8 ສາເຫດ ທີ່ໄວໜຸ່ມເກີດຄວາມດັນເລືອດສູງ

77

ໃຜທີ່ມີອາຍຸຕ່ຳກວ່າ 35 ປີ ແລ້ວມີຄວາມດັນເລືອດສູງກໍ່ຖືວ່າເປັນຄົນອາຍຸນ້ອຍ ທີ່ມີພາວະຄວາມດັນເລືອດສູງ.ສາເຫດຂອງພະຍາດຄວາມດັນເລືອດສູງໃນຄົນອາຍຸຍັງນ້ອຍເກີດຈາກ 8 ສາເຫດລຸ່ມນີ້:

อาจเป็นรูปภาพของ 1 คน และ กำลังอ่านหนังสือ

1.ພະຍາດໄຂ່ຫຼັງ: ຫຼາຍຄົນທີ່ຄວາມດັນເລືອດສູງຕັ້ງແຕ່ອາຍຸນ້ອຍໆ ຈະຖາມເຖິງພະຍາດໄຂ່ຫຼັງເປັນອັນດັບລຳອິດເລີຍ.

2. ກົດຍູຣິກ: ຍູຣິກອາຊິດ ສາມາດເປັນຕົ້ນເຫດຂອງ ຄວາມດັນເລືອດສູງໄດ້ ຖ້າຍູຣິກສູງໃຫ້ລອງລົດຍູຣິກອາຊິດເບິ່ງ ເພາະຖ້າຍູຣິກໜ້ອຍລົງກໍ່ຈະຫຼຸດຄວາມດັນເລືອດລົງໄດ້.

3. ຢາ: ຢາຄຸມກຳເນີດ ຢາແກ້ປວດ ຫຼື ຢາຕ່າງໆທີ່ມີສະເຕຣອຍປະສົມ ຖ້າລອງຫຼຸດຢາເບິ່ງແລ້ວຄ່າຄວາມດັນໄປໃນທາງທີ່ດີຂຶ້ນ ສະແດງວ່າເປັນຍ້ອນຢາ.

4. ໄຮເປີໄທຣອຍ: ໃນຫຼາຍຄົນມີບັນຫາຂອງໄທຣອຍເປັນຜິດ ຫຼື ມີຄ່າໄທຣອຍສູງ ສິ່ງເຫຼົ່ານີ້ກໍເຮັດໃຫ້ຄວາມດັນເລືອດສູງໄດ້ເຊັ່ນກັນ.

อาจเป็นรูปภาพของ 1 คน

5.Sleep Apnea ຫຼື ພາວະຢຸດຫາຍໃຈລະຫວ່າງນອນ : ພາວະນີ້ເປັນຕົ້ນເຫດຂອງຄວາມດັນເລືອດສູງໄດ້ ແລ້ວເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນພາວະນີ້ຫຼືບໍ່ ເຮົາຕ້ອງໄປກວດຜ່ານ Sleep test ຫຼື Sleep Lab ແລະ ມີຂໍ້ສັງເກດອີກແບບຄື ໃຫ້ຖາມຄົນໃກ້ໂຕວ່າເວລາເຮົານອນ ເຮົານອນໂກນຫຼືບໍ່ ຖ້າຫາກເຮົານອນໂກນ ກໍ່ມີຄວາມສ່ຽງວ່າຈະເປັນ.

6. ການອົດນອນ ຫຼື ອຶດນອນ

ໃນເດັກນ້ອຍຫຼາຍຄົນທີ່ອ່ານໜັງສືຊ່ວງເສັງ ອາດເຮັດໃຫ້ໄດ້ຮັບການພັກຜ່ອນບໍ່ພຽງພໍ ກໍ່ມີສິດເຮັດໃຫ້ ຄວາມດັນເລືອດສູງໄດ້ ລອງພັກຜ່ອນໃຫ້ເຕັມອີ່ມ ແລ້ວມາແທກຄວາມດັນຄືນ ຄ່າ ຄວາມດັນເລືອດອາດຈະດີຂຶ້ນໄດ້.

7. ຄວາມຄຽດ

ໃນຊ່ວງທີ່ມີຄວາມຄຽດສູງ ໃຫ້ໄປພັກຜ່ອນ ຜ່ອນຄາຍອາລົມໃຫ້ຫຼາຍຂຶ້ນ ແລ້ວຈຶ່ງມາວັດແທກຄວາມດັນໃຫມ່.

8. ກຳມະພັນ: ຖ້າລອງແກ້ຄົບທຸກສາເຫດຈາກທີ່ກ່າວມາແລ້ວ ຄ່າຄວາມດັນເລືອດຍັງບໍ່ດີຂຶ້ນສະແດງວ່າອາດເກີດຈາກກຳມະພັນ.

ຂໍ້ມູນຈາກ:ສຸຂະພາບມາກ່ອນ