ເລືອກວິທີນີ້ໄດ້ຜົນທາງເສດຖະກິດດີ ລ້ຽງໝູນ້ອຍແທນໝູໃຫຍ່

61

ແຕ່ລະຄົນມີຄວາມຄິດການປະຕິບັດທີ່ແຕກຕ່າງກັນແລ້ວແຕ່ມຸມມອງການເບິ່ງຂອງໃຜລາວ ບາງຄົນຕັ້ງໃຈປູກກ້ວຍເພື່ອຂາຍໝາກ ບາງຄົນປູກເພື່ອຂາຍໃບ, ບາງງຄົນປູກໝາກອຶເພື່ອຂາຍໜ່ວຍແກ່ ແຕ່ກັບຫຼາຍຄົນເລືອກຂາຍຍອດ ແລະດອກມັນ ສ່ວນຄົນນີ້ເລືອກຂາຍໝູນ້ອຍ ເພາະຕອບໂຈດທາງເສດຖະກິດດີກວ່າໃຫຍ່ແລ້ວຈຶ່ງຂາຍ.

ຄອບຄົວຂອງປ້າ ມ່ວນ ຜຸຍແກ້ວ ອາຍຸ 58 ປີ ປະຊາຊົນ ບ້ານໜອງບົວ ເມືອງພຽງ ແຂວງໄຊຍະບູລີ ເພິ່ນເຫັນທ່າແຮງໃນການເພາະພັນໝູຂາຍ ເພິ່ນຈຶ່ງຫັນປ່ຽນຈາກການລ້ຽງໝູຂາຍພຽງຢ່າງດຽວ ມາເພາະພັນໝູນ້ອຍຂາຍ ຈົນມີລາຍຮັບ 200-300 ລ້ານກີບຕໍ່ປີ.

No photo description available.
ປ້າ ມ່ວນ ຜຸຍແກ້ວ ເລົ່າສູ່ຟັງວ່າ: ພາຍໃນຄອບຄົວຢູ່ຮ່ວມກັນພຽງຜົວ ກັບ ເມຍ, ສ່ວນລູກໆ ໄດ້ສ້າງຄອບຄົວ ແລະ ອອກຈາກເຮືອນແລ້ວ, ໃນເມື່ອກ່ອນຄອບຄົວຂອງປ້າ ຢຶດຖືອາຊີບເຮັດນາ ແລະ ລ້ຽງໝູຂຸນຂາຍ ໂດຍເລີ່ມໃນປີ 2015 ເປັນຕົ້ນມາ ໄລຍະນັ້ນມີໝູທັງໝົດພາຍໃນຟາມ 100 ກວ່າໂຕ ລ້ຽງ 6 ເດືອນແລ້ວຂາຍອອກ ຊຶ່ງໃນໄລຍະນັ້ນໝູກໍບໍ່ໄດ້ລາຄາດີເຮັດໃຫ້ລາຍຮັບບໍ່ສູງ.

ຍ້ອນແນວນັ້ນ, ຄອບຄົວຈຶ່ງໄດ້ປຶກສາກັນຊອກຫາທາງອອກໂດຍການຫັນຈາກການລ້ຽງໝູຂຸນ ມາລ້ຽງພໍ່ແມ່ພັນໝູ ເພື່ອເພາະພັນລູກໝູນ້ອຍຂາຍ ເລີ່ມໃນປີ 2020 ເປັນຕົ້ນມາ ຊຶ່ງໄດ້ລົງທຶນເບື້ອງຕົ້ນຊື້ແມ່ພັນ 6 ໂຕ, ພໍ່ພັນ 1 ໂຕ ລົງທຶນທັງໝົດ 70 ລ້ານກີບ, ປັບປຸງຄອກໃໝ່ຂະໜາດ 10×40 ແມັດ ການໃຫ້ອາຫານແມ່ນຮໍາ, ເຂົ້າປຽນປະສົມຫົວອາຫານໝູໃຫ້ກິນ 2 ຄາບເຊົ້າ ແລະ ແລງ, ສ່ວນນໍ້າແມ່ນບໍ່ໃຫ້ຂາດ ຕໍ່ກ໊ອກເຂົ້າໃນຄອກເລີຍ, ລ້ຽງໄດ້ 6 ເດືອນ ໝູແມ່ແຕ່ລະໂຕ ກໍຈະເກີດລູກໂດຍເຮົາຈະແຍກແຕ່ລະແມ່ອອກຈາກກັນມາໄວ້ຄອກເຫຼັກ, ເປັນຫ້ອງໃຜຫ້ອງມັນ ເພື່ອຮັບປະກັນການຕາຍຂອງລູກໝູນ້ອຍ ແຕ່ລະແມ່ເກີດລູກສະເລ່ຍບໍ່ຫຼຸດ 13 ໂຕ ຂຶ້ນໄປ, ຫຼັງຈາກໝູອອກລູກແລ້ວ ປ່ອຍໃຫ້ໝູນ້ອຍຢູ່ນໍາແມ່ໄດ້ 1 ເດືອນ ຈາກນັ້ນຈຶ່ງເອົາອອກຈາກແມ່ມາລ້ຽງໄວ້ 15 ວັນ ແລ້ວສົ່ງອອກຂາຍໃນລາຄາ 1,5 ລ້ານກີບຕໍ່ໜຶ່ງໂຕ, ປີໜຶ່ງແຕ່ລະແມ່ເກີດສອງຊຸດ ປັດຈຸບັນ ພໍ່, ແມ່ພັນ ຢູ່ໃນຟາມຂມີທັງໝົດ 20 ກວ່າໂຕ ສະເລ່ຍ ມີລາຍຮັບເຂົ້າຄອບຄົວບໍ່ຕໍ່າກວ່າ 200-300 ລ້ານກີບຕໍ່ປີ ຈາກການຂາຍລູກໝູນ້ອຍ.

May be an image of 5 people

ປ້າຍັງໃຫ້ຮູ້ຕື່ມວ່າ: ໃນຕໍ່ໜ້ານີ້ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງລູກຄ້າທີ່ຢາກໄດ້ໝູນ້ອຍໄປລ້ຽງ ຈະໄດ້ສັ່ງຊື້ໝູແມ່ພັນ ແລະ ຈະລ້ຽງທອມເອົາລູກໝູທີ່ເກີດຢູ່ໃນຟາມ ໂຕທີ່ແຂງແຮງດີ ແລະ ງາມໃນຈໍານວນທັງໝົດ 10 ໂຕ ເພື່ອມາເສີມໃນຟາມໃຫ້ມີແມ່ພັນ 30-40 ໂຕ.
ຈາກຄວາມມຸ່ງຫວັງຕັ້ງໃຈຂອງຄອບຄົວໃນການສ້າງຟາມເພາະພັນໝູຂາຍເຮັດໃຫ້ມີລາຍຮັບປີໜຶ່ງ 200-300 ລ້ານກີບ. ຖ້າຫາກວ່າລວມລາຍຮັບຈາກການສີເຂົ້າຂາຍ ເຂົ້ານາ ແລະ ອື່ນໆ ແລ້ວປີໜຶ່ງຈະມີລາຍຮັບທັງໝົດ 400 ລ້ານກີບ, ປັດຈຸບັນໃນຄອບຄົວມີພາຫະນະຮັບໃຊ້, ມີ ມີເງິນແຮໄວ້ໃຊ້ຈ່າຍໃນຍາມຈໍາເປັນ, ສິ່ງສໍາຄັນຄອບຄົວໄດ້ຮັບຮອງເປັນຄອບຄົວຕົວແບບໃນການເພາະພັນລູກໝູນ້ອຍຂາຍຂອງເມືອງພຽງ ແຂວງໄຊຍະບູລີ.