5 ພະຍາດທີ່ຈະເກີດຂຶ້ນ ເມື່ອທ່ານສູບຢາ

37

ການສູບຢາເປັນປະຈຳ ເປັນສິ່ງທີ່ອັນຕະລາຍຕໍ່ສຸຂະພາບເພາະມັນຈະໄປທຳລາຍລະບົບຮ່າງກາຍຂອງເຮົາໄປເລື້ອຍໆ ນອກຈາກຄວັນຢາສູບຍັງເປັນມົນລະພິດສົ່ງຜົນເສຍຕໍ່ຜູ້ທີ່ສູບດົມເຂົ້າໄປໃນໄລຍະສັ້ນ ແລະ ໄລຍະຍາວ, ການສູບຢາບໍ່ມີປະໂຫຍດຫຍັງເລີຍ ແລະ ຍັງເປັນສາເຫດເຮັດໃຫ້ເກີດພະຍາດອັນຕະລາຍ ດັ່ງນີ້:

ไม่มีคำอธิบายรูปภาพ

1. ພະຍາດຫົວໃຈ: ເນື່ອງຈາກສານພິດໃນຢາສູບບາງຊະນິດຈະເຮັດໃຫ້ເສັ້ນເລືອດແດງຕີບ ສົ່ງຜົນໃຫ້ເລືອດບໍ່ສາມາດເຂົ້າໄປລ້ຽງຫົວໃຈໄດ້ ຈຶ່ງເຮັດໃຫ້ອັດຕາການເຕັ້ນຂອງຫົວໃຈຜິດຈັງຫວະ ແລະ ເປັນອັນຕະລາຍຕໍ່ຊີວິດໄດ້.

2. ພະຍາດມະເຮັງ: ການສູບຢາສາມາດເຮັດໃຫ້ເກີດພະຍາດມະເຮັງໄດ້ທຸກຊະນິດ ສ່ວນຫຼາຍແມ່ນມະເຮັງປອດ ເນື່ອງຈາກສູບຢາຫຼາຍກວ່າ1ຊອງຕໍ່ມື້ ແລະ ສູບຢາເປັນປະຈຳ ອັນຕະລາຍກວ່າການສູບຄືການໄດ້ຮັບກິ່ນ ເຊິ່ງຈະສົ່ງຜົນໃຫ້ເກີດມະເຮັງໃນໄລຍະຍາວ.

3. ພະຍາດຖົງລົມໂປ່ງພອງ: ການສູບຢາເລື້ອຍໆຈະໄປທຳລາຍຖົງລົມຈົນເກີດພາວະບວມອັກເສບ ແລະ ຈີກຂາດ ເຮົາເອີ້ນພາວະນີ້ວ່າພະຍາດຖົງລົມປ່ອງໂພງ ເຊິ່ງຖົງລົມເຫຼົ່ານີ້ມີອົກຊີເຈນເຂົ້າກະແສເລືອດ ເມື່ອຖົງລົມເຫຼົ່ານີ້ໄດ້ຮັບຄວາມເສຍຫາຍ ຈະເຮັດໃຫ້ຜູ້ທີ່ເປັນພະຍາດນີ້ເມື່ອຍງ່າຍ ແລະ ມີພາວະຫົວໃຈເຕັ້ນໄວ, ນໍ້າໜັກຫຼຸດ ຫາຍໃຈຖີ່ ເຊິ່ງຕ້ອງໄດ້ຮັບການປິ່ນປົວຈາກແພດຢ່າງໃກ້ຊິດ.

อาจเป็นรูปภาพของ 1 คน และ ไฟแช็ก

4. ພະຍາດປອດບວມ ຫຼື ພະຍາດປອດອັກເສບ: ຜູ້ທີ່ຕິດຄວັນຢາສູບ ແລະ ຜູ້ທີ່ໄດ້ຮັບຄວັນຢາສູບຈະເກີດອາການຫາຍໃຈລຳບາກ, ມີໄຂ້, ປວດຫົວ, ໄອ, ເຈັບ… ບາງຄົນອາດຈະມີອາການຮຸນແຮງ ເຊັ່ນ:ອາການເຈັບເອິກ, ຮາກ, ໄອຂີ້ກະເທິປົນເລືອດ ພະຍາດນີ້ເກີດຂຶ້ນໄດ້ທັງຜູ້ສູບ ແລະ ຜູ້ໄດ້ຮັບຄວັນຢາ.

5. ພະຍາດເບົາຫວານ: ຜູ້ທີ່ສູບຢາ ແລະ ໄດ້ຮັບຄວັນຢາສູບເປັນປະຈໍາ ຈະມີລະດັບນໍ້າຕານໃນເລືອດສູງກວ່າຜູ້ທີ່ບໍ່ເຄີຍສູບຢາ ເນື່ອງຈາກຄວັນພິດຈາກຢາສູບຈະໄປສະສົມຕັບອ່ອນ ເຮັດໃຫ້ຕັບອ່ອນເຮັດວຽກໄດ້ຊ້າລົງສົ່ງຜົນໃຫ້ລະດັບນໍ້າຕານໃນເລືອດສູງ ແລະ ເປັນພະຍາດເບົາຫວານໄດ້.