍໃຊ້ໃນໄວກະສຽນ ທ່ານໃດທີ່ເຄີຍຄິດວ່າບໍ່ຈໍາເປັນຕ້ອງສະສົມເງິນໄວ້ຫຼາຍກໍໄດ້, ບໍ່ຮູ້ວ່າຈະໄດ້ໃຊ້ເງິນຕອນເຖົ້າແກ່ ຫຼື ບໍ່ ອາດຈະເສຍຊີວິດໄປກ່ອນກໍໄດ້. ເລື່ອງນີ້ເປັນເລື່ອງທີ່ປະໝາດບໍ່ໄດ້ ເພາະທຸກມື້ນີ້ອາຍຸຍືນສະເລ່ຍຂອງຄົນເຮົາເພີ່ມຂຶ້ນເລື້ອຍໆ ບາງຄົນອາດມີອາຍຸຮອດຮ້ອຍປີ. ດັ່ງນັ້ນ, ການວາງແຜນກະສຽນຕັ້ງແຕ່ມື້ນີ້ ຈຶ່ງເປັນອີກຕົວຊ່ວຍໜຶ່ງທີ່ຈະເຮັດໃຫ້ທ່ານມີເງິນພຽງພໍໃຊ້ຈ່າຍຢ່າງສະບາຍໃນໄລຍະບັ້ນປາຍຊີວິດ.

ໂດຍ: ຕລຊລ