ເທສະການດອກງິ້ວບານ ຈະມີຂຶ້ນທ້າຍເດືອນນີ້

54

ເທສະການ ດອກງິ້ວບານຄັ້ງທີ XXI ທີ່ເຂດເສດຖະກິດ ພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ ຈະໄຂຂຶ້ນທ້າຍເດືອນນີ້ ໂດຍມີຫຼາຍກິດຈະກໍາທີ່ສໍາຄັນໃຫ້ທ່ຽວຊົມ ໄປພ້ອມກັບການຊົມຄວາມງົດງາມຂອງດອກງິ້ວທີ່ກໍາລັງເບັ່ງບານ.

อาจเป็นรูปภาพของ 1 คน, แท่นบรรยาย และ วัด

ທ່ານ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງແຂວງບໍ່ແກ້ວ, ຫົວໜ້າຄະນະຮັບຜິດຊອບຈັດງານ ໄດ້ຕາງໜ້າໃຫ້ອົງການປົກຄອງແຂວງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ຖະແຫຼງຂ່າວກ່ຽວກັບການຈັດງານເທສະການ ດອກງິ້ວບານ ຄັ້ງທີ XXI ປະຈຳປີ 2024 ວ່າ: ການຈັດງານເທສະການ ດອກງິ້ວບານ ຄັ້ງທີ XXI ປະຈໍາປີ 2024 ນີ້ ຖ້າທຽບໃສ່ຫຼາຍຄັ້ງຜ່ານມາ ໃນປີນີ້ ກໍຄືຄັ້ງນີ້ ແມ່ນຍິ່ງໃຫຍ່ ແລະ ມີຫຼາຍກິດຈະກໍາທີ່ສໍາຄັນ, ເຊິ່ງປະກອບດ້ວຍ:

อาจเป็นรูปภาพของ 1 คน

ການປະກວດນາງສາວດອກງິ້ວບານ ປະຈໍາປີ 2024 ເຊິ່ງເປັນນາງສາວຂອງແຂວງບໍ່ແກ້ວ, ລວມມີ 20 ນ້ອງນາງສາວ ທີ່ຜ່ານການຄັດເລືອກ ເພື່ອເຂົ້າປະກວດຮອບສຸດທ້າຍ ໂດຍມີມູນຄ່າລາງວັນເງິນ ສົດ ແລະ ວັດຖຸທັງໝົດ 500 ກວ່າລ້ານກີບ, ໄລຍະປະກວດແມ່ນຕອນບ່າຍວັນທີ 26-28ມັງກອນ.

อาจเป็นรูปภาพของ 1 คน และ ข้อความ

ການປະກວດນາງສາວທ່ອງທ່ຽວລາວ ປະຈໍາປີ 2024 ເຊິ່ງເປັນນາງສາວຈາກ 18 ແຂວງ ໃນທົ່ວປະ ເທດ, ລວມມີ 36 ນ້ອງນາງສາວ ທີ່ຜ່ານການຄັດເລືອກ ເພື່ອເຂົ້າປະກວດຮອບສຸດທ້າຍ, ໂດຍມີມູນຄ່າລາງວັນເງິນສົດ ແລະ ວັດຖຸທັງໝົດ 1.000 ລ້ານກວ່າກີບ, ໄລຍະປະກວດແມ່ນແລງວັນທີ 26-27.

อาจเป็นรูปภาพของ 1 คน และ ลิลลี่สีขาว

ການສະແດງສິລະປະ-ວັນນະຄະດີ: ເຊິ່ງປະກອບມີລາຍການສະແດງຈາກພາຍໃນ ທັງສູນກາງ ແລະ ທ້ອງຖິ່ນ, ນອກນັ້ນ ຍັງມີລາຍການສະແດງຈາກຕ່າງປະເທດ ເປັນຕົ້ນ: ສປ ຈີນ, ໄທ ແລະ ມຽນມາ, ກໍານົດເວລາການສະແດງແມ່ນຕອນບ່າຍ ແລະ ກາງຄືນຂອງວັນທີ 26-28ມັງກອນ.

ການແຂ່ງຂັນກິລາຕີກ໊ອຟ ຊິງຖ້ວຍລາງວັນ ດອກງິ້ວຄໍາ ຄັ້ງທີ 1 ຈະໄດ້ຈັດຂຶ້ນທີ່ສະໜາມກ໊ອຟສາກົນສາຍພູກິ່ວລົມ ໄລຍະວັນທີ 19-21 ມັງກອນ ເຊິ່ງມີທີມ ( ກວ້ານ) ນັກກິລາຈາກ 9 ປະເທດ ລວມ 18 ທີມ, ມີນັກກິລາທັງໝົດ 100 ກວ່າຄົນ, ເພື່ອພ້ອມກັນຊິງເງິນລາງວັນປະເພດຄະແນນລວມຂອງທີມ ແລະ ຄະແນນຂອງບຸກຄົນ, ລວມມູນຄ່າລາງວັນ ຄະນະ ແລະ ບຸກຄົນ ຈໍານວນ 3.750 ລ້ານກີບ. ນອກນັ້ນ ຍັງມີລາງວັນ ໂຮນອິນວັນ ຫຼື ເຂົ້າຂຸມໄມ້ດຽວ ແມ່ນ 1.500 ລ້ານກີບ ພ້ອມດ້ວຍບັດສະມາຊິກຕະຫຼອດຊີວິດ ມູນຄ່າ 1.500 ລ້ານກີບ.

ไม่มีคำอธิบายรูปภาพ

ການວາງສະແດງ ແລະ ຈໍາໜ່າຍສິນຄ້າ ເພື່ອເປັນການສົ່ງເສີມການຄ້າ, ການບໍລິການ ກໍ່ຄືການສ້າງລາຍຮັບໃຫ້ປະຊາຊົນ ແລະ ຜູ້ປະກອບການ, ໃນງານຍັງໄດ້ຈັດສັນ ເຂດວາງສະແດງ ແລະ ຈໍາໜ່າຍສິນຄ້າຈໍານວນ 400 ກວ່າຮ້ານ, ໂດຍເລີ່ມແຕ່ວັນທີ 21-28ມັງກອນ.

ນອກນັ້ນກໍມີການການແຂ່ງກິລາຕີມວຍ ຈັດຂຶ້ນໃນຕອນແລງຂອງວັນທີ 28 ມັງກອນ; ພິເສດ ແມ່ນ ບົວຂາວ ບັນຊາເມກ, ນັກມວຍຊື່ດັງຂອງໄທ ກໍຈະມາຮ່ວມເປັນກໍາລັງໃຈໃນການແຂ່ງຂັນຄັ້ງຕີມວຍຄັ້ງນີ້.

อาจเป็นรูปภาพของ 10 คน และ ข้อความ

ການສະແດງບິນໂດຣນ ເພື່ອສ້າງສີສັນ ແລະ ຄວາມຕື່ນເຕັ້ນ ເຊິ່ງຖືໄດ້ວ່າເປັນກິດຈະກໍາໃໝ່ ໂດຍນໍາໃຊ້ໂດຣນຈໍານວນ 1.000 ລໍາ ບິນຂຶ້ນທ້ອງຟ້າ ແລະ ເປີດດອກໄຟປະກອບເປັນຮູບພາບຕ່າງໆ, ຈະສະແດງຈໍານວນສອງຄັ້ງ ຄື ແລງວັນທີ 26 ແລະ 27ມັງກອນ.

ການສະແດງຈູດບັ້ງໄຟດອກ ແລະ ປ່ອຍໂຄມໄຟ: ການຈູດບັ້ງໄຟດອກ ແລະ ປ່ອຍໂຄມໄຟຈໍານວນຫຼາຍ ແມ່ນເພື່ອເຮັດໃຫ້ງານໄດ້ມີສີສັນທີ່ສວຍງາມ, ໃນນີ້ ການຈູດບັ້ງໄຟດອກແມ່ນຈະໄດ້ຈູດທັງກາງ ເວັນ ແລະ ກາງຄືນຂອງວັນທີ 26 ແລະ 28ມັງກອນ, ສໍາລັບການປ່ອຍໂຄມໄຟແມ່ນຄໍາຄື່ນຂອງມື້ສຸດທ້າຍໃນວັນທີ 28 ມັງກອນ.

ນອກຈາກ 8 ກິດຈະກໍາຫຼັກ ທີ່ກ່າວມາຂ້າງເທິງແລ້ວ ໃນງານຈະໄດ້ມີການຈັດກອງປະຊຸມ 2 ກອງປະຊຸມ ຄື: ກອງປະຊຸມສົ່ງເສີມການລົງທຶນ ແລະ ການທ່ອງທ່ຽວ ແລະ ກອງປະຊຸມປະຈໍາປີ 2024 ຂອງສະມາຄົມເມືອງທ່ອງທ່ຽວມິດຕະພາບສາກົນຄຸນໝິງ.
ມາຮອດປັດຈຸບັນ ການກະກຽມດ້ານຕ່າງໆ ແມ່ນພວມດໍາເນີນຢ່າງຕໍ່ເນື່ອງ, ມີຜົນສໍາເລັດ, ມີພ້ອມຮອບດ້ານ ແລະ ຈະໄດ້ດໍາເນີນການເປີດງານຢ່າງເປັນທາງການໃນຕອນບ່າຍຂອງ ວັນທີ 26 ມັງກອນ 2024 ແລະຈະດໍາເນີນໄປຮອດວັນທີ 28 ມັງກອນ ຈຶ່ງຈະສໍາເລັດ.