ບັນຫາທົ່ວໂລກ

98

ຫາກເວົ້າເຖິງການສໍ້ລາດບັງຫຼວງນີ້ມັນເປັນທົ່ວໂລກເນີ່!… ຫວ່າງແລ້ວນີ້ໃນກອງປະຊຸມສະພາແຫ່ງຊາດຄັ້ງຫຼ້າສຸດ ບັນດາທ່ານ ສສຊ ກໍໄດ້ຍົກບັນຫານີ້ຂຶ້ນມາເວົ້າ ແລະ ອົງການກ່ຽວຂ້ອງເພິ່ນກໍໄດ້ອະທິບາຍຊີ້ແຈງ… ຫາກເພື່ອນຜູ້ອ່ານຕິດຕາມຈະເຫັນວ່າສື່ມວນຊົນກໍລາຍງານຂ່າວເຖິງຕົວເລກ ຄວາມສູນເສຍ ແລະ ມາດຕະການແກ້ໄຂກ່ຽວກັບເລື່ອງນີ້.

ມື້ນີ້ຜູ້ຂຽນຢາກນຳສະເໜີບັນຫາດັ່ງນີ້ຢູ່ປະເທດເພື່ອນມິດຍຸດທະສາດຂອງພວກເຮົາ ວ່າເພິ່ນດຳເນີນການແນວໃດ? ຜ່ານບົດວິເຄາະໃນຫົວຂໍ້: “… ປ້ອງກັນ; ຕ້ານການສໍ້ລາດບັງຫຼວງ; ມາດຕະການສຳຄັນເພື່ອໃຫ້ຫວຽດນາມພັດທະນາ..” ທີ່ລົງພິມໃນ VOV WORLD ສະບັບອອນລາຍລົງວັນທີ 2 ກຸມພາ 2024 ດັ່ງນີ້:

ພາລະກິດຂອງກັນ, ຕ້ານການສໍ້ລາດບັງຫຼວງຢູ່ຫວຽດນາມ ໂດຍພັກ ແລະ ລັດ ໄດ້ເອົາໃຈໃສ່ຊີ້ນໍາຢ່າງຂ້ຽວຊາດ, ຄົບຊຸດ, ດ້ວຍການເຂົ້າຮ່ວມຂອງປະຊາຊົນ ແລະ ທັງລະບົບການເມືອງ. ບັນດາໝາກຜົນບັນລຸໄດ້ໃນໄລຍະຜ່ານມາໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ພວມໄປຖືກທິດ, ໄດ້ຮັບການສະໜັບສະໜູນຈາກຫາງສຽງ.

ຕົວຈິງໄດ້ພິສູດໃຫ້ເຫັນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ ແມ່ນເສັ້ນທາງຖືກຕ້ອງ ຊ່ວຍນໍາປະເທດຊາດພັດທະນາ.

■ ບໍ່ຖອຍຫຼັງ, ບໍ່ຜ່ອນສັ້ນຜ່ອນຍາວ

ບໍ່ຖອຍຫຼັງ, ບໍ່ຜ່ອນສັ້ນຜ່ອນຍາວກັບການສໍ້ລາດບັງຫຼວງ ໄດ້ກາຍເປັນຄໍາສັ່ງສໍາລັບອົງຄະນະພັກ, ອໍານາດການປົກຄອງທຸກຂັ້ນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ຢັ້ງຢືນຈະສືບຕໍ່ສູ້ແຮງການຕໍ່ສູ້ປ້ອງກັນ, ຕ້ານອາຍາສິດ, ສໍ້ລາດບັງຫຼວງ, ຟຸ່ມເຟືອຍ, ປາກົດການຫຍໍ້ທໍ້ທົ່ວລະບົບການເມືອງມະນາ ພະຍາຍາມປະຕິບັດການຊີ້ນໍາຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ສ້າງລະບອບລະບຽບການ, ນະໂຍບາຍ, ກົນໄກ, ຂໍ້ກໍານົດໃຫ້ສົມບູນແບບຢ່າງຮີບດ່ວນ ເພື່ອໃຫ້ແຕ່ລະບຸກຄົນມີສະຕິຄວາມຮັບຜິດຊອບຕໍ່ຕົນເອງ, ບໍ່ສາມາດ, ບໍ່ກ້າ, ບໍ່ຢາກ, ບໍ່ຕ້ອງການສໍ້ລາດບັງຫຼວງ.

ທີ່ການປະຊຸມຖະແຫຼງຂ່າວໃນວັນທີ 1 ກຸມພາ ຢູ່ຮ່າໂນ້ຍ ຄະນະວຽກງານການເມືອງພາຍໃນສູນກາງ ໃຫ້ຮູ້ວ່າ: ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ ໄດ້ປະກາດໃຊ້ເອກະສານເກືອບ 50 ສະບັບ ກ່ຽວກັບການກໍ່ສ້າງ, ປັບປຸງພັກ, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້.

ວຽກງານການກວດກາ, ຕິດຕາມກວດກາ, ກວດສອບບັນຊີ ໄດ້ປະຕິບັດຄົບຊຸດ; ປະຕິບັດລະບຽບວິໄນຢ່າງເຂັ້ມງວດ, ສົ່ງເສີມການລາອອກຈາກຕໍາແໜ່ງ, ປົດຕໍາແໜ່ງ, ປ່ຽນແທນພະນັກງານທີ່ຖືກລົງວິໄນຢ່າງທັນການ. ໃນປີ 2023, ທຸກຂັ້ນໄດ້ດໍາເນີນການລົງວິໄນສະມາຊິກພັກ 459 ຄົນ ຍ້ອນການສໍ້ລາດບັງຫຼວງ ນັບແຕ່ຕົ້ນອາຍຸການກອງປະຊຸມໃຫຍ່ ຄັ້ງທີ XIII ມາຮອດປັດຈຸບັນ ໄດ້ດໍາເນີນການລົງວິໄນພະນັກງານຂັ້ນສູນກາງຄຸ້ມຄອງ 105 ຄົນ.

ແຕ່ຕົ້ນອາຍຸການກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກມາຮອດປັດຈຸບັນ, ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ, ຄະນະຊີ້ນໍາສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ສິ່ງຫຍໍ້ທໍ້ ໄດ້ປະກາດເອກະສານກວ່າ 100 ສະບັບ ເພື່ອເພີ່ມທະວີວຽກງານກໍ່ສ້າງພັກ, ລະບົບການເມືອງ ແລະ ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ ( ເພີ່ມຂຶ້ນທົບສອງເທົ່າເມື່ອທຽບໃສ່ເຄິ່ງຕົ້ນອາຍຸການຊຸດທີ XII ), ສະພາແຫ່ງຊາດ ໄດ້ຮັບຮອງເອົາກົດໝາຍ, ລັດຖະດໍາລັດ 24 ສະບັບ ແລະ ປະກາດໃຊ້ມະຕິສໍາຄັນຫຼາຍສະບັບ. ລັດຖະບານ, ນາຍົກລັດຖະມົນຕີ ໄດ້ປະກາດໃຊ້ຫຼາຍມະຕິ, ດໍາລັດ, ປະກອບສ່ວນຍົກສູງຜົນສັກສິດ, ປະສິດທິຜົນການຄຸ້ມຄອງຂອງລັດໃນຂົງເຂດຕ່າງໆ, ສ້າງກົນໄກການສະກັດກັ້ນຢ່າງເຄັ່ງຂັດໃຫ້ສົມບູນແບບເທື່ອລະກ້າວເພື່ອ “ ບໍ່ສາມາດ ” ສໍ້ລາດບັງຫຼວງໄດ້.

ກ່າວຄໍາເຫັນເນື່ອງໃນໂອກາດສະເໜີປຶ້ມຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບ “ ເດັດດ່ຽວ, ຢຶດໝັ້ນ ຕໍ່ສູ້, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປາກົດການຫຍໍ້ທໍ້, ປະກອບສ່ວນກໍ່ສ້າງພັກ ແລະ ລັດ ໃຫ້ນັບມື້ປອດໃສ, ໝັ້ນຄົງເຂັ້ມແຂງ ” ( ປີ 2023 ), ທ່ານ ຫງວຽນທາຍຮອກ ຮອງຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງ ໃຫ້ຂໍ້ສັງເກດວ່າ:

“ ວຽກງານການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ ໄດ້ກາຍເປັນທ່າອ່ຽງທີ່ບໍ່ອາດຕ່າວປີ້ນໄດ້. ປັດຈຸບັນ, ຄວາມເຊື່ອໝັ້ນຕໍ່ພັກໃນທົ່ວປວງຊົນກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ ແລະ ບົດບາດຂອງທ່ານເລຂາທິການໃຫຍ່, ຜູ້ນໍາໜ້າພັກແມ່ນໃຫຍ່ຫຼວງທີ່ສຸດ ”.

■ ຫາງສຽງສະໜັບສະໜູນ

ບັນດາຄວາມມານະພະຍາຍາມ, ຄວາມຕັດສິນໃຈຕໍ່ສູ້, ສະກັດກັ້ນການສໍ້ລາດບັງຫຼວງຂອງ ຫວຽດນາມ ໄດ້ຮັບການສະໜັບສະໜູນຈາກຫາງສຽງ, ຄືຄໍາເຫັນຂອງປະຊາຊົນຜູ້ໜຶ່ງທີ່ວ່າ:

“ ວຽກງານການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃນໄລຍະຜ່ານມາໂດຍພັກ ແລະ ຜູ້ນໍາໜ້າຂອງພັກ ເຊິ່ງແມ່ນທ່ານເລຂາທິການໃຫຍ່່ ຫງວຽນຝູຈ້ອງ ໄດ້ເອົາໃຈໃສ່ທີ່ສຸດ. ຜ່ານການຕິດຕາມ, ຂ້າພະເຈົ້າເຫັນວ່າ ຖ້າມີການລະເບີດ ກໍລ້ວນແຕ່ຖືກປັບໃໝ, ລົງໂທດຢ່າງເຂັ້ມງວດ ແລະ ກະຈ່າງແຈ້ງຕໍ່ໜ້າກົດໝາຍ, ຕໍ່ໜ້າປະຊາຊົນ… ສິ່ງດັ່ງກ່າວຈະນໍາມາເຊິ່ງຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ “.

■ ນັກຂ່າວ Jun Rina, ສ.ເກົາຫຼີ ຖືວ່າ:

“ ຫວຽດນາມ ພວມຢືນຢູ່ຕໍ່ໜ້າໄລຍະເວລາປະຫວັດສາດທີ່ສໍາຄັນ ເພື່ອມຸ່ງໄປເຖິງບາດກ້າວກະໂດດຂັ້ນ, ບັ້ນຮົບຕ້ານສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ຂອງ ຫວຽດນາມ ໃນປັດຈຸບັນ ໂດຍພັກ ໄດ້ຊີ້ນໍາຢ່າງຂ້ຽວຂາດ, ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ໄດ້ກາຍເປັນໜ້າທີ່, ທ່າອ່ຽງທີ່ບໍ່ອາດຕ່າວປີ້ນ ຄືທ່ານເລຂາທິການໃຫຍ່ໄດ້ຢັ້ງຢືນ; ຫວຽດນາມ ຕ້ອງສືບຕໍ່ ຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ບໍ່ພຽງແຕ່ເພື່ອການພັດທະນາເສດຖະກິດເທົ່ານັ້ນ ຫາກຍັງເພື່ອອະນາຄົດອີກດ້ວຍ ”.

ບັນດາໝາກຜົນທີ່ບັນລຸໄດ້ໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ສະແດງໃຫ້ເຫັນຄວາມຕັດສິນໃຈທາງການເມືອງຂອງພັກ ແລະ ລັດ: “ ບໍ່ມີເຂດຫ້າມ ”, “ ບໍ່ມີນອກຮີດ ”, “ ບໍ່ວ່າແມ່ນໃຜ ”. ວຽກງານການປ້ອງກັນ, ຕ້ານສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ແມ່ນເສັ້ນທາງທີ່ຖືກຕ້ອງ ເພື່ອໃຫ້ປະເທດຊາດພັດທະນາ.

ສະເໜີເພື່ອໃຫ້ເພື່ອນຜູ້ອ່ານກຳໄດ້ວ່າ: ເລື່ອງນີ້ມັນເປັນບັນຫາທົ່ວໂລກຢູ່ປະເທດເພື່ອນມິດຍຸດທະສາດເຮົາເພິ່ນກໍມີ.