ວິຕາມິນກິນແນວໃດໃຫ້ປອດໄພ

49

ວິຕາມິນມີຫຼາກຫຼາຍຊະນິດ ແລະ ແຕ່ລະຊະນິດກໍມີສັບພະຄຸນແຕກຕ່າງກັນ ແຕ່ການກິນວິຕາມິນຕິດຕໍ່ກັນເປັນເວລາດົນຈະດີຕໍ່ສຸຂະພາບແທ້ ຫຼື ບໍ່ນັ້ນ ມາສຶກສານໍາກັນ.

อาจเป็นรูปภาพของ 1 คน และ ยา

ວິຕາມິນ ( Vitamins ) ແມ່ນສານອາຫານຊະນິດໜຶ່ງທີ່ຄວນໄດ້ຮັບ ເຊິ່ງຮ່າງກາຍບໍ່ສາມາດສ້າງຂຶ້ນໄດ້ດ້ວຍຕົວເອງ ຫາກຮັບປະທານອາຫານຄົບ 5 ໝູ່ ຄົບທັງສາມຄາບ ຮ່າງກາຍກໍຈະບໍ່ມີພາວະຂາດວິຕາມິນ ແລະ ບໍ່ຈຳເປັນຕ້ອງຮັບປະທານວິຕາມິນເສີມ ແຕ່ສຳລັບບາງຄົນທີ່ມີພາວະຂອງພະຍາດບາງຢ່າງອາດເຮັດໃຫ້ຂາດວິຕາມິນໄດ້ ຈຶ່ງຈຳເປັນຕ້ອງຮັບປະທານວິຕາມິນເສີມ ແຕ່ກໍຄວນກິນພໍດີບໍ່ຫຼາຍຈົນເກີນໄປ.

อาจเป็นรูปภาพของ ยา

ວິຕາມິນແບ່ງໄດ້ເປັນ 2 ກຸ່ມ ໃຫຍ່ ຄື:

1. ວິຕາມິນທີ່ລະລາຍໃນນ້ຳ ໄດ້ແກ່ ວິຕາມິນ B ແລະ C ສາມາດຄົງຢູ່ໄດ້ໃນຮ່າງກາຍເປັນເວລາສັ້ນໆ ສ່ວນທີ່ເຫຼືອຈາກການໃຊ້ງານຈະຖືກຂັບອອກທາງໄຂ່ຫຼັງມາກັບນ້ຳຍ່ຽວ.

2. ວິຕາມິນທີ່ລະລາຍໃນໄຂມັນ ໄດ້ແກ່ A, D, E, K ຕ້ອງອາໄສໄຂມັນໃນການປ່ຽນຮູບ ເພື່ອໃຫ້ຜະໜັງລຳໄສ້ສາມາດດູດຊຶມເຂົ້າຮ່າງກາຍ ເພື່ອນຳໄປໃຊ້ປະໂຫຍດ ບໍ່ສາມາດຂັບອອກທາງນ້ຳຍ່ຽວໄດ້ ຫາກໄດ້ຮັບຫຼາຍເກີນໄປ ຈະເກັບສະສົມໄວ້ໃນຮ່າງກາຍ ແລະ ອາດເປັນອັນຕະລາຍໄດ້.