ພູຜາ ນັກເທັນນິສເຍົາວະຊົນລາວ ໂດດເດັ່ນອີກຄັ້ງເຂົ້າຮອບຮອງຊະນະເລີດລາຍການ ເບຍລາວ ໂອເພັນ

42

ພູຜາ ຈັນທະວົງ ນັກກິລາໜຸ່ມນ້ອຍ ດີກຣີແຊ໋ມ ເທັນນິດ ເບຍລາວ ໂອເພັນ 2 ສະໄໝຕິດຕໍ່ກັນ ໂດຍສະເພາະແຊ໋ມ ໃນຮຸ່ນອາຍຸ 8 ປີ ແລະ ຫຼ້າສຸດປີກາຍນີ້ 2022 ສາມາດຄວ້າແຊ໋ມ ໃນຮຸ່ນອາຍຸ 10 ປິ ໃນຊີຊັນ 2023 ພູມ ໄດ້ສືບຕໍ່ລົງແຂ່ງຂັນ ໃນລາຍການດັ່ງກ່າວ ຊຶ່ງມີນັກກິລາເຂົ້າຮ່ວມ 16 ຄົນ ແລະ ຜົນງານໃນຮອບຄັດເລືອກ ແມ່ນໂຊກດີຈັບໄດ້ເນີດ ແລະ ຮອບສອງກໍສາມາດເອົາຊະນະ ເອກກະລາດ 2-0 ເຊັດ ດ້ວຍຄະແນນ 4-1 ແລະ 4-2 ຄະແນນ ທະລຸເຂົ້າໄປຢືນລໍຖ້າໃນຮອບຮອງຊະນະເລີດ ຫຼື ຮອບ 4 ຄົນສຸດທ້າຍເປັນທີ່ຮຽບຮ້ອຍ.

ພູມ ເປັນນັກກິລາພອນສະຫວັນ ແລະ ພອນສະແຫວງ ມາແຕ່ເກີດ ນອກຈາກຈະເປັນນັກກິລາເທັນນິດແລ້ວ ພູມ ກໍຍັງເປັນລູກສິດເອກ ຂອງ ອາຈານ ບຸນລັບ ເຄນກິຕິສັກ ອະດິດຊຸບເປີສະຕານັກກິລາບານເຕະທີມຊາດລາວ ໃນຍຸກ 1980 ຈົນເຖິງປີ 1999 ພູມ ເປັນລູກຊາຍຫຼ້າຂອງທ່ານ ພອນເພັງ ຈັນທະວົງ ເຈົ້າຂອງສູນຈຳໜ່າຍເຄື່ອງວັດສະດຸກໍ່ສ້າງຄົບວົງຈອນ ເຂດ 450 ປີ ປັດຈຸບັນຮຽນທີ່ໂຮງຮຽນນາໆ ກຽດຕິສັກ ເປັນເດັກນ້ອຍທີ່ສະລຽວສະຫຼາດ ນອກຈາກຈະຮຽນດີຮຽນເດັ່ນແລ້ວ ກໍຍັງໂດດເດັ່ນໃນວົງການບານເຕະ ແລະ ເທັນນິດ ໃນສປປ ລາວ ປັດຈຸບັນມີອາຍຸ 10 ປີເຕັມ ແຕ່ໄດ້ສ້າງຜົນງານຢ່າງຫຼວງຫຼາຍ ໂດຍສະເພາະສາມາດປ້ອງກັນແຊ໋ມ ກິລາເທັນນິດ ເບຍລາວ ໂອເພັນ 2021 ແລະ 2022 ນອກນັ້ນ ກໍຍັງຊ່ວຍຕົ້ນສັງກັດ ສະໂມສອນ ບານເຕະ ວຽງຈັນ ເອັບທີ ແລະ ຊ່ວຍ ມາສດ້າ ສ້າງຜົນງານຄວ້າແຊ໋ມລາຍການໃຫຍ່ໆ ທີ່ປະເທດເພື່ອນບ້ານ ໄທ ອີກດ້ວຍ.