ຂັ້ນຕອນການວາງແຜນກະສຽນ ( ການທົບທວນ ແລະ ປັບປຸງແຜນການລົງທຶນຢ່າງສະໝ່ຳສະເໝີ )

23

ໃນຫຼາຍອາທິດຜ່ານມາ ເຮົາໄດ້ນຳສະເໜີບົດຄວາມກ່ຽວກັບບັນດາຂັ້ນຕອນໃນການວາງແຜນກະສຽນ ເພື່ອທີ່ຈະໃຫ້ສາມາດກະສຽນໄດ້ໄວ ໂດຍທີ່ຂັ້ນຕອນໃນການວາງແຜນກະສຽນນັ້ນແມ່ນປະກອບມີ 4 ຂັ້ນຕອນດ້ວຍກັນ ເຊິ່ງຜ່ານມາ ເຮົາໄດ້ນຳສະເໜີໄປແລ້ວ 3 ຂັ້ນຕອນ ເຊິ່ງປະກອບມີຄື: ຂັ້ນຕອນທຳອິດແມ່ນກ່ຽວກັບການກຳນົດເປົ້າໝາຍ ແລະ ອາຍຸທີ່ຕ້ອງການຈະກະສຽນ, ຂັ້ນຕອນທີສອງແມ່ນການຄິດໄລ່ເງິນທີ່ຕ້ອງໃຊ້ໃນໄວກະສຽນ, ຂັ້ນຕອນທີ່ສາມກ່ຽວກັບເຄື່ອງມືທີ່ໃຊ້ໃນການລົງທຶນກ່ອນການກະສຽນ.

อาจเป็นรูปภาพของ กำลังอ่านหนังสือ และ ข้อความ

ມາໃນອາທິດນີ້ເຮົາຈະມານຳສະເໜີກ່ຽວກັບຂັ້ນຕອນທີສີ່ ທີ່ເປັນຂັ້ນຕອນລຳດັບທ້າຍສຸດທີ່ມີ ຄວາມສຳຄັນເປັນຢ່າງຍິ່ງ ນັ້ນກໍຄື: ການທົບທວນ ແລະ ປັບປຸງແຜນການລົງທຶນຢ່າງສະໝ່ຳສະເໝີ.

ການທົບທວນ ແລະ ປັບປຸງແຜນການລົງທຶນຢ່າງສະໝ່ຳສະເໝີ ແມ່ນເປັນສິ່ງທີ່ສຳຄັນຢ່າງຍິ່ງ ຫຼັງຈາກປະຕິບັດຕາມແຜນມາໄລຍະໜຶ່ງແລ້ວ ກໍເຖິງເວລາທີ່ຈະຕ້ອງທົບທວນ ແລະ ປັບປຸງແຜນການທ້ອນເງິນເພື່ອລົງທຶນໃຫ້ເຮົາຮູ້ໄດ້ວ່າສາມາດປະຕິບັດຕາມແຜນການທີ່ໄດ້ວາງໄວ້ໄດ້ ຫຼື ບໍ່ ແລະ ຄວນຈະປັບປຸງໃນຈຸດໃດແດ່.

ไม่มีคำอธิบายรูปภาพ

ການທົບທວນ ແລະ ປັບປຸງແຜນການລົງທຶນນີ້ ອາດຈະເຮັດໃນທຸກໆ 6 ເດືອນ ຫຼື 1 ປີ ເພື່ອຕິດຕາມເບິ່ງວ່າ ທ່ານສາມາດເກັບເງິນໄດ້ຕາມເປົ້າໝາຍ ຫຼື ບໍ່, ການລົງທຶນໃຫ້ຜົນຕອບແທນໄດ້ຕາມທີ່ຕ້ອງການ ຫຼື ບໍ່, ມີບັນຫາ ຫຼື ອຸປະສັກທີ່ເກີດຂຶ້ນໃນລະຫວ່າງການປະຕິບັດແຜນການທ້ອນເງິນນີ້ ຫຼື ບໍ່. ໂດຍທັງໝົດນີ້ ກໍເພື່ອເຮັດໃຫ້ທ່ານເດີນທາງໄປຫາຈຸດມຸ້ງໝາຍເຊິ່ງກໍຄືການກະສຽນໄດ້ໄວຍິ່ງຂຶ້ນ.

อาจเป็นรูปภาพของ เงิน

ສະຫຼຸບແລ້ວ ການກະສຽນນັ້ນແມ່ນເປັນເປົ້າໝາຍຂອງຫຼາຍຄົນ ໂດຍສະເພາະຄົນໃນໄວເລີ່ມເຮັດວຽກທີ່ມີຄວາມຕ້ອງການຢາກໃຫ້ຕົວເອງສາມາດກະສຽນໄດ້ໄວທີ່ສຸດ ເພື່ອຈະໄດ້ໃຊ້ຊີວິດພາຍຫຼັງກະສຽນຕາມທີ່ຕ້ອງການ ໂດຍບໍ່ຈຳເປັນຕ້ອງກັງວົນເລື່ອງການເງິນ ການທີ່ຈະປະສົບຄວາມສຳເລັດ ແລະ ສາມາດກະສຽນໄດ້ໄວນັ້ນຈຳເປັນຈະຕ້ອງມີການວາງແຜນ ໂດຍຂັ້ນຕອນໃນການວາງແຜນເພື່ອການກະສຽນນັ້ນແມ່ນປະກອບມີ 4 ຂັ້ນຕອນ ດັ່ງທີ່ໄດ້ກ່າວໄວ້ຂ້າງເທິງ ຄື:

อาจเป็นรูปภาพของ 1 คน และ เงิน

ການກຳນົດເປົ້າໝາຍ ແລະ ອາຍຸທີ່ຕ້ອງການຈະກະສຽນ, ການຄິດໄລ່ເງິນທີ່ຕ້ອງໃຊ້ໃນໄວກະສຽນ, ເຄື່ອງມືທີ່ໃຊ້ໃນການລົງທຶນກ່ອນການກະສຽນ, ແລະ ການທົບທວນ ແລະ ປັບປຸງແຜນການລົງທຶນຢ່າງສະໝ່ຳສະເໝີ. ສິ່ງສຳຄັນແມ່ນຕ້ອງລົງມືຈັດຕັ້ງປະຕິບັດ ຕາມແຜນການເປັນຂັ້ນຕອນຢ່າງມີລະບຽບວິໄນ ແລະ ສະໝ່ຳສະເໝີ.