ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ເດືອນພະຈິກ ບັນລຸໄດ້ 1.085 ລ້ານໂດລາ

53

ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ປະຈໍາເດືອນພະຈິກ ບັນລຸໄດ້ປະມານ 1.085 ລ້ານໂດລາສະຫະລັດ; ໃນນີ້ສົ່ງອອກ 389 ລ້ານກວ່າໂດລາສະຫະລັດ ປະເທດປາຍທາງໃນການສົ່ງອອກຕົ້ນຕໍແມ່ນ ຈີນ ແລະ ຫວຽດນາມ; ສ່ວນນໍາເຂົ້າຕົ້ນຕໍແມ່ນມາຈາກໄທ ແລະ ຈີນ. ສິນຄ້າທີ່ສົ່ງອອກຫຼາຍ ປະກອບມີ: ຄໍາ, ຢາງພາລາ, ເຈ້ຍ, ແຮ່ທອງ ແລະ ອື່ນໆ.

อาจเป็นรูปภาพของ ข้อความ

ອີງຕາມຂໍ້ມູນການເຜີຍແຜ່ຂອງສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ຮູ້ໄດ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າຂອງ ສປປ ລາວ ປະຈໍາເດືອນພະຈິກ ປີ 2023 ບັນລຸໄດ້ ປະມານ 1.085 ລ້ານໂດລາສະຫະລັດ. ສິນຄ້າທີ່ສົ່ງອອກຫຼາຍ ປະກອບມີ: ຄໍາ, ຢາງພາລາ, ເຈ້ຍ, ແຮ່ທອງ, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ. ສິນຄ້າທີ່ນໍາເຂົ້າຫຼາຍ ປະກອບມີ: ນ້ຳມັນກາຊວນ, ອຸປະກອນກົນຈັກ, ພາຫະນະທາງບົກ, ເຫຼັກ, ເຄື່ອງໄຟຟ້າ ແລະ ອື່ນໆ.

ໃນນັ້ນ, ສິນຄ້າສົ່ງອອກທັງໝົດ ມີປະມານ 389,5 ລ້ານໂດລາສະຫລັດ ເຊິ່ງສິນຄ້າສົ່ງອອກຫຼັກ 10 ອັນດັບ ປະກອບມີ: ຄໍາປະສົມ, ຄຳແທ່ງ 47,1 ລ້ານໂດລາສະຫະລັດ, ຢາງພາລາ 44,8 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 37,4 ລ້ານໂດລາສະຫະລັດ. ນອກນັ້ນກໍມີ ແຮ່ທອງ, ເຄື່ອງນຸ່ງຫົ່ມ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ,ຊູກໍາລັງ…), ໝາກກ້ວຍ, ເຍື່ອໄມ້ ແລະ ເສດເຈ້ຍ, ນໍ້າຕານ ແລະ ແປ້ງມັນຕົ້ນ.

ສ່ວນສິນຄ້ານຳເຂົ້າທັງໝົດ ປະມານ 696 ລ້ານໂດລາສະຫະລັດ. ໃນນີ້, ສິນຄ້ານໍາເຂົ້າ 10 ອັນດັບ ປະກອບມີ ນໍ້າມັນກາຊວນ ປະມານ 83, 6 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ 77,3 ລ້ານໂດລາສະຫະລັດ, ພາຫະນະທາງບົກ 54,5 ລ້ານໂດລາສະຫະລັດ. ນອກນັ້ນກໍມີ ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ-ເຫຼັກກ້າ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…), ເຍື່ອໄມ້ ແລະ ເສດເຈ້ຍ, ນໍ້າມັນແອັດຊັງ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ແລະ ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…).

ປະເທດສົ່ງອອກຕົ້ນຕໍ ໄດ້ແກ່: ຈີນ ປະມານ 168,3 ລ້ານໂດລາສະຫະລັດ, ຫວຽດນາມ 86,4 ລ້ານໂດລາສະຫະລັດ, ໄທ 43,8 ລ້ານໂດລາສະຫະລັດ, ອົດສະຕາລີ 28 ລ້ານໂດລາສະຫະລັດ ແລະ ສະວິດເຊີແລນ ປະມານ 10 ລ້ານໂດລາສະຫະລັດ. ສ່ວນປະເທດນໍາເຂົ້າຕົ້ນຕໍ ໄດ້ແກ່: ໄທ ປະມານ 277,3 ລ້ານໂດລາສະຫະລັດ, ຈີນ 280 ລ້ານໂດລາສະຫະລັດ, ຫວຽດນາມ 26,5 ລ້ານໂດລາສະຫະລັດ, ສະຫະລັດອາເມລິກາ 22,1 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ ປະມານ 12.3 ລ້ານໂດລາສະຫະລັດ
ແນວໃດກໍຕາມ ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນ 11 ປີ 2023 ແມ່ນຍັງບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກໄຟຟ້າ.