ການສະສົມເງິນ ແລະ ຮູ້ເກັບ

65

ການສະສົມເງິນ ຫຼື ຮູ້ເກັບ ແມ່ນເປັນສ່ວນໜຶ່ງທີ່ສຳຄັນ ໃນແນວທາງການປະຕິບັດໃນການສ້າງຄວາມອຸດົມຮັ່ງມີ ເຊິ່ງການຮູ້ເກັບ ຫຼື ການສະສົມເງິນນີ້ ແມ່ນເປັນສິ່ງສຳຄັນ ແລະ ຈຳເປັນທີ່ສຸດທີ່ຈະເຮັດໃຫ້ເຮົາສາມາດສ້າງຄວາມອຸດົມຮັງມີໄດ້ ຖ້າຂາດສ່ວນນີ້ໄປກໍຍາກທີ່ຈະສາມາດສ້າງຄວາມອຸດົມຮັ່ງມີຂຶ້ນມາໄດ້.

อาจเป็นรูปภาพของ เงิน

ຫຼາຍຄົນອາດຈະມີຄຳຖາມວ່າຄວນເກັບເງິນແບບໃດຈຶ່ງຈະສໍາເລັດ ແນ່ນອນວ່າເຄັດລັບໃນການເກັບເງິນ ຫຼື ສະສົມເງິນ ແມ່ນບໍ່ໄດ້ມີແບບຕາຍຕົວ ທ່ານສາມາດສ້າງແບບແຜນຂອງທ່ານເອງ ຫຼື ດັດປັບແບບແຜນຂອງບຸກຄົນອື່ນມານຳໃຊ້ກໍໄດ້ ແຕ່ສຳລັບທ່ານຜູ້ທີ່ຍັງບໍ່ທັນມີແບບແຜນອັນໃດເທື່ອ ຫຼື ຜູ້ທີ່ກຳລັງເລີ່ມຕົ້ນເກັບເງິນ ສາມາດປະຕິບັດຕາມຂັ້ນຕອນທີ່ຈະນຳສະເໜີດັ່ງຕໍ່ໄປນີ້:

อาจเป็นรูปภาพของ เงิน และ ข้อความ

1. ຕັ້ງເປົ້າໝາຍ: ການລົງມືສະສົມເງິນໂດຍໄຮ້ຈຸດໝາຍເປັນເລື່ອງຍາກທີ່ຈະປະສົບຜົນສຳເລັດ ເພາະມະນຸດເຮົາມັກຄວາມທ້າທາຍ ແລະ ມີແຮງຈູງໃຈ ເປົ້າໝາຍຂອງການສະສົມເງິນຂອງແຕ່ລະທ່ານມີ ໂດຍທົ່ວໄປເປົ້າໝາຍແມ່ນມີລັກສະນະຄື:

ເປົ້າໝາຍໄລຍະສັ້ນ: ເປັນເປົ້າໝາຍທີ່ເຮັດໄດ້ງ່າຍ ເຊັ່ນ ຜູ້ທີ່ຮັກຫອມການສະສົມເງິນຢາກໄດ້ລົດ ທ່ານກໍຕ້ອງໄດ້ຄໍານວນວ່າລົດທີ່ທ່ານຢາກໄດ້ນັ້ນຕ້ອງໃຊ້ເງິນສະສົມເທົ່າໃດ ໝາຍຄວາມວ່າລາຄາຂອງລົດຄືເປົ້າໝາຍໃນການສະສົມເງິນນັ້ນເອງ.

อาจเป็นรูปภาพของ เงิน และ ข้อความ

ເປົ້າໝາຍໄລຍະຍາວ: ເຊັ່ນເງິນສະສົມສຳລັບການກະສຽນ ທ່ານຕ້ອງໄດ້ວາງແຜນ ໄລຍະຍາວຫຼັງກະສຽນ 20 – 30 ປີ ຈຳນວນເງິນສະສົມທີ່ທ່ານຕ້ອງການສໍາລັບການຢູ່ຢ່າງສະດວກສະບາຍນັ້ນ ເປັນຈຳນວນເງິນເທົ່າໃດ ແລະ ຕ້ອງໄດ້ສຶກສາຕໍ່ວ່າ ຈະເອົາເງິນສະສົມນັ້ນໄປລົງທຶນຫຍັງແດ່ ເພື່ອໃຫ້ບັນລຸຈຸດປະສົງທີ່ທ່ານໄດ້ຕັ້ງໄວ້.

2. ກຳນົດເວລາ: ການກໍານົດໄລຍະເວລາໃຫ້ແນ່ນອນວ່າ ເປົ້າໝາຍທີ່ໄດ້ຕັ້ງໄວ້ນັ້ນ ຕ້ອງໃຊ້ເວລາໃນການສະສົມເງິນເທົ່າໃດ ການກໍານົດເວລາ ບໍ່ຄວນກໍານົດໃນໄລະຍະເວລາທີ່ເປັນໄປບໍ່ໄດ້ ເຊິ່ງການກຳນົດແບບນັ້ນຈະເຮັດໃຫ້ນັກສະສົມເງິນເກີດຄວາມທໍ້ຖອຍ.

อาจเป็นรูปภาพของ เงิน

3. ສ້າງລາຍລະອຽດ: ຫຼັງຈາກຕັ້ງເປົ້າໝາຍ ແລະ ມີກໍານົດເວລາທີ່ແນ່ນອນແລ້ວກ່ອນອື່ນໝົດທ່ານຕ້ອງແບ່ງລາຍໄດ້ ຫຼື ລາຍຮັບຂອງທ່ານ ອອກເປັນກຸ່ມເພື່ອໃຫ້ງ່າຍໃນການສ້າງລາຍລະອຽດໃນການສະສົມຄື: 1. ເງິນທີ່ຈະໃຊ້ໃນຊີວິດປະຈໍາວັນ; 2. ເງິນສຸກເສີນໃນກໍລະນີເກີດເຫດສຸດວິໄສ ທັງນີ້ເພື່ອປ້ອງກັນການນໍາເອົາເງິນສະສົມມາໃຊ້ກ່ອນ; 3. ເງິນລົງທຶນ ກໍລະນີທ່ານເຖິງຈຸດທີ່ມີເງິນສະສົມເຫຼືອເຟື້ອ; ແລະ 4. ເງິນສະສົມ ທ່ານຕ້ອງສ້າງລາຍລະອຽດໃນການສະສົມວ່າ ຈະສະສົມເປັນຈຳນວນເງິນເທົ່າໃດຕໍ່ ມື້, ຕໍ່ອາທິດ ຫຼື ຕໍ່ເດືອນ ໂດຍແບ່ງສ່ວນໃຫ້ສົມດູນກັນ.

อาจเป็นรูปภาพของ 2 คน, น้ำ, มหาสมุทร และ ชายหาด

4. ສ້າງບັນຊີລາຍຈ່າຍ: ສິ່ງທີ່ສຳຄັນອີກຢ່າງໜຶ່ງກໍຄື ທ່ານຕ້ອງສ້າງບັນຊີລາຍຈ່າຍຢ່າງສະໝໍ່າສະເໝີ ເພື່ອໃຫ້ຮູ້ວ່າທ່ານໃຊ້ຈ່າຍຫຍັງແດ່ໃນແຕ່ລະເດືອນ. ສິ່ງທີ່ທ່ານໃຊ້ຈ່າຍໄປນັ້ນຈໍາເປັນແລ້ວ ຫຼື ບໍ່. ຫຼັງຈາກນັ້ນໃຫ້ສົມທຽບລາຍຮັບ ແລະ ລາຍຈ່າຍຂອງທ່ານໃນແຕ່ລະເດືອນ ແລ້ວຕັດລາຍຈ່າຍທີ່ບໍ່ຈໍາເປັນອອກຈາກລາຍການ ຫຼື ບັນຊີລາຍຈ່າຍ.

5. ປະເມີນເປົ້າໝາຍ: ຜ່ານການສະສົມມາໃນໄລຍະໃດໜຶ່ງ ກ່ອນທີ່ຈະຮອດກຳນົດເວລາຂອງການສະສົມ ທ່ານຕ້ອງໄດ້ປະເມີນເປົ້າໝາຍ ແລະ ເງິນສະສົມຄືນ ວ່າສຳເລັດໄດ້ຈັກສ່ວນຮ້ອຍແລ້ວ ຕ້ອງການປັບປ່ຽນຈຳນວນເງິນສະສົມເພີ່ມຂຶ້ນ ຫຼື ບໍ່, ຢາກປ່ຽນເປົ້າໝາຍ ຫຼື ປ່ຽນກຳນົດເວລາ ຫຼື ບໍ່.

6. ສະສົມກ່ອນໃຊ້: ການສະສົມເງິນໂດຍທົ່ວໄປແມ່ນມີ 2 ແບບຄື: ໃຊ້ເຫຼືອແລ້ວຈຶ່ງສະສົມ ແລະ ສະສົມກ່ອນໃຊ້ ແຕ່ວິທີທີ່ໄດ້ຜົນດີທີ່ສຸດຄືການ ສະສົມກ່ອນຈຶ່ງໃຊ້ ໝາຍ ຄວາມວ່າ ທ່ານຕ້ອງຫັກເປັນເງິນສະສົມໄວ້ກ່ອນ ສ່ວນທີ່ຍັງເຫຼືອຈຶ່ງນຳໄປໃຊ້ຈ່າຍ ເພື່ອເປັນການຮັບປະກັນວ່າທ່ານຈະມີເງິນເກັບໃນແຕ່ລະເດືອນຢ່າງແນ່ນອນ.

ການສະສົມເງິນ ບໍ່ຈໍາເປັນຕ້ອງລໍຖ້າໃຫ້ມີເງິນເປັນຈຳນວນຫຼວງຫຼາຍຈຶ່ງຈະສະສົມ ໃຫ້ເຂົ້າໃຈວ່າ ເງິນກ້ອນໃຫຍ່ ແມ່ນມາຈາກການສະສົມເງິນຈໍານວນນ້ອຍໆໄປເລື້ອຍໆ.

ໂດຍ: ຕລຊລ