ຕຳໝາກຍົມ ໃສ່ ຂີງ ເມນູແກ້ຢາກນອນ ຍາມຮ້ອນໆແບບນີ້

41

ຍາມເດືອນ 2 – 3 – 4 ເປັນໄລຍະທີ່ໝາກຍົມອອກໝາກຫຼາຍທີ່ສຸດ ພໍດີສົມທົບກັບອາກາດຮ້ອນໆ ຄົນເລີ່ມຢາກກິນແຕ່ສົ້ມ ກັບ ນໍ້າຫຼາຍ. ດັ່ງນັ້ນ, ມື້ນີ້ເຮົາຈະມາແນະນຳວິທີເຮັດຕຳໝາກຍົມກິນເອງແບບແຊບໆ ແກ້ອາການຢາກນອນໄລຍະລະດູຮ້ອນສົມທົບກັບໂຕຈັກຈັ່ນຮ້ອງພໍດີກ່ອມໃຫ້ຢາກນອນ.

อาจเป็นรูปภาพของ ผลไม้ และ ลำไย

▶ວັດຖຸດິບ: ໝາກຍົມ, ຂີງ, ໝາກເຜັດດິບ ຫຼື ໝາກເຜັດແຫ້ງ, ເກືອ, ແປ້ງນົວ, ນໍ້າຕານ, ກະປິ, ນໍ້າປາແດກ ຫຼື ໃຜບໍ່ກິນປາແດກໃສ່ນໍ້າປາແທນກໍໄດ້.

ไม่มีคำอธิบายรูปภาพ

▶ຂັ້ນຕອນເຮັດ: ຕຳໝາກເຜັດ, ເກືອ, ແປ້ງນົວ, ຂີງ ໃຫ້ລະອຽດ ແລ້ວຕຳໝາກຍົມລົງໃຫ້ແຫຼກ ( ນໍ້າໝາກຍົມຈະອອກມາຫຼາຍຈະເຮັດໃຫ້ຕຳຍາກ ຄວນເອົາໝາກຍົມໃສ່ຖົງຢາງແລ້ວທຸບໃຫ້ແຕກກ່ອນແລ້ວຈຶ່ງນຳໄປຕຳ ) ຈາກນັ້ນກໍເອົານໍ້າຕານ, ນໍ້າປາແດກ ຫຼື ນໍ້າປາຖອກລົງໄປ, ປຸງລົດຊາດຕາມໃຈມັກ ເທົ່ານີ້ທ່ານກໍໄດ້ຕຳໝາກຍົມສົ້ມໆແຊບໆກິນແລ້ວ ( ໝາກເຜັດຄວນໃສ່ໜ້ອຍ ເພາະຄວາມເຜັດຂອງຂີງກໍເຜັດຢູ່ແລ້ວ ).

ໂດຍ: ນົກແຕນແວນ]