ASML ຈັບມືກັບ Samsung ສ້າງຕັ້ງໂຮງງານ ຜະລິດຊິບລ້ຳສະໄໝ ໃນ ສ.ເກົາຫຼີ

30

ສຳນັກຂ່າວ CNBC ລາຍງານວ່າ ບໍລິສັດ ASML ຜູ້ຜະລິດອຸປະກອນຜະລິດຊິບ ຈາກໂຮນລັງ ໄດ້ບັນລຸຂໍ້ຕົກລົງ ກັບບໍລິສັດຊຳຊຸງເອເລັກໂຕຣນິກ ຜູ້ຜະລິດ ເຊມີຄອນດັກເຕີ (ຊິບ) ຈາກ ສ.ເກົາຫຼີ ຮ່ວມກັນທຸ້ມງົບປະມານ 760 ລ້ານໂດລາສະຫະລັດ ເພື່ອສ້າງຕັ້ງໂຮງງານໃນການພັດທະນາເຕັກໂນໂລຊີການປະມວນຜົນຊິບ ເຊມີຄອນດັກເຕີລ້ຳສະໄໝ.

ຂໍ້ຕົກລົງດັ່ງກ່າວໄດ້ບັນລຸໃນລະຫວ່າງການຢ້ຽມຢາມໂຮນລັງຂອງ ທ່ານ ຢຸນ ຊອກຢອນ ປະທານາທິບໍດີ ສ.ເກົາຫຼີ ເພື່ອຍົກລະດັບການຮ່ວມມືດ້ານການຜະລິດເຊມີຄອນດັກເຕີ ໂດຍ ຜູ້ນຳ ສ.ເກົາຫຼີໄດ້ເຄີຍກ່າວໄວ້ວ່າ: “ເຊມີຄອນດັກເຕີ ເປັນແກນຫຼັກຂອງການຮ່ວມມື ລະຫວ່າງ ສ.ເກົາຫຼີ ແລະ ໂຮນລັງ”.

ທັງນີ້ ບໍລິສັດ ASML ເປັນຜູ້ຜະລິດເຄື່ອງຈັກ ລີໂທກຣາຟີ ກາໄວໂອເລດຂັ້ນສູງ ຫຼື extreme ultraviolet (EUV) lithography ພຽງຫນຶ່ງດຽວຂອງໂລກ ໂດຍເຄື່ອງຈັກດັ່ງກ່າວ ໃຊ້ໃນການຜະລິດຊິບທີ່ມີຄວາມລ້ຳສະໄໝທີ່ສຸດ ເຊັ່ນ: ຊິບທີ່ໃຊ້ໃນການຜະລິດ iPhone ລຸ້ນຫຼ້າສຸດຂອງ ແອັບເປິ້ລ ເຊິ່ງຜະລິດໂດຍບໍລິສັດ TSMC ຂອງໄຕ້ຫວັນ.

ທັງນີ້ ທຳນຽບປະທານາທິບໍດີ ສ.ເກົາຫຼີ ເປີດເຜີຍວ່າ: “ນະວັດຕະກຳທາງເຕັກໂນໂລຊີທີ່ມີ ASML ເປັນຜູ້ນຳນັ້ນ ໄດ້ກາຍເປັນປັດໄຈຂັບເຄື່ອນທີ່ຊົງພະລັງຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ທົ່ວໂລກ ແລະ ບໍລິສັດເຊມີຄອນດັກເຕີຈາກໂຮນລັງ ຢ່າງ ASML ກຳລັງຈະຮ່ວມມືກັນ ເພື່ອສ້າງຕັ້ງໂຮງງານໃໝ່ເພື່ອຜະລິດ, ການວິໄຈ ແລະ ພັດທະນາ (R&D) ແລະ ການຝຶກຝົນຜູ້ທີ່ມີຄວາມສາມາດໃນ ສ.ເກົາຫຼີ”.