ກຽມພ້ອມພັດທະນາ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ໄລຍະ 2

172

ໂຄງການເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ໄລຍະທີ 1 ເປີດເມື່ອປີ 2021 ເປັນຕົ້ນມາ; ມີຜົນຕອບຮັບເປັນທີ່ພໍໃຈ ເພີ່ມຂະຫຍາຍການຄ້າຜ່ານແດນ, ດຶງດູດການລົງທຶນ, ເປັນແຫຼ່ງລາຍຮັບໃໝ່ທີ່ຍືນຍົງແກ່ລັດຖະບານ, ສ້າງວຽກເຮັດງານທໍາ ທັງພັດທະນາກິດຈະກໍາດ້ານການຄ້າຂອງທຸລະກິດທຸກລະດັບ. ຫຼ້າສຸດບໍລິສັດ ມີແຜນພັດທະນາເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ໄລຍະ 2.

อาจเป็นรูปภาพของ 5 คน, แท่นบรรยาย และ ข้อความ

ເມື່ອວັນທີ 10 ມັງກອນ 2024 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາຮັບເໝົາອອກແບບ ແລະ ກໍ່ສ້າງໂຄງການ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ໄລຍະ 2 ລະຫວ່າງ ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈໍາກັດ ຮ່ວມກັບ ບໍລິສັດ China Construction Science and Industry Corporation ຈໍາກັດ ເຊິ່ງເປັນບໍລິສັດ ວິສະວະກໍາອອກແບບກໍ່ສ້າງຊັ້ນນໍາ ຈາກ ສປ ຈີນ.

อาจเป็นรูปภาพของ 1 คน, แท่นบรรยาย และ ข้อความ

ຜູ້ລົງນາມສອງຝ່າຍໄດ້ແກ່ ທ່ານ ວຽງຄອນ ສິດທິໄຊ ຮອງປະທານ ບໍລິສັດ ວຽງຈັນໂລຊິດສະຕິກ ພາກ ຈໍາກັດ ແລະ ທ່ານ ນາງ ຈ່າງ ຊີ່ ຈິ່ງ ຮອງຜູ້ຈັດການຝ່າຍພົວພັນຕ່າງປະເທດ ບໍລິສັດ China Construction Science and Industry Corporation ຈໍາກັດ ໂດຍມີທ່ານ ສາຄອນ ພິລາງາມ ຜູ້ອໍານວຍການໃຫຍ່ ບໍລິສັດ ທ່າບົກທ່ານາແລ້ງ ຈໍາກັດຜູ້ດຽວ ແລະ ທ່ານ ເຜິງ ຫວານ ຫາວ ຜູ້ຈັດການທົ່ວໄປ ບໍລິສັດ China Construction Science and Industry Corporation ຈໍາກັດ ຮ່ວມເຊັນເປັນພິຍານ. ມີທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ລັນ ແສງອາພອນ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ຈັນທອນ ສິດທິໄຊ ປະທານຄະນະບໍລິຫານ ແລະ ຜູ້ກໍ່ຕັ້ງ ບໍລິສັດ PTL Holding ຈໍາກັດ ປະທານບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈໍາກັດ, ຜູ້ອໍານວຍການ – ຮອງອໍານວຍການ, ພະນັກງານທີ່ກ່ຽວຂ້ອງຂອງທັງສອງຝ່າຍ ແລະ ແຂກຮັບເຊີນຈາກຫຼາຍພາກສ່ວນເຂົ້າຮ່ວມ.

อาจเป็นรูปภาพของ 1 คน, แท่นบรรยาย และ ข้อความ

ໂອກາດດັ່ງກ່າວ, ທ່ານ ຈັນທອນ ສິດທິໄຊ ໄດ້ກ່າວວ່າ: ໂຄງການເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ເປັນໜຶ່ງອົງປະກອບທີ່ສໍາຄັນ ທີ່ຄຽງຄູ່ກັບດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ເຊິ່ງຜ່ານມາ ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈໍາກັດ ພາຍໃຕ້ການຊີ້ນໍາ – ນໍາພາ ແລະ ສະໜັບສະໜູນຈາກພັກ ແລະ ລັດຖະບານ ພ້ອມຄວາມເອົາໃຈໃສ່ໃນການພັດທະນາຂອງທີມງານ ພວກເຮົາຈິ່ງສໍາເລັດການກໍ່ສ້າງ ແລະ ເປີດໃຫ້ບໍລິການຕັ້ງແຕ່ປີ 2021 ເປັນຕົ້ນມາ ເຊິ່ງມີການຕອບຮັບເປັນຢ່າງດີ ແລະ ເປັນທີ່ສົນໃຈຢ່າງບໍ່ເຄີຍມີມາກ່ອນ ຈາກສັງຄົມທັງພາຍໃນ ແລະ ຕ່າງປະເທດ;

อาจเป็นรูปภาพของ 10 คน, แท่นบรรยาย และ ข้อความ

ໄດ້ຮັບຜົນສໍາເລັດໃນການເກັບລາຍຮັບທີ່ຍືນຍົງເຂົ້າງົບປະມານແຫ່ງລັດ ທັງຍັງສ້າງຜົນປະໂຫຍດລວມດ້ານການຫຼຸດຜ່ອນຕົ້ນທຶນ ແລະ ເວລາ; ອໍານວຍຄວາມສະດວກຮອບດ້ານໃຫ້ແກ່ຜູ້ປະກອບການນໍາເຂົ້າ – ສົ່ງອອກ ແລະ ຜ່ານແດນສິນຄ້າ; ມີມາດຕະຖານອັນເປັນທີ່ຍອມຮັບຂອງສະຫະປະຊາຊາດ ເຊິ່ງເປັນສິ່ງທີ່ໜ້າເອກອ້າງທະນົງໃຈຂອງຄົນລາວທັງຊາດ.ອີກວ່າ: ກ່ຽວກັບໂຄງການໂລຊິດສະຕິກ ນະຄອນຫຼວງວຽງຈັນນີ້ ມີເນື້ອທີ່ທັງໝົດ 327 ເຮັກຕາ ນັບຈາກສະຖານີໄຟຟ້າດົງໂພສີ ລຽບຕາມເສັ້ນທາງດົງໂພສີ – ຊຽງດາ ຈົນເຖິງທາງຕັດໃໝ່ ນາຄວາຍໃຕ້ ແບ່ງອອກເປັນ 7 ເຂດກິດຈະກໍາຄື: 1. ເຂດກັກກັນພືດ ກັກກັນສັດ 20 ເຮັກຕາ; 2. ເຂດສາງນໍ້າມັນ 6 ເຮັກຕາ; 3. ເຂດຜະລິດ ແລະ ປຸງແຕ່ງສິນຄ້າເພື່ອສົ່ງອອກ 136 ເຮັກຕາ; 4. ເຂດໂລຊິດສະຕິກ ພາກ 44 ເຮັກຕາ; 5. ເຂດພື້ນທີ່ການຄ້າປອດພາສີ 45 ເຮັກຕາ; 6. ເຂດເຕັກໂນໂລຊີ ແລະ ອຸດສາຫະກໍາແປຮູບສິນຄ້າຮາລານ 49 ເຮັກຕາ; 7. ເຂດພື້ນທີ່ບໍລິຫານ ແລະ ຫ້ອງການ 27 ເຮັກຕາ.

อาจเป็นรูปภาพของ ‎แผนที่ และ ‎ข้อความพูดว่า "‎The Project C ة ncepts Vientiane Logistics Park EXPORT PROCESSING ZONE Free Zone TANK TANKFARM Logistics Logis Park Thanaleng Dry Port COMMERCIAL ZONE Dongphosy Supstation COLD CHAIN QUARANTINE ZONE‎"‎‎
ທັງໝົດຂອງເຂດໂລຊິດສະຕິກພາກ ຄົບວົງຈອນ ຄາດວ່າຈະໄດ້ລົງທຶນປະມານ 600 ລ້ານໂດລາສະຫະລັດ ຄາດໝາຍຈະສໍາເລັດການກໍ່ສ້າງ ໄລຍະທີ 1 ກໍຄືວຽກງານບຸກເບີກ ແລະ ກໍ່ສ້າງພື້ນຖານໂຄງລ່າງ ປະມານໄຕມາດທີ 2 ຂອງປີນີ້. ເມື່ອກໍ່ສ້າງສໍາເລັດ ເຊື່ອວ່າຈະສາມາດສ້າງໝາກຜົນທີ່ສໍາຄັນຕໍ່ເສດຖະກິດ – ສັງຄົມ ກໍຄືປະຊາຊົນລາວ ເຊັ່ນ: ເຮັດໃຫ້ ສປປ ລາວ ມີເຂດການຄ້າ, ອຸດສາຫະກໍາເບົາ ແລະ ໂລຊິດສະຕິກຄົບວົງຈອນຂະໜາດໃຫຍ່ ທີ່ໄດ້ມາດຕະຖານ, ທັນສະໄໝ ທຽບເທົ່າສາກົນ; ເພີ່ມພູນການແປຮູບຜະລິດຕະພັນ ແລະ ເພີ່ມຂະຫຍາຍການຄ້າຜ່ານແດນ; ດຶງດູດການລົງທຶນ, ເງິນຕາ ແລະ ເພີ່ມທະວີການຄ້າລະຫວ່າງປະເທດ; ພ້ອມເປັນແຫຼ່ງລາຍຮັບໃໝ່ທີ່ຍືນຍົງແກ່ລັດຖະບານ; ສ້າງວຽກເຮັດງານທໍາ ແລະ ພັດທະນາກິດຈະກໍາດ້ານການຄ້າຂອງທຸລະກິດທຸກລະດັບ.

อาจเป็นรูปภาพของ 17 คน, แท่นบรรยาย และ ข้อความ
ທ່ານ ນາງ ຈ່າງ ຊີ່ ຈິ່ງ ກ່າວວ່າ: ໂຄງການເຂດໂລຊິດສະຕິກ ນະຄອນຫຼວງ ວຽງຈັນ ແມ່ນຕັ້ງຢູ່ຈຸດທີ່ສໍາຄັນໃນແລວທາງເສດຖະກິດອິນດູຈີນ; ແມ່ນສ່ວນທີ່ສໍາຄັນໃນຍຸດທະສາດການຂົນສົ່ງສິນຄ້າແຫ່ງຊາດ. ພາຍຫຼັງສໍາເລັດການກໍ່ສ້າງ ຈະຊ່ວຍຊຸກຍູ້ການຄົມມະນາຄົມ, ການຄ້າ ແລະ ການພັດທະນາເສດຖະກິດໃນທົ່ວພາກພື້ນຢ່າງມີປະສິດທິຜົນ; ບໍລິສັດພວກເຮົາໃຫ້ຄວາມສໍາຄັນ, ຈະປະສານງານໂຄງການຢ່າງເຕັມທີ່ ແລະ ມີປະສິດທິຜົນ; ຈັດຕັ້ງທີມງານກໍ່ສ້າງທີ່ສົມບູນແບບຮອບດ້ານ, ສັບຊ້ອນວິສະວະກອນ ແລະ ຜູ້ຈັດການທີ່ມີ ຄວາມສາມາດຊີ້ນໍາວຽກງານໃຫ້ທີມງານໂຄງການເຮັດວຽກຢ່າງສອດຄ່ອງກົມກຽວກັນ, ສືບຕໍ່ບຸກບືນໃຫ້ໄດ້ຮັບຜົນສໍາເລັດອັນຍິ່ງໃຫຍ່; ກໍ່ສ້າງໃຫ້ເປັນໂຄງການຕົວແບບຈີນ – ລາວ ດ້ວຍການປະຕິບັດທີ່ດີເລີດເປັນທີ່ຍອມຮັບຂອງທຸກຝ່າຍ.
ຕອນເຊົ້າຂອງວັນດຽວກັນ ບໍລິສັດຈາກ ສປ ຈີນ ຍັງ ໄດ້ໄປຢ້ຽມຢາມດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດກໍ່ສ້າງໂຄງການໂລຊິດສະຕິກ ນະຄອນ ຫຼວງ ວຽງຈັນ ໄລຍະ 2 ກ່ອນ ຮ່ວມໂຕະເຊັນສັນຍາໃນ ຕອນແລງ.