ອາຫານບຳລຸງເລືອດຄົນເຈັບທີ່ເປັນມະເຮັງ

35

ພາວະແຊກຊ້ອນໜຶ່ງທີ່ມັກເກີດຂຶ້ນນຳຄົນເຈັບມະເຮັງທີ່ຢູ່ລະຫວ່າງການປິ່ນປົວ ໂດຍສະເພາະການໄດ້ຮັບຢາເຄມີບຳບັດແມ່ນການເກີດພາວະເມັດເລືອດ ຫຼື ເມັດເລືອດນ້ອຍຕ່ຳ ເຊິ່ງໃນບາງກໍລະນີແພດອາດຕ້ອງພິຈາລະນາຢຸດການປິ່ນປົວຊົ່ວຄາວ ເພື່ອປ້ອງກັນການເກີດພາວະແຊກຊ້ອນທີ່ເປັນອັນຕະລາຍອື່ນໆຕາມມາ ເຮັດໃຫ້ຄົນເຈັບບໍ່ໄດ້ຮັບການປິ່ນປົວຢ່າງຕໍ່ເນື່ອງ ແລະ ອາດສົ່ງຜົນໃຫ້ປະສິດທິພາບຂອງການປິ່ນປົວຫຼຸດລົງໄດ້.

ไม่มีคำอธิบายรูปภาพ

ປັດໄຈທີ່ເຮັດໃຫ້ຄົນເຈັບມະເຮັງມີພາວະເລືອດຈາງເກີດໄດ້ຈາກຫຼາຍປັດໄຈໄດ້ແກ່ :

– ພະຍາດມະເຮັງບາງຊະນິດ

– ເມັດເລືອດແດງຖືກຮ່າງກາຍທຳລາຍກ່ອນທີ່ຮ່າງກາຍຈະສ້າງມາທົດແທນ

– ການສູນເສຍເລືອດ ເຊິ່ງອາດຈະເກີດຈາກກ້ອນມະເຮັງແຜ່ລາມໄປຍັງເສັ້ນເລືອດ ເຮັດໃຫ້ເສັ້ນເລືອດເສຍຫາຍ ຫຼື ສາເຫດອື່ນໆ ເຊັ່ນ: ການມີປະຈຳເດືອນຫຼາຍຜິດປົກກະຕິໃນແມ່ຍິງ ຫຼື ການມີເລືອດອອກຈາກການມີບາດແຜໃນກະເພາະອາຫານ

– ການປິ່ນປົວ ເຊັ່ນ: ການໄດ້ຮັບຢາເຄມີບຳບັດ ການໄດ້ຮັບລັງສີຈາກການສາຍແສງ

– ການມີພະຍາດຫົວໃຈ, ປອດ, ໄຂ່ຫຼັງ ຫຼື ຕັບຮຸນແຮງ

– ການຂາດວິຕາມິນ ຫຼືເກືອແຮ່ຈາກອາຫານ ເນື່ອງຈາກຮັບປະທານບໍ່ພຽງພໍ ( ຄະລຳຂອງກິນ ) ຫຼື ກິນໄດ້ໜ້ອຍ

– ການມີທາດເຫຼັກໃນເລືອດຕ່ຳ

– ຮ່າງກາຍສ້າງເມັດເລືອດແດງໜ້ອຍລົງ ຫຼື ປັດໄຈເຫຼົ່ານີ້ຮວມກັນ.

อาจเป็นรูปภาพของ ผลไม้

ມີການສຶກສາຫຼາຍການສຶກສາພົບວ່າ ນອກຈາກການຂາດໂປຣຕິນ ແລະ ພະລັງງານຈະມີຜົນໃຫ້ໄຂກະດູກສ້າງເມັດເລືອດໄດ້ຫຼຸດລົງແລ້ວ ການຂາດສານອາຫານບາງໂຕກໍສົ່ງຜົນໃຫ້ເກີດພາວະເມັດເລືອດແດງ, ເລືອດຂາວ ແລະ ເມັດເລືອດນ້ອຍຕ່ຳໄດ້ເຊັ່ນກັນ ບໍ່ວ່າຈະເປັນພາວະເມັດເລືອດແດງຕ່ຳທີ່ເກີດຈາກການຂາດທາດເຫຼັກ, ວິຕາມິນບີ 12 ໂຟລິກອາຊິດ, ວິຕາມິນເອ, ວິຕາມິນບີ 2, ວິຕາມິນບີ 6, ວິຕາມິນຊີ, ວິຕາມິນດີ, ວິຕາມິນອີ, ທອງແດງ ແລະ ສັງກະສີ.

ນອກຈາກນີ້ ຍັງພົບວ່າການຂາດໂຟລິກອາຊິດ ແລະ ວິຕາມິນບີ 12 ອາດເຮັດໃຫ້ເກີດພາວະເມັດເລືອດຂາວຕ່ຳ ແລະ ພາວະເມັດເລືອດນ້ອຍຕ່ຳໄດ້ຈາກການສ້າງທີ່ຫຼຸດລົງ, ທັງນີ້ European Society for Clinical Nutrition and Metabolism ( ESPEN ) ໄດ້ໃຫ້ຄຳແນະນຳວ່າ ” ຄົນເຈັບມະເຮັງຄວນໄດ້ຮັບວິຕາມິນ ແລະ ເກືອແຮ່ໃນປະລິມານເທົ່າກັນກັບປະລິມານອ້າງອີງທີ່ຄວນໄດ້ຮັບປະຈຳວັນ ແລະ ບໍ່ແນະນຳໃຫ້ເສີມວິຕາມິນ ແລະ ເກືອແຮ່ໃນປະລິມານສູງ ຫາກບໍ່ມີຂໍ້ບົ່ງຊີ້ວ່າຮ່າງກາຍຂາດສານອາຫານນັ້ນໆ.

ຂໍ້ມູນຈາກ:Siriraj hospital