ຄວາມຮູ້ ແລະ ປະສົບການຈາກການໄດ້ຮັບທຶນຂອງ ລັດດາວັນ ເເກ້ວດາລາ

99

ນ້ອງ ລັດດາວັນ ແກ້ວດາລາ ຫຼື ມາຣີນາ ຜູ້ປະກອບການຜູ້ໜຸ່ມນ້ອຍຂອງລາວທີ່ໄດ້ຄິດຄົ້ນຜະລິດຕະພັນ “ ຈອກກິນໄດ້ ” ຈົນສໍາເລັດ ແລະ ຍັງເປັນ ອະດີດນັກຮຽນແລກປ່ຽນທີ່ປະເທດຍີ່ປຸ່ນ ປັດຈຸບັນໄດ້ຜັນຕົວມາເປັນໜຶ່ງໃນ “ ຜູ້ປະກອບການອາຍຸນ້ອຍ ”.

อาจเป็นรูปภาพของ 1 คน, ไอศกรีม และ เจลาโต้

ລັດດາວັນ ແກ້ວດາລາ ໃຫ້ສໍາພາດວ່າ: ປັດຈຸບັນນ້ອງກໍາລັງສຶກສາຢູ່ມະຫາວິທະຍາໄລແຫ່ງຊາດ ຄະນະນິຕິສາດ ແລະ ລັດຖະສາດ ສາຂາການພົວພັນສາກົນ ( IR ). ສໍາລັບທຶນຫຼ້າສຸດທີ່ໄດ້ໄປແມ່ນທຶນ Asia kakehashi ເປັນທຶນໄລຍະຍາວ ປະມານ 5 ເດືອນທີ່ປະເທດຍີ່ປຸ່ນ ເຊິ່ງເປັນທຶນທີ່ສະໜັບສະໜູນໂດຍລັດຖະບານຍີ່ປຸ່ນ ຫຼື ວ່າ Mext scholarship ແຕ່ເປັນທຶນສໍາລັບ high school student ເຊິ່ງໄດ້ໄປຢູ່ທີ່ແຂວງ Yokohama ” ສາເຫດທີ່ສະໝັກທຶນນີ້ ເພາະວ່າຕອນນັ້ນນ້ອງຮຽນຢູ່ ມ 7 ຮູ້ສຶກວ່າຢາກຄົ້ນຫາຕົວເອງ, ຢາກຮຽນຮູ້ສິ່ງໃໝ່ໆ ແລະ ປະເທດຍີ່ປຸ່ນ ກໍເປັນປະເທດທີ່ນ້ອງສົນໃຈຢູ່ແລ້ວ ນ້ອງເລີຍຕັດສິນໃຈລອງສະໝັກທຶນນີ້ເບິ່ງ ”.

อาจเป็นรูปภาพของ 8 คน และ ข้อความ

ຄວາມທ້າທາຍໃນການສະໝັກທຶນນີ້ຄືຕອນທີ່ນ້ອງຢູ່ໃນໄລຍະຮຽນມັດທະຍົມ ຄວາມທ້າທາຍທໍາອິດກໍຄືການຮຽນພາສາອັງກິດ ເພາະວ່າຮຽນຢູ່ໂຮງຮຽນລັດ ການຮຽນພາສາຂອງນ້ອງຂ້ອນຂ້າງຈໍາກັດ. ດັ່ງນັ້ນ, ນ້ອງຈຶ່ງບໍ່ຮູ້ວ່າຈະສາມາດສື່ສານ, ສໍາພາດ ຫຼື ຂຽນອອກມາເປັນແນວໃດ ເລີຍຕ້ອງໄດ້ພະຍາຍາມຕັ້ງໃຈຮຽນພາສາອັງກິດ ເພື່ອໃຫ້ສາມາດຍາດທຶນໃດທຶນໜຶ່ງມາ, ອີກຄວາມທ້າທາຍຢ່າງໜຶ່ງ ແມ່ນການສະໝັກທຶນ ເພາະທັດສະນະຄະຕິ ໃນສິ່ງທີ່ນ້ອງຂຽນ ແລະ ໄດ້ເວົ້າອອກໄປໃນການສໍາພາດ ເຖິງວ່າເຮົາຈະເກັ່ງພາສາອັງກິດ ແຕ່ຖ້າເຮົາມີທັດສະນະຄະຕິ ຫຼື ຄວາມຕ້ອງການທີ່ບໍ່ກົງກັບທຶນເຮົາກໍຈະບໍ່ສາມາດຍາດທຶນນັ້ນມາໄດ້ເຊັ່ນກັນ ເພາະວ່າທັງທັດສະນະຄະຕິ ແລະ ທັກສະດ້ານພາສາອັງກິດນ້ອງຄິດວ່າເປັນສິ່ງທີ່ຄວບຄູ່ກັນໄປຢູ່ສະເໝີ.

อาจเป็นรูปภาพของ ถ้วยกาแฟ และ กาแฟ

ຈຸດເລີ່ມຕົ້ນຂອງແນວຄິດທີ່ຢາກຈະສ້າງຜະລິດຕະພັນ “ ຈອກກິນໄດ້ ” ແມ່ນນ້ອງເປັນຄົນທີ່ມີຄວາມຄິດຢາກເປັນຜູ້ປະກອບການມາຕັ້ງແຕ່ຮຽນ ມ. ປາຍແລ້ວ ເພາະວ່າເປັນຄົນໜຶ່ງທີ່ມັກອ່ານ ຈຶ່ງມີຄວາມຝັນຕັ້ງແຕ່ຕອນນັ້ນເລີຍ ວ່າຢາກເປັນຜູ້ປະກອບການແລ້ວ ເຊິ່ງຈອກກິນໄດ້ນັ້ນ ໄດ້ເຫັນທາງປະເທດອົດສະຕຣາລີ ເພິ່ນໄດ້ຜະລິດມາຕັ້ງແຕ່ນ້ອງຮຽນຢູ່ ມ 7 ເລີຍ ຮູ້ສຶກວ່າມັນເປັນຫຍັງທີ່ໜ້າສົນໃຈຫຼາຍ ແຕ່ກໍບໍ່ຮູ້ວ່າເຮົາຈະສາມາດຜະລິດມາໄດ້ແນວໃດ, ຈົນໄດ້ໄປປະເທດຍີ່ປຸ່ນ ເຊິ່ງເປັນໄລຍະທີ່ໄດ້ຄົ້ນຫາຕົວເອງ ແລະ ຮຽນຮູ້ສິ່ງໃໝ່ໆຢູ່ຕະຫຼອດ

อาจเป็นรูปภาพของ 11 คน และ ข้อความ

ເຊິ່ງເປັນໂຊກດີຂອງນ້ອງທີ່ໄດ້ອາໄສຢູ່ກັບຄອບຄົວຍີ່ປຸ່ນ ຈຶ່ງໄດ້ມີໂອກາດ ໄດ້ຮຽນຮູ້ Basic baking. ຫຼັງຈາກກັບມາແຕ່ຍີ່ປຸ່ນ ກໍໄດ້ກັບມາຄົ້ນຄວ້າ ແລະ ໄດ້ລົງແຂ່ງຂັນໃນງານ Toyota, ມັນເລີຍເຮັດໃຫ້ນ້ອງຕ້ອງໄດ້ເລີ່ມຈິງຈັງໃນການເຮັດຈອກກິນໄດ້ ໂດຍທີ່ເຮົາມີເວລາພຽງ 3 ເດືອນເທົ່ານັ້ນ ເພື່ອເຮັດໃຫ້ມັນກາຍເປັນແທ້ ແລະ ໃນທີ່ສຸດກໍສາມາດເຮັດໄດ້.

ຕອນທີ່ເລີ່ມເຮັດ ກໍໄດ້ໄປຊື້ເຕົາອົບມາ ເຊິ່ງເລີ່ມຕົ້ນຈາກການປັ້ນຈາກມືກ່ອນ ແລ້ວຈຶ່ງເອົາເຂົ້າເຕົາອົບ ຍັງຈື່ໄດ້ຢູ່ເລີຍວ່າມັນໄໝ້, ມັນບໍ່ເປັນຈອກ. ແລ້ວຕອນນັ້ນຄິດວ່າຈະເຮັດທຸກມື້ທຸກມື້, ຕົນເອງຮູ້ສຶກວ່າຢູ່ກັບເຕົາອົບເປັນເດືອນໆ ເຊິ່ງມັນກໍເຮັດໃຫ້ທໍ້ຫຼາຍ ເລີຍຄິດວ່າບາງທີເຮົາອາດຈະພັກຜ່ອນກ່ອນມື້ໜ້າຈຶ່ງຄ່ອຍເຮັດຕໍ່ກໍໄດ້ ເພາະເຮົາຍັງມີມື້ອື່ນທີ່ສາມາດເລີ່ມຕົ້ນ ແລະ ທົດລອງໃໝ່ໄດ້ອີກຄັ້ງ. ເຮົາອາດຈະບໍ່ຕ້ອງປະສົບຜົນສໍາເລັດໃນມື້ນີ້ກໍໄດ້ ແຕ່ເຮົາຕ້ອງລອງຜິດລອງຖືກໄປຕະຫຼອດ ແລ້ວເຮົາກໍຈະຮູ້ວ່າເຮົາຄວນແກ້ໄຂບ່ອນໃດ ບ່ອນໃດແດ່ທີ່ຜິດພາດ ແລະ ມັນກໍຈະສໍາເລັດໄດ້ ”.

อาจเป็นรูปภาพของ ช้อนไม้ และ ถัง

ວິທີຈັດການເວລາຕົນເອງ ຄື: ຖ້າວຽກໃດສໍາຄັນ ຫຼື ຮີບດ່ວນຈະໃຫ້ຄວາມສໍາຄັນກັບໂຕນັ້ນກ່ອນ ແລະ ຖ້າໂຕໃດມັນບໍ່ສໍາຄັນ ຫຼື ບໍ່ເລັ່ງດ່ວນກໍມາເຮັດຕາມຫຼັງກໍໄດ້. ຕົວຢ່າງເຊັ່ນ: ຖ້າມີ email ຈາກທຶນສົ່ງເຂົ້າມາ ແລະ ສາມາດຕອບໄດ້ພາຍໃນ 2 – 3 ນາທີ ຈະຟ້າວຕອບກ່ອນ ຫຼື ຖ້າຕ້ອງໄປງານໃນມື້ໜຶ່ງປະມານ 2 – 3 ບ່ອນ ເຂົາກໍຈະເພື່ອເວລາໄວ້ປະມານ 1 ຊົ່ວໂມງ ກ່ອນທີ່ຈະໄປງານທີ 2.

ສໍາລັບການສະໝັກທຶນນັ້ນແນ່ນອນວ່າທຸກໆທຶນມັນມີ ຄວາມແຕກຕ່າງກັນຫຼາຍ. ດັ່ງນັ້ນ, ເຮົາຕ້ອງພະຍາຍາມຄົ້ນຄວ້າວ່າທຶນໆນັ້ນຕ້ອງການຄົນແບບໃດ ຫຼື ຕ້ອງການຫຍັງ, ເຮົາຕ້ອງເບິ່ງທຶນນັ້ນນໍາວ່າ ເໝາະສົມກັບເຮົາ ຫຼື ບໍ່ ເຊັ່ນ: ຖ້າເຮົາເຮັດວຽກກ່ຽວກັບການສຶກສາ ແຕ່ເຮົາຢາກສະໝັກໄປໃນສາຍຂອງສິ່ງແວດລ້ອມ ມັນກໍອາດຈະບໍ່ເຂົ້າກັບເຮົາ, ຖ້າເຮົາຈະສະໝັກທຶນ ເຮົາກໍຕ້ອງພະຍາຍາມສ້າງ profile, ແລ້ວຖ້ານ້ອງໄດ້ທຶນໂຕນັ້ນນ້ອງຈະສາມາດຮູ້ໄດ້ເລີຍວ່ານ້ອງມີ profile ດ້ານນີ້ ເພາະສະນັ້ນຢາກໃຫ້ທຸກຄົນລອງສະໝັກໄປໂລດ, ແຕ່ຖ້າຮູ້ສຶກວ່າຍັງບໍ່ມີ profileດ້ານນີ້ ຢາກແນະນໍາໃຫ້ຄົ້ນຄວ້າ, ຫາຮຽນຄວາມຮູ້ ແລະ ເຝິກຝົນໂຕເອງເພື່ອໃຫ້ໄດ້ທຶນນັ້ນກ່ອນ, ເພາະນ້ອງຄິດວ່າການທີ່ເຮົາສະໝັກທຸກທຶນ ພຽງເພາະຢ້ານທີ່ຈະປ່ອຍໂອກາດໃຫ້ຫຼຸດມືໄປ ການເຮັດແນວນີ້ມັນຈະບໍ່ຄ່ອຍມີປະສິດທິພາບ.

อาจเป็นรูปภาพของ เค้กชิฟฟอน, ซูเฟล่, ถ้วยกาแฟ, กาแฟ, คัพเค้ก และ ข้อความ

ດັ່ງນັ້ນ, ເຮົາຕ້ອງຝຶກຝົນຕົວເອງໃນທຸກໆດ້ານ, ຮຽນຮູ້ສິ່ງໃໝ່ໃນທຸກໆມື້, ຮຽນຮູ້ກ່ຽວກັບທຶນ ແລະ ເຮັດໃຫ້ໂຕເອງມີ profile ທີ່ເຂົ້າກັບທຶນນັ້ນ ແຕ່ຖ້າສະໝັກບໍ່ໄດ້ຢາກແນະນໍາໃຫ້ພວກເຮົາຄິດວ່າ ທຶນນັ້ນມັນອາດຈະບໍ່ແມ່ນສໍາລັບເຮົາ ແຕ່ໃນອະນາຄົດເຮົາຕ້ອງໄດ້ສິ່ງທີ່ດີກວ່ານັ້ນແນ່ນອນ.
ຂໍ້ມູນຈາກ: Ladavanh Keodala (ກ້າເບ້ຍ)