ຂັ້ນຕອນການວາງແຜນກະສຽນ ( ເຄື່ອງມືທີ່ໃຊ້ໃນການລົງທຶນກ່ອນການກະສຽນ (III) )

69

ການລົງທຶນແມ່ນສິ່ງທີ່ຈຳເປັນ ແລະ ສຳຄັນຕໍ່ກັບການວາງແຜນເພື່ອການກະສຽນເພາະວ່າການທີ່ເຮົາຈະສາມາດກະສຽນໄດ້ໄວ ຫຼື ຊ້ານັ້ນ ຜົນສຳເລັດຈາກການລົງທຶນແມ່ນເປັນໜຶ່ງໃນຕົວແປສຳຄັນ ເຊິ່ງການທີ່ເຮົາຈະປະສົບຜົນສຳເລັດຈາກການລົງທຶນໄດ້ນັ້ນ ເຮົາຕ້ອງມີຄວາມຮູ້ດ້ານການລົງທຶນກ່ອນ. ການລົງທຶນນັ້ນແມ່ນມີຢູ່ຫຼາກຫຼາຍຮູບແບບ, ຫຼາຍປະເພດ ເຊິ່ງສາມາດແບ່ງອອກໄດ້ເປັນ 2 ຮູບການລົງທຶນ ຄື: ຮູບການລົງທຶນທາງກົງ ແລະ ຮູບການລົງທຶນທາງອ້ອມ.

อาจเป็นรูปภาพของ ข้อความ

ຜ່ານມາເຮົາໄດ້ນຳສະເໜີກ່ຽວກັບຮູບການລົງທຶນທາງກົງໄປແລ້ວ ສຳລັບອາທິດນີ້ເຮົາຈະສະເໜີກ່ຽວກັບຮູບການລົງທຶນທາງອ້ອມ.
ຮູບການລົງທຶນທາງອ້ອມ ແມ່ນໝາຍເຖິງການລົງທຶນຜ່ານຜູ້ບໍລິຫານ ຫຼື ການຈັດຕັ້ງຂອງກອງທຶນຕ່າງໆ ໂດຍຮູບການລົງທຶນທາງອ້ອມ ແມ່ນປະກອບມີຢູ່ 3 ຮູບແບບ ຄື: ກອງທຶນປະກັນສັງຄົມແຫ່ງຊາດ, ການອຸດໜູນບຳນານ ແລະ ບຳເນັດ. ເຊິ່ງໃນມື້ນີ້ເຮົາຈະພາມາຮູ້ຈັກກັບ ກອງທຶນປະກັນສັງຄົມແຫ່ງຊາດ ວ່າເປັນແນວໃດ.

ກອງທຶນປະກັນສັງຄົມແຫ່ງຊາດ ( ກປຊ ) ແມ່ນກອງທຶນສະສົມເງິນສົມທົບຂອງລັດຖະບານ, ຜູ້ໃຊ້ແຮງງານ, ຜູ້ອອກແຮງງານ, ຜູ້ປະກອບອາຊີບສ່ວນບຸກຄົນ ແລະ ຜູ້ສະໝັກໃຈ ເພື່ອນຳໃຊ້ເຂົ້າໃນການອຸດໜູນປະກັນສັງຄົມ ຕາມທີ່ໄດ້ກໍານົດໃນຜົນປະໂຫຍດທີ່ຈະໄດ້ຮັບໃນແຕ່ລະປະເພດຂອງການອຸດໜູນ ເຊັ່ນ: ການອຸດໜູນປິ່ນປົວສຸຂະພາບ, ການອຸດໜູນອອກລູກ ຫຼື ຫຼຼຸລູກ, ການອຸດໜູນປ່ວຍການ ( ໃນເວລາເຈັບປ່ວຍ ), ອຸດໜູນເສຍອົງຄະ, ອຸດໜູນບຳນານ, ອຸດໜູນເສຍຊີວິດ ແລະ ການອຸດໜູນສະມາຊິກຄອບຄົວ.

อาจเป็นรูปภาพของ 1 คน, ทารก, โรงพยาบาล และ ข้อความ

ການເຂົ້າກອງທຶນປະກັນສັງຄົມແຫ່ງຊາດຕ່າງກໍມີຂໍ້ດີ ແລະ ຂໍ້ເສຍ ໂດຍຂໍ້ດີຂອງກອງທຶນປະກັນສັງຄົມແມ່ນປະກອບມີຄື:
ໃນກໍລະນີທີ່ທ່ານເກີດອຸບັດຕິເຫດແຮງງານ, ພະຍາດ, ອາຊີບ ຫຼື ອຸບັດເຫດອື່ນໆ ທີ່ມີການເສຍກໍາລັງແຮງງານ ຫຼື ເສຍອົງຄະ ທ່ານຈະໄດ້ຮັບເງິນອຸດໜູນເສຍກຳລັງແຮງງານຊົ່ວຄາວ; ໄດ້ຮັບສິດປິ່ນປົວສຸຂະພາບຕາມລະບົບອຸດໜູນປິ່ນສຸຂະພາບຂອງ ກປຊ; ສາມາດປິ່ນປົວສຸຂະພາບຢູ່ຕ່າງປະເທດ ໂດຍມີເງື່ອນໄຂຄື: ເກີດເຈັບກະທັນຫັນໃນເວລາທີ່ໄປເຄື່ອນໄຫວວຽກທາງລັດຖະການໄລຍະສັ້ນຢູ່ຕ່າງປະເທດ, ການເຈັບປ່ວຍທີ່ມີ ຄວາມຈໍາເປັນທາງດ້ານການແພດ ໂດຍການສະເໜີຈາກໂຮງໝໍຄູ່ສັນຍາ.

อาจเป็นรูปภาพของ 6 คน

ກໍລະນີທີ່ທ່ານອອກລູກ ຫຼື ຫຼຸລູກ, ລູກຕາຍໃນທ້ອງ ຫຼັງຈາກຖືພາບໍ່ຕ່ຳກວ່າ 3 ເດືອນ, ຜູ້ປະກັນຕົນເພດຍິງ ຫຼື ເມຍຜູ້ປະກັນຕົນ ທີ່ບໍ່ໄດ້ປະກອບອາຊີບໃດໜຶ່ງຈະໄດ້ຮັບເງິນບຳເນັດອອກລູກ ຫຼື ຫຼຸລູກ; ໃນກໍລະນີທີ່ທ່ານປ່ວຍ ແລະ ຖືກຢຸດຈ່າຍເງິນເດືອນຊົ່ວຄາວ ໃນໄລຍະພັກວຽກ ທ່ານກໍຍັງຈະໄດ້ຮັບເງິນອຸດໜູນປ່ວຍການ; ສະມາຊິກ ກປຊ ຈະໄດ້ຮັບເງິນອຸດໜູນວ່າງງານກໍລະນີມີການລົ້ມລະລາຍຂອງຫົວໜ່ວຍແຮງງານ ຫຼື ການລະດົມໃຫ້ອອກຈາກວຽກ ຫຼື ຫົວໜ່ວຍແຮງງານຕ້ອງການຫຼຸດຈຳນວນແຮງງານ ຍ້ອນວິກິດການດ້ານການເມືອງ ແລະ ເສດຖະກິດ ທີ່ເຮັດໃຫ້ກະທົບຕໍ່ການດໍາເນີນທຸລະກິດ; ກໍລະນີທີ່ທ່ານມີໜັງສືຢັ້ງຢືນການເສຍຊີວິດຂອງຜູ້ປະກັນຕົ້ນທີ່ຖືກຕ້ອງ ເມຍ ຫຼື ຜົວ ແລະ ລູກຈະໄດ້ຮັບເງິນອຸດໜູນຊາປະນະກິດສົບ ແລະ ເງິນອຸດໜູນຄອບຄົວ ເຊິ່ງການອຸດໜູນສະມາຊິກຄອບຄົວແມ່ນການສະໜອງເງິນອຸດໜູນເປັນລາຍເດືອນໃຫ້ ຜົວ ຫຼື ເມຍ, ລູກ, ພໍ່ ແລະ ແມ່ ຂອງຜູ້ເສຍຊີວິດ.

ສຳລັບຂໍ້ເສຍຂອງກອງທຶນປະກັນສັງຄົມແມ່ນປະກອບມີຄື: ຕ້ອງໄດ້ສົມທົບເງິນເຂົ້າ ກອງທຶນປະກັນສັງຄົມເປັນປະຈຳຕາມແຕ່ລະໄລຍະ; ອາດຈະບໍ່ໄດ້ຮັບການຄຸ້ມຄອງທັງໝົດ ໃນບາງກໍລະນີ ແລະ ຂອບເຂດການຄຸ້ມຄອງແມ່ນ ພາຍໃນປະເທດເທົ່ານັ້ນ ( ຍົກເວັ້ນກໍລະນີທີ່ໄດ້ລະບຸໄວ້ຂ້າງເທິງ ).

ໂດຍ: ຕລຊລ