ສຶກສາຄວາມເປັນໄປໄດ້ ໃນການຄຸ້ມຄອງເຄື່ອງປ່າຂອງດົງ ຢູ່ແຂວງອັດຕະປື

0
307

ບໍລິສັດ ເອບີເຄຫາ – ກໍ່ສ້າງຂົວທາງ ຈໍາກັດຜູ້ດຽວ ແລະ ອົງການປົກຄອງແຂວງອັດຕະປື ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ ໃນການຄຸ້ມຄອງເຄື່ອງປ່າຂອງດົງ ( ເຂດປ່າໝາກຈອງ ), ການປູກໄມ້ກະຖິນ – ຕົ້ນວິກ ( ສັບບົດ ) ແລະ ປູກເຂົ້າ ຢູ່ 5 ເມືອງ ຄື: ສາມັກຄີໄຊ, ໄຊເສດຖາ, ຊານໄຊ, ພູວົງ ແລະ ເມືອງສະໜາມໄຊ.

ພິທີຈັດຂຶ້ນໃນວັນທີ 26 ເມສາ 2024 ຕາງໜ້າເຊັນໂດຍ ທ່ານ ສູນນະຄອນ ແກ້ວວຽງຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງອັດຕະປື ກັບ ທ່ານ ບຸນປະເສີດ ສີລິວັດ ອຳນວຍການ ບໍລິສັດ ເອບີເຄຫາ – ກໍ່ສ້າງຂົວທາງ ຈໍາກັດຜູ້ດຽວ ໂດຍການເຂົ້າຮ່ວມເປັນສັກຂິພິຍານຂອງທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງ ອັດຕະປື.

ການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ກໍເພື່ອພັດທະນາເສດຖະກິດ ແລະ ເພື່ອສົ່ງເສີມວຽກງານກະສິກຳ ແລະ ປ່າໄມ້ ດ້ານການປູກຝັງ – ລ້ຽງສັດ ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານການສະໜອງສະບຽງອາຫານ ໃຫ້ມີຄວາມຍືນຍົງ ເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ ທັງເປັນການສ້າງວຽກເຮັດງານທໍາໃຫ້ປະຊາຊົນຢູ່ເຂດພື້ນທີ່ໂຄງການນຳອີກ.


ນອກຈາກນີ້, ກໍເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ ໃນການຄຸ້ມຄອງເຄື່ອງປ່າຂອງດົງ ( ເຂດປ່າໝາກຈອງ ), ການປູກໄມ້ກະຖິນ – ຕົ້ນວິກ ( ສັບບົດ ) ແລະ ປູກເຂົ້າຢູ່ແຂວງອັດຕະປື ເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ.
ການສຶກສາສຳຫຼວດຄວາມເປັນໄປໄດ້ ໃນການຄຸ້ມຄອງເຄື່ອງປ່າຂອງດົງ ( ເຂດປ່າໝາກຈອງ ) ແມ່ນເຫັນດີໃຫ້ດຳເນີນການສຳຫຼວດຄວາມເປັນໄປໄດ້ ໃນຂອບເຂດທີ່ດິນ 3 ປະເພດປ່າ ( ເຂດທີ່ດິນປ່າປ້ອງກັນ, ເຂດທີ່ດິນປ່າສະຫງວນ ແລະ ເຂດທີ່ດິນປ່າຜະລິດ ) ເທົ່ານັ້ນ ເຊິ່ງມີໄລຍະເວລາ 18 ເດືອນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

LEAVE A REPLY

Please enter your comment!
Please enter your name here