ໄຕມາດ 3 ກຳປູເຈຍ ດຶງດູດການລົງທຶນໄດ້ 3,16 ຕື້ໂດລາ

37

ເວັບໄຊສຳນັກຂ່າວ khmer timeskh.com ລາຍງານວ່າ: ຕາມການລາຍງານຂອງສະພາເພື່ອການພັດນາກຳປູເຈຍ ( CDC ) ໃຫ້ຮູ້ວ່າ ກໍາປູເຈຍ ດຶງດູດການລົງທຶນໃນຊັບສິນຖາວອນ ເກືອບ 3,76 ຕື້ໂດລາ ໃນໄລຍະໄຕມາດ 3 ປີນີ້ ເພີ່ມຂຶ້ນ 8,6% ຈາກ 3,46 ຕື້ໂດລາ ໃນໄລຍະດຽວກັນຂອງປີທີ່ແລ້ວ.

CDC ໄດ້ອະນຸມັດການລົງທຶນ 191 ໂຄງການ ໃນໄລຍະເດືອນ 7 – 9 ປີນີ້ ເພີ່ມຂຶ້ນ 27% ຈາກ 150 ໂຄງການ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ໃນນີ້, ມີ 141 ໂຄງການ ທີ່ລົງທຶນຢູ່ນອກເຂດເສດຖະກິດພິເສດ ແລະ 50 ໂຄງການຢູ່ໃນເຂດເສດຖະກິດພິເສດ.

ຂະນະທີ່, ສປ ຈີນ ຍັງເປັນປະເທດລາຍໃຫຍ່ໃນການລົງທຶນຢູ່ກຳປູເຈຍ. ນອກນີ້, ກໍມີມາເລເຊຍ, ໝູ່ເກາະບຣິຕິສ, ເວີຈິນ, ສິງກະໂປ ແລະ ຫວຽດນາມ.

ກຳປູເຈຍ ໄດ້ຄາດການວ່າ: ຈະສາມາດດຶງດູດການລົງທຶນໄດ້ຫຼາຍຂຶ້ນອີກ ເນື່ອງຈາກນັກລົງທຶນທັງໃນປະເທດ ແລະ ຕ່າງປະເທດເບິ່ງເຫັນສັກກະຍະພາບຂອງສິດທິພິເສດທາງການຄ້າ ທີ່ປະເທດມີ ເປັນຕົ້ນ ຂໍ້ຕົກລົງຫຸ້ນສ່ວນທາງເສດຖະກິດລະດັບພາກພື້ນ ( RCEP ), ເຂດການຄ້າເສລີກຳປູເຈຍ – ຈີນ, ເຂດການຄ້າເສລີກຳປູເຈຍ – ສ.ເກົາຫຼີ ແລະ ການບັງຄັບໃຊ້ກົດໝາຍການລົງທຶນສະບັບໃໝ່ທີ່ເອື້ອອໍານວຍ.

ລັດຖະບານກຳປູເຈຍ ກຳລັງດຶງດູດການລົງທຶນໃໝ່ຈາກຕ່າງປະເທດ ເພື່ອອັດສີດການລົງທຶນໃນກຳປູເຈຍ ແນໃສ່ການສ້າງງານ ແລະ ລາຍໄດ້ໃຫ້ກັບປະຊາຊົນ ໂດຍສະເພາະການສົ່ງເສີມການເຕີບໂຕທາງເສດຖະກິດຂອງປະເທດ.