ປັດໄຈທີ່ພາໃຫ້ເກີດສິວ ແລະ ວິທີປ້ອງກັນ

44

ມີຫຼາຍຄົນທີ່ພົບກັບບັນຫາສິວ ເຊິ່ງເປັນບັນຫາທີ່ຄົນເຮົາຫຼາຍກວ່າ 80% ຕ້ອງພົບຢ່າງແນ່ນອນ. ດັ່ງນັ້ນເພື່ອປ້ອງກັນ ແລະ ຫຼຸດຜ່ອນການເກີດສິວ ເຮົາຄວນຮູ້ສາເຫດ ແລະ ວິທີປ້ອງກັນດັ່ງນີ້:

ປັດໄຈຫຼັກທີ່ພາໃຫ້ເກີດສິວ:

1. ໜ້າຂອງເຮົາຂັບຖ່າຍໄຂມັນຫຼາຍເກີນໄປເຮັດໃຫ້ໜ້າມັນ ແລະ ຮູຂຸມຂົນຈະອັດຕັນດ້ວຍໄຂມັນ ແລະ ຈຸລັງທີ່ຕາຍແລ້ວກໍຈະພາໃຫ້ເກີດສິວ.

2. ໜ້າຂອງເຮົາຕິດເຊື້ອແບັກທີເຣຍ

3. ຜິວໜັງຂອງເຮົາອັກເສບ.

อาจเป็นรูปภาพของ 1 คน

4. ບໍາລຸງຮັກສາໜ້າບໍ່ຖືກວິທີ ຄືດັ່ງເຮົາເຫັນໃນປັດຈຸບັນ ຫຼາຍຄົນກໍາລັງສວຍໃຊ້ຜະລິດຕະພັນເສີມຄວາມງາມ ໂດຍບໍ່ມີການປຶກສາແພດໝໍແຕ່ຢ່າງໃດເລີຍ, ຫຼັງຈາກນັ້ນຈະເຮັດໃຫ້ເກີດອາການໜ້າດໍາ, ເປັນສິວ ຍ້ອນເຮົາບໍ່ໄດ້ສຶກສາເລື່ອງນັ້ນໂດຍກົງມັນຈະເຮັດໃຫ້ເຮົາບໍ່ຮູ້ບໍ່ເຂົ້າໃຈເຖິງຜົນກະທົບຂອງມັນ. ສະນັ້ນ, ເຮົາຕ້ອງປຶກສາແພດໝໍກ່ອນທີ່ຈະໃຊ້ຜະລິດຕະພັນ.
ນອກຈາກນັ້ນ, ກໍຍັງເກີດຈາກປັດໄຈພາຍນອກ ເຊັ່ນ:

– ແສງແດດ ແລະ ຂີ້ຝຸ່ນ: ສະພາບອາກາດຈະເຮັດໃຫ້ເກີດສິວ ເວລາຜິວສໍາຜັດກັບອາກາດຮ້ອນຈາກແສງແດດ, ຝຸ່ນ ແລະ ຄວັນລົດຈາກຖະໜົນຫົນທາງ ຈຶ່ງເປັນໂອກາດໃຫ້ສິ່ງເປິເປື້ອນເຫຼົ່ານີ້ເຂົ້າໄປອັດຕັນຮູຂຸມຂົນເປັນສາເຫດເຮັດໃຫ້ເກີດສິວ.

– ການທໍາຄວາມສະອາດຜິວໜ້າ ແລະ ແກະສິວຢູ່ໜ້າ: ການລ້າງໜ້າບໍ່ຖືກວິທີ, ການຂັດຖູທີ່ຮຸນແຮງເກີນໄປຍິ່ງເຮັດໃຫ້ສິວຮຸນແຮງຂຶ້ນ ເພາະຜິວຖືກທໍາລາຍ ແລະ ແຫ້ງລົງ.

▶ການປ້ອງກັນເພື່ອບໍ່ໃຫ້ເກີດສິວ

1.ຮັກສາຄວາມສະອາດຢູ່ສະເໝີ.

2. ຫຼີກລ່ຽງປັດໄຈພາຍນອກທີ່ກະຕຸ້ນໃຫ້ເກີດສິວ ເຊັ່ນ: ແສງແດດ ແລະ ຝຸ່ນຄວັນ.

3. ຫຼຸດຜ່ອນການລ້າງ ແລະ ຖູໜ້າແຮງໆ ຫຼື ນວດໜ້າ ລວມທັງບີບ ແລະ ແກະສິວ.

4 .ຫຼຸດອາຫານທີ່ມີກົດໄຂມັນ ເພາະຄວາມມັນຂອງໜ້າຈະພາໃຫ້ເກີດສິວ.

5. ພັກຜ່ອນໃຫ້ພຽງພໍ ແລະ ປັບຮູບແບບການໃຊ້ຊີວິດໃຫ້ສົມດຸນ ແລະ ຮູ້ຈັດການຄວາມຕຶງຄຽດ.

ຂໍ້ມູນຈາກ: Dr Anongsak