ຂໍ້ແນະນຳເມື່ອເງິນເດືອນບໍ່ພໍໃຊ້ ແລະ ບໍ່ມີເງິນທ້ອນ

56

ປັດຈຸບັນໃນສັງຄົມທີ່ຄ່າຄອງຊີບສູງຂຶ້ນ, ສະພາບເສດຖະກິດທີ່ຕົກຕໍ່າ ບັນຫາທີ່ຫຼາຍໆຄົນກຳລັງປະສົບພົບພໍ້ ບໍ່ວ່າຈະເປັນຄົນທີ່ມີເງິນເດືອນຫຼາຍ ຕະຫຼອດຮອດຄົນທີ່ມີເງິນເດືອນໜ້ອຍ ຕ່າງກໍມີບັນຫາເຊັ່ນດຽວກັນ ເຊິ່ງກໍຄືບັນຫາເງິນເດືອນບໍ່ພໍໃຊ້ ໝຸນເງິນບໍ່ທັນ ແລະ ບໍ່ມີເງິນທ້ອນ ອັນເປັນສາເຫດໃຫ້ຫຼາຍໆຄົນຕ້ອງໄດ້ກູ້ຢືມເງິນນອກລະບົບ ແລະ ເປັນໜີ້ສິນເຊື່ອ. ດັ່ງນັ້ນ, ໃນເມື່ອເງິນເດືອນບໍ່ພໍໃຊ້ ເຮົາກໍຕ້ອງປັບປຸງວິໄນການເງິນ ແລະ ສ້າງໂອກາດການເງິນດ້ວຍຕົວເອງ ໂດຍ 6 ວິທີການຄືດັ່ງຕໍ່ໄປນີ້:

อาจเป็นรูปภาพของ 1 คน, กระเป๋าเงินหนัง, เงิน และ หนังแบบเย็บมุงหลังคา

1. ຫຼຸດຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນ:

ສາເຫດທີ່ເຮັດໃຫ້ລາຍໄດ້ຂອງເຮົາບໍ່ພຽງພໍຕໍ່ລາຍຈ່າຍກໍຍ້ອນວ່າ ໃຊ້ຈ່າຍຟຸ່ມເຟືອຍ. ສະນັ້ນ, ຖ້າຢາກຫຼຸດບັນຫາເງິນເດືອນບໍ່ພໍໃຊ້ ທ່ານຕ້ອງໄດ້ປ່ຽນແປງພຶດຕິກຳຂອງຕົນເອງກໍຄືຫຼຸດຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນລົງ ແລະ ໃຊ້ຈ່າຍສະເພາະສິ່ງທີ່ຈຳເປັນເທົ່ານັ້ນ.

2. ຢຸດເຊົາການນໍາເອົາເງິນໃນອະນາຄົດມາໃຊ້

ມີຫຼາຍຄົນທີ່ແກ້ບັນຫາເງິນເດືອນບໍ່ພໍໃຊ້ ດ້ວຍການສ້າງໜີ້, ເປັນໜີ້ສິນເຊື່ອ ແລະ ກູ້ຢືມສ່ວນບຸກຄົນ ເພາະບໍ່ສາມາດລໍຖ້າເງິນເດືອນໄດ້ ຈຶ່ງນຳເອົາເງິນທີ່ຄາດວ່າຈະໄດ້ຮັບໃນອະນາຄົດມາໃຊ້ລ່ວງໜ້າໃນປັດຈຸບັນ. ສະນັ້ນ, ຖ້າທ່ານເປັນຄົນໜຶ່ງທີ່ນຳເອົາເງິນໃນອະນາຄົດມາໃຊ້ ທ່ານຕ້ອງຟ້າວຫາວິທີທາງມາຊຳລະໜີ້ໃຫ້ໄວທີ່ສຸດ ເພື່ອເປັນການຫຼຸດຄ່າໃຊ້ຈ່າຍດອກເບ້ຍລົງ.

อาจเป็นรูปภาพของ 1 คน และ กระเป๋าเงินหนัง

3. ຫາລາຍໄດ້ເສີມ

ເມື່ອລາຍໄດ້ປະຈໍາຂອງທ່ານບໍ່ພຽງພໍຕໍ່ຄ່າໃຊ້ຈ່າຍໃນແຕ່ລະເດືອນ ເຖິງວ່າຈະຕັດຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນອອກແລ້ວ ແຕ່ກໍຍັງຮູ້ສຶກວ່າບໍ່ພຽງພໍ. ດັ່ງນັ້ນ, ສິ່ງທີ່ຄວນເຮັດກໍຄືການຫາລາຍໄດ້ເສີມດ້ວຍການນໍາເອົາຄວາມຮູ້ ຫຼື ສິ່ງທີ່ທ່ານສົນໃຈມາໃຊ້ໃຫ້ເກີດປະໂຫຍດ.

4. ຢຸດຝາກອະນາຄົດທາງການເງິນໄວ້ກັບການສ່ຽງໂຊກ ( ໂຊກຊາຕາ )

ໃນສັງຄົມປັດຈຸບັນ ມີສິ່ງອະບາຍຍະມຸກທີ່ເຮັດໃຫ້ຫຼາຍໆຄົນຫຼົງຜິດກັບສິ່ງເຫຼົ່ານີ້ ເຊັ່ນ: ການດື່ມສິ່ງມຶນເມົາ, ການທ່ຽວຍາມກາງຄືນ, ການພະນັນ, ການຫຼິ້ນສະຖານບັນເທີງ, ການຄົບມິດບໍ່ດີ ແລະ ການຂີ້ຄ້ານເຮັດວຽກງານ. ໃນຄວາມເປັນຈິງ ທ່ານຄວນຈະເກັບເງິນທີ່ໃຊ້ກັບສິ່ງເຫຼົ່ານັ້ນ ໄວ້ໃຊ້ກັບສິ່ງຈຳເປັນ ຫຼື ຖ້າຢາກໃຫ້ເກີດປະໂຫຍດຫຼາຍຂຶ້ນ ກໍຄວນທ້ອນເງິນດັ່ງກ່າວ ເພື່ອນຳເອົາໄປລົງທຶນໃນເຄື່ອງມືຕ່າງໆ ( ສໍາລັບອີກສອງວິທີການທີ່ຍັງເຫຼືອຈະນຳສະເໜີໃນອາທິດຖັດໄປ ).