ສາວໆຄວນລະວັງອັນຕະລາຍທີ່ແອບແຝງໃນຮ້ານເສີມຄວາມງາມ

26

ສາວໆຄວນລະວັງອັນຕະລາຍທີ່ແອບແຝງໃນຮ້ານເສີມ ຄວາມງາມບໍ່ອາດຈະປະຕິເສດໄດ້ວ່າ ຕົວຊ່ວຍເສີມຄວາມງາມໃຫ້ສາວໆ ” ຮ້ານເສີມຄວາມງາມ ” ນັ້ນເປັນສິ່ງທີ່ຊ່ວຍເສີມ ຄວາມງາມໃຫ້ກັບທ່ານຍິງໄດ້ດີແຕ່ອັນຕະລາຍຈາກຮ້ານເສີມຄວາມງາມກໍມີຢູ່ບໍ່ໜ້ອຍ. ດັ່ງນັ້ນຖ້າທ່ານເປັນຄົນທີ່ມີພະຍາດປະຈໍາຕົວຄວນຫຼີກລ່ຽງການດັດຜົມ, ເຮັດສີຜົມເພື່ອປ້ອງກັນອັນຕະລາຍຈາກສານເຄມີທີ່ປົນເປື້ອນໃນນ້ຳຢາຍ້ອມຜົມເຫຼົ່ານີ້ ແລະ ເພື່ອຄວາມປອດໄພຂອງເຮົາຄວນໃສ່ຜ້າອັດປາກເວລາຍ້ອມຜົມເພື່ອປ້ອງກັນກິ່ນຂອງສານເຄມີ.

อาจเป็นรูปภาพของ 1 คน, ผมสีบลอนด์ และ หวี

ນອກຈາກຄວາມຮ້ອນທີ່ມາຈາກໂດເປົ່າຜົມ ເມື່ອບວກກັບອາຍລະເຫີຍຂອງສານເຄມີໃນນໍ້າຢາຕົກແຕ່ງຊົງຜົມ ຍິ່ງຈະເປັນຕົວຫຼັກທີ່ສ້າງຄວັນພິດໄປກະຕຸ້ນໃຫ້ຜູ້ໃຊ້ບໍລິການທີ່ປ່ວຍເປັນພູມແພ້ໃຫ້ມີອາການກັບຂຶ້ນມາ ໃນຂະນະດຽວກັນກໍສົ່ງຜົນຂ້າງຄຽງ ເຊັ່ນ: ອາການເຈັບຫົວທີ່ເກີດຄວາມອິດເມື່ອຍກ້າມຊີ້ນໄດ້, ດັ່ງນັ້ນຖ້າສາວໆຄິດທີ່ຈະເຂົ້າເຮັດຜົມຮ້ານເສີມຄວາມງາມໃດກໍແລ້ວແຕ່ ໃຫ້ສັງເກດບັນຍາກາດພາຍໃນຮ້ານ ເຊັ່ນ: ໃນຮ້ານມີການເປີດປ່ອງຢ້ຽມເພື່ອຖ່າຍເທອາກາດ ຫຼື ບໍ່? ເພື່ອທ່ານຈະໄດ້ປ້ອງກັນຕົວເອງຈາກສານພິດດັ່ງກ່າວ.

อาจเป็นรูปภาพของ 2 คน, เปีย, ผมสีบลอนด์ และ ไดร์เป่าผม

1. ອ່າງສະຜົມ: ໃນຂະນະທີ່ທ່ານນອນອີງຫົວໄປບໍລິເວນຂອບອ່າງສະຜົມ ອາດຈະກໍ່ໃຫ້ເກີດອັນຕະລາຍຕໍ່ຄໍຂອງທ່ານໄດ້ ເມື່ອທ່ານນອນເອົາຫົວລົງໃນຕຳແໜ່ງດັ່ງກ່າວຢູ່ເທິງອ່າງທີ່ຂ້ອນຂ້າງແຂງ ອາດຈະເຮັດໃຫ້ເສັ້ນຫຼອດເລືອດບໍລິເວນກົກຄໍຈີກຂາດໄດ້ ເຊິ່ງອາດຈະນໍາໄປສູ່ການອັດຕັນ ແລະ ເຮັດໃຫ້ເສຍຊີວິດໄດ້ໃນເວລາຕໍ່ມາ.

2. ໄດເປົ່າຜົມ ແລະ ຫວີມ້ວນຜົມ: ເຖິງວ່າບັນດາຮ້ານເສີມຄວາມງາມຈະຮັກສາສຸຂະນາໄມຂອງຜູ້ໃຊ້ບໍລິການ ໂດຍການໝັ່ນເຮັດຄວາມສະອາດອຸປະກອນເສີມຄວາມງາມດັ່ງກ່າວກໍຕາມ ແຕ່ເຖິງຢ່າງໃດກໍຫຼີກລ່ຽງຈາກເຊື້ອພະຍາດບໍ່ໄດ້ເຊັ່ນກັນ.

3. ສານເຄມີຕົກຄ້າງໃນຜະລິດຕະພັນແຕ່ງຊົງຜົມບໍ່ວ່າຈະເປັນຢືດຜົມ, ໄດຜົມ, ສະຜົມ, ຕັດຜົມ ແລະ ອື່ນໆ ຕ້ອງໃຫ້ແນ່ໃຈວ່ານໍ້າຢາທີ່ໃຊ້ນັ້ນປອດໄພຈາກສານ ” ຟໍຣມາລດີດ ” ຫຼື ທີ່ຮູ້ຈັກກັນດີວ່າເປັນສານກໍ່ໃຫ້ເກີດມະເຮັງ ເນື່ອງຈາກສະຖາບັນມະເຮັງແຫ່ງຊາດ ໄດ້ລະບຸໄວ້ວ່າ ສານເຄມີດັ່ງກ່າວນັ້ນມີໂອກາດທີ່ຈະກໍ່ໃຫ້ເກີດມະເຮັງໂພງດັງ ແລະ ມະເຮັງເມັດເລືອດຂາວທີ່ຫຼາຍກວ່ານັ້ນນ້ຳຢືດຜົມເກືອບທຸກຊະນິດມີສ່ວນປະສົມຂອງສານໂຫຣອກໄຊແຄລຊຽນ, ແອມໂມເນຍໄທໂອໄກລໂຄເລທສານກົ່ວນິວດິນ ຄາຣ໌ບໍເນີ ແລະ ໂຮດຣອກໄຊລິທຽນ ເຊິ່ງເປັນອັນຕະລາຍຕໍ່ຜິວ ແລະ ເສັ້ນຜົມຂອງທ່ານໂດຍກົງ.

ຂໍ້ມູນຈາກ: Sanook