5 ພະຍາດທີ່ມັກເກີດຂຶ້ນກັບແມ່ຍິງ

55

ແມ່ຍິງມັກພົບບັນຫາພະຍາດໄດ້ງ່າຍ ເພາະການໃຊ້ຊີວິດ ຫຼື ການກິນອາຫານໃນແຕ່ລະວັນ ບໍ່ຄໍານຶກເຖິງຜົນເສຍທີ່ຈະເກີດຂຶ້ນ ມີ 5 ພະຍາດ ( ບໍ່ສາມາດຕິດຕໍ່ ) ທີ່ແມ່ຍິງສ່ຽງເປັນຫຼາຍກວ່າຜູ້ຊາຍ ດັ່ງນີ້:

1. ພະຍາດມະເຮັງ: ບໍ່ວ່າຈະເປັນມະເຮັງເຕົ້ານົມ, ມະເຮັງປາກມົດລູກ ເປັນພະຍາດມີ່ບໍ່ສາມາດຕິດຕໍ່ ເຊິ່ງພົບເຫັນໃນເພດຍິງຫຼາຍກວ່າເພດຊາຍ ພະຍາດເຫຼົ່ານີ້ເກີດຈາກປັດໄຈດ້ານກໍາມະພັນ, ຮໍໂມນ, ໄວຣັສ, ການມີເພດສໍາພັນ, ການສູບຢາ ລວມທັງການໃຊ້ຊີວິດໃນແຕ່ລະມື້ ມັກເກີດຂຶ້ນກັບແມ່ຍິງທີ່ມີອາຍຸ 50 ປີຂຶ້ນໄປ, ຜູ້ທີ່ມີອາຍຸ 25 ປີຂຶ້ນໄປ ກໍຄວນເລີ່ມກວດເບິ່ງເຕົ້ານົມຂອງຕົນເອງ.

อาจเป็นรูปภาพของ 1 คน และ ชุดนอน

2. ພະຍາດກະດູກພຸ່ນ: ເປັນພາວະທີ່ກະດູກມີຄວາມອ່ອນແອ, ບອບບາງ ແລະ ມີທ່າອ່ຽງວ່າຈະແຕກຫັກໄດ້ງ່າຍ ເຊິ່ງແມ່ຍິງຈະມີຄວາມສ່ຽງກວ່າຜູ້ຊາຍ ເພາະການປ່ຽນແປງຂອງຮໍໂມນທີ່ເກີດຂຶ້ນໄນໄລຍະໝົດປະຈໍາເດືອນນໍາມາສູ່ການສູນເສຍມວນກະດູກໄດ້.

3. ພະຍາດເບົາຫວານ: ພະຍາດເບົາຫວານເປັນອັນດັບ 2 ຂອງການເສຍຊີວິດ ເຊິ່ງເກີດຈາກປັດໄຈພາຍໃນ ແລະ ພາຍນອກ, ປັດໄຈພາຍໃນໄດ້ແກ່ ຮໍໂມນ, ການຖືພາ ແລະ ກໍາມະພັນ ສ່ວນປັດໄຈພາຍນອກໄດ້ແກ່: ບໍ່ມັກອອກກໍາລັງກາຍ, ກິນອາຫານທີ່ບໍ່ມີປະໂຫຍດ ແລະ ອື່ນໆ.

อาจเป็นรูปภาพของ 1 คน

4. ພະຍາດຫົວໃຈ: ສາເຫດທີ່ເຮັດໃຫ້ເກີດພະຍາດຫົວໃຈໄດ້ແກ່: ຄວາມດັນເລືອດສູງ, ຄວາມຕຶງຄຽດ ແລະ ການເປັນພະຍາດຕຸ້ຍ.

5. ໂລກຊຶມເສົ້າ: ເປັນພະຍາດທີ່ເກີດຈາກຄວາມຕຶງຄຽດ ເປັນພະຍາດທີ່ເກີດຂຶ້ນກັບແມ່ຍິງຫຼາຍກວ່າຜູ້ຊາຍ ເນື່ອງຈາກປັດໄຈດ້ານຮໍໂມນ ແລະ ດ້ານອື່ນໆທີ່ກ່ຽວຂ້ອງ ເປັນຕົ້ນແມ່ນບໍລິບົດທາງສັງຄົມລ້ວນແລ້ວແຕ່ພາໃຫ້ເກີດຄວາມຕຶງຄຽດ ແລະ ສາມາດນໍາໄປສູ່ການເປັນພະຍາດຊຶມເສົ້າໄດ້.

ຂໍ້ມູນຈາກ: Sanook