ອິນເດຍ ຈະນໍາເຂົ້າຖົ່ວຂອງມຽນມາ 1,4 ລ້ານໂຕນ

22

ເວບໄຊ https://www.gnlm.com.mm/ ລາຍງານວ່າ: ອິນເດຍ ຈະນໍາເຂົ້າ ຖົ່ວລັນເຕົາ (Tur) ຈໍານວນ 400.000 ໂຕນ ແລະ ຖົ່ວກໍາສີດຳ (Urad) 1.000.000 ໂຕນ ຈາກມຽນມາ ພາຍໃນ 2 ເດືອນ (ມັງກອນ ແລະ ກຸມພາ) ປີ 2024 ເພື່ອຄວບຄຸມລາຄາທີ່ສູງຂຶ້ນຂອງຕະຫຼາດໃນປະເທດ.

ລາຍງານລະບຸວ່າ: ບົດລາຍງານຂອງ Economic Times ຄາດການວ່າ ອິນເດຍ ປະເຊີນກັບປະລິມານການຜະລິດຖົ່ວທີ່ຫຼຸດລົງເມື່ອທຽບກັບປີກ່ອນໜ້ານີ້; ຕໍ່ມາ, ອິນເດຍ ຈະຕ້ອງນໍາເຂົ້າຖົ່ວ ເຊິ່ງລັດຖະບານອິນເດຍ ໄດ້ຂະຫຍາຍເວລາຈໍາກັດດ້ານຄັງຖົ່ວ ເພື່ອຫຼີກລ່ຽງການຂຶ້ນລາຄາ ແລະ ມີລາຄາຍຸຕິທໍາ ຕໍ່ກັບຜູ້ບໍລິໂພກ ຈົນເຖິງໝົດເດືອນທັນວາ 2023 ນັບຕັ້ງແຕ່ 30 ຕຸລາມາຜ່ານມາ.

ນອກຈາກນີ້, ອິນເດຍ ກໍໄດ້ຫຼຸດຜ່ອນພາສີນໍາເຂົ້າຖົ່ວ ໃນເດືອນມີນາຜ່ານມາ ແລະ ເພີ່ມການນໍາເຂົ້າຈາກອາຟຣິກາ ແລະ ມຽນມາ ເຮັດໃຫ້ລາຄາສູງຂຶ້ນ ເມື່ອທຽບກັບປີຜ່ານມາ ຊຶ່ງທ່ານ Bimal Kothari ປະທານສະມາຄົມ ຖົ່ວ ແລະ ເມັດພືດຂອງອິນເດຍກ່າວວ່າ: ນັ້ນກໍເນື່ອງຈາກຖົ່ວລັນເຕົາ ມີການບໍລິໂພກກັນທົ່ວໄປ ໃນທົ່ວອິນເດຍ ຈຶ່ງມີຄວາມຕ້ອງການ ຕໍ່ປີທີ່ 4,5 ລ້ານໂຕນ.

ທ່ານ Bimal Kothari ກ່າວຕື່ມວ່າ: ຈະບໍ່ມີການເພີ່ມລາຄາຢ່າງກະທັນຫັນ ຈາກການນໍາເຂົ້າຖົ່ວ, ອິນເດຍ ເປັນຕະຫຼາດຫຼັກສຳລັບມຽນມາ; ຂະນະທີ່, ທູດການຄ້າຂອງມຽນມາ ໃນເມືອງໂກລກາຕາ (Kolkata) ຂອງອິນເດຍ ໄດ້ສະເໜີແນະການກະກຽມສົ່ງສິນຄ້າຖົ່ວເຫຼົ່ານັ້ນ ຈໍານວນ 1,4 ລ້ານໂຕນ ໄປຍັງອິນເດຍ ໃນເດືອນ ມັງກອນ ແລະ ກຸມພາ 2024.