ສາເຫດ ແລະ ວິທີຮັກສາ ປາກແຫ້ງແຕກເມື່ອອາກາດໜາວເຢັນ

45

ໃນລະດູໜາວຫຼາຍຄົນມັກຈະມີບັນຫາເລື່ອງຜິວເປັນຕົ້ນແມ່ນຜິວໜ້າ, ຜິວກາຍ ແລະ ປາກ, ເນື່ອງຈາກຮີມສົບເປັນສ່ວນໜຶ່ງທີ່ສໍາຄັນຂອງຮ່າງກາຍ ແລະ ເປັນຈຸດທີ່ອ່ອນໂຍນກວ່າຜິວຈຸດອື່ນໃນໜ້າ ຍິ່ງລະດູໜາວກໍຈະແຕກແຫ້ງໄດ້ງ່າຍ ດັ່ງນັ້ນເຮົາຄວນໃສ່ໃຈເປັນພິເສດ.

อาจเป็นรูปภาพของ 1 คน และ เครื่องประดับ

ປາກແຫ້ງແຕກໃນລະດູໜາວເກີດຈາກຫຼາຍສາເຫດ ຄື:

– ຢູໃນສະພາບອາກາດໜາວເຢັນ ຫຼື ແຫ້ງ ເຊັ່ນ: ໃນຫ້ອງທີ່ມີເຄື່ອງປັບອາກາດ ຫຼື ສໍາຜັດກັບແສງແດດຫຼາຍເກີນໄປ.

– ການເລຍຮີມສົບ: ບາງຄົນເລຍຮີມສົບຂອງຕົນເອງຈົນເປັນນິດໄສ ຈະເຮັດໃຫ້ປາກແຫ້ງກວ່າເກົ່າ ເພາະນໍ້າລາຍຈະດຶງເອົາຄວາມຊຸ່ມຈາກຮີມສົບ ແລະ ເຮັດໃຫ້ປາກແຫ້ງ.

– ການດື່ມນໍ້າໜ້ອຍເປັນສາເຫດໜຶ່ງທີ່ເຮັດໃຫ້ເກີດພາວະຂາດນໍ້າ ປົກກະຕິຮ່າງກາຍຕ້ອງການນໍ້າຢ່າງພຽງພໍ ເພື່ອຮັກສາຄວາມຊຸ່ມຊື່ນຂອງຮ່າງກາຍ, ການດື່ມນໍ້າບໍ່ພຽງພໍນອກຈາກຈະເຮັດໃຫ້ຮ່າງກາຍຂາດນໍ້າແລ້ວ ຍັງເຮັດໃຫ້ປາກແຫ້ງ, ວິນຫົວ ແລະ ເຮັດໃຫ້ທ້ອງຜູກໄດ້.

อาจเป็นรูปภาพของ 1 คน

– ເກີດຈາກພະຍາດຜິວໜັງເຊັ່ນ: ເປັນພະຍາດຜິວໜັງອັກເສບ, ພະຍາດແພ້ພູມຕົນເອງຈົນເຮັດໃຫ້ປາກແຫ້ງໄດ້.

▶ວິທີຮັກສາປາກແຫ້ງແຕກໃນລະດູໜາວມີດັ່ງນີ້:

– ສໍາຜັດກັບແສງແດດ ຫຼື ລົມໜາວໃຫ້ໜ້ອຍລົງ ຖ້າບໍ່ຈໍາເປັນ

– ບໍ່ຄວນເລຍຮີມສົບ, ກັດປາກ, ລອກປາກ ເພາະຈະເຮັດໃຫ້ສູນເສຍຄວາມຊຸ່ມຊື່ນ ແລະ ເຮັດໃຫ້ຮີມສົບລອກ ແລະ ແຫ້ງກວ່າເກົ່າ.

– ຫຼີກລ່ຽງຜະລິດຕະພັນ ຫຼື ສິ່ງທີ່ເຮັດໃຫ້ເກີດການລະຄາຍເຄືອງ ເຊັ່ນ: ຜະລິດຕະພັນດູແລຜິວທີ່ມີສານລະຄາຍເຄືອງ ຫຼື ນໍ້າຫອມ.

 

– ຄວນດື່ມນໍ້າໃຫ້ຫຼາຍໆ ເພື່ອປ້ອງກັນຮ່າງກາຍຂາດນໍ້າ, ຮັກສາຄວາມຊຸ່ມຂອງຜິວ ແລະ ຮີມສົບ ໂດຍການດື່ມນໍ້າໃຫ້ພຽງພໍມື້ລະ

8 – 10 ຈອກ ຢ່າງສະໝໍ່າສະເໝີ.

– ໃຊ້ຜະລິດຕະພັນທີ່ໃຫ້ ຄວາມຊຸ່ມເປັນປະຈໍາ ເພື່ອປ້ອງກັນແສງແດດ ແລະ ປ້ອງກັນອາກາດໜາວເຢັນ.

ຂໍ້ມູນຈາກ: Eucerin