5 ສາເຫດພະຍາດກະເພາະອາຫານ ແລະ ວິທີປ້ອງກັນ

50

ພະຍາດກະເພາະອາຫານອັກເສບ ເກີດຂຶ້ນໄດ້ທັງໄວໜຸ່ມ ແລະ ຜູ້ສູງອາຍຸ ເຊິ່ງມີປັດໃຈຫຼາຍຢ່າງທີ່ເຮັດໃຫ້ເກີດພະຍາດກະເພາະອາຫານອັກເສບ ແລະ ພົບເຫັນຫຼາຍໃນປັດຈຸບັນ ພະຍາດນີ້ເກີດຈາກສາເຫດດັ່ງນີ້:

อาจเป็นรูปภาพของ 1 คน

1.ການຕິດເຊື້ອແບັກທີເຣຍ ເກີດຈາກການສໍາຜັດເຊື້ອເຂົ້າສູ່ຮ່າງກາຍ ຜ່ານທາງການຮັບປະທານອາຫານ ແລະ ດື່ມນໍ້າທີ່ມີການປົນເປື້ອນເຊື້ອເຊັ່ນ: ອາຫານ ແລະ ນໍ້າທີ່ບໍ່ສະອາດ, ອາຫານແຊ່ແຂງປຸງບໍ່ສຸກ, ອາຫານດິບ ເປັນຕົ້ນ.

2.ການສູບຢາຈະເຮັດໃຫ້ຕິດເຊື້ອ Helicobacter pylori ງ່າຍໆ ເຊິ່ງເຊື້ອນີ້ເປັນສາເຫດຂອງພະຍາດກະເພາະອາຫານ ຜູ້ທີ່ສູບຢາເປັນປະຈໍາມີໂອກາດເກີດບາດແຜໃນກະເພາະອາຫານ ແລະ ລໍາໄສ້ອ່ອນງ່າຍກວ່າຄົນທີ່ບໍ່ສູບຢາ ເພາະສານເຄມີໃນຄວັນຢາສູບຈະໄປກະຕຸ້ນໃຫ້ກະເພາະອາຫານຫຼັ່ງນໍ້າຍ່ອຍອອກມາຫຼາຍກວ່າປົກກະຕິ ແລະ ເຮັດໃຫ້ບາດແຜຫາຍດີໄດ້ຍາກ.

3.ມີຄວາມຕຶງຄຽດ, ຊຶມເສົ້າ ຫຼື ມີຄວາມວິຕົກກັງວົນ ເພາະເວລາທີ່ເຮົາມີຄວາມຕຶງຄຽດຫຼາຍໆ ຮໍໂມນໃນຮ່າງກາຍຈະເກີດການປ່ຽນແປງເຮັດໃຫ້ເລືອດໄຫຼວຽນບໍ່ສະດວກ ແລະ ກະເພາະອາຫານຊຸດໂຊມລົງໄດ້.

อาจเป็นรูปภาพของ 1 คน

4. ດື່ມແອວກໍຮໍຫຼາຍ ຈະເຮັດໃຫ້ຊັ້ນເມືອກໃນກະເພາະອາຫານ ເຮັດໃຫ້ເກີກການລະຄາຍເຄືອງ ເປັນສາເຫດເຮັດໃຫ້ເກີດບາດແຜໃນກະເພາະອາຫານ.

ວິທີປ້ອງກັນໂຣກກະເພາະອາຫານອັກເສບໃຫ້ປະຕິບັດດັ່ງນີ້:

-ກິນອາຫານຖືກເວລາ

-ບໍ່ກິນອາຫານຫຼາຍເກີນໄປ ແລະ ຄວນກິນຜັກໝາກໄມ້ຫຼາຍຂຶ້ນ

-ບໍ່ຄວນກິນອາຫານທີ່ກະຕຸ້ນໃຫ້ເກີດໂຣກກະເພາະອາຫານເຊັ່ນ: ອາຫານລົດຈັດ, ອາຫານມັນ, ບໍ່ດື່ມນໍ້າອັດລົມ ແລະ ເຄື່ອງດື່ມແອວກໍຮໍ

-ບໍ່ຊື້ຢາມາກິນເອງ ເພາະຢາບາງຊະນິດມີສານກັດກະເພາະອາຫານ.

ຂໍ້ມູນຈາກ: Sanook