ອັດຕາເງິນເຟີ້ເອີໂຣໂຊນ ຫຼຸດລົງເຫຼືອ 5,2% ໃນເດືອນສິງຫາຜ່ານມາ

48

ເວັບໄຊ euronews.com ລາຍງານວ່າ: ອັດຕາເງິນເຟີ້ລາຍປີໃນເອີໂຣໂຊນ ໄດ້ຮັບການແກ້ໄຂຫຼຸດລົງໃນເດືອນສິງຫາ ເປັນ 5,2% ຕາມຕົວເລກຫຼ້າສຸດຈາກ Eurostat ທີ່ເຜີຍແຜ່ເມື່ອວັນທີ 19 ກັນຍາຜ່ານມາ ເຊິ່ງໃຫ້ເຫັນວ່າລາຄາຜູ້ບໍລິໂພກທີ່ສູງຂຶ້ນຕໍ່າກວ່າໃນເດືອນກໍລະກົດ 1%.

ອັດຕາເງິນເຟີ້ໃນ 20 ປະເທດໃນເອີໂຣໂຊນ ຫຼຸດລົງເຄິ່ງໜຶ່ງ ນັບຕັ້ງແຕ່ຢູ່ລະດັບສູງສຸດເປັນປະຫວັດການ ທີ່ 10,6% ໃນເດືອນຕຸລາ 2022 ເຊິ່ງເປັນໄລຍະທີ່ຜົນກະທົບຂອງສົງຄາມຣັດເຊຍ – ອູແກຣນ ທີ່ມີຕໍ່ລາຄາແກ໊ສ ແລະ ນໍ້າມັນ ໃນລະດັບສູງສຸດ.

ຢ່າງໃດກໍຕາມ, ເຖິງຈະຫຼຸດລົງ ແຕ່ອັດຕາເງິນເຟີ້ຍັງສູງກວ່າເປົ້າໝາຍ 2% ຂອງທະນາຄານກາງເອີຣົບ ( ECB ). ສຳລັບສະຫະພາບເອີຣົບອັດຕາເງິນເຟີ້ 5,9% ໃນເດືອນສິງຫາ ຫຼັງຈາກ 6,1% ໃນເດືອນກໍລະກົດ ຖືວ່າເປັນຄວາມພະຍາຍາມທີ່ຈະຢັບຢັ້ງການເພີ່ມຂຶ້ນລາຄາຜູ້ບໍລິໂພກທີ່ບໍ່ເຄີຍມີມາກ່ອນ ເພື່ອໃຫ້ຮັດກຸມຂຶ້ນກວ່າເກົ່າ.

ກ່ອນໜ້ານີ້, ECB ກໍໄດ້ປັບຂຶ້ນອັດຕາດອກເບ້ຍມາດຕະຖານ ເປັນ 4% ເຊິ່ງເປັນລະດັບສູງສຸດນັບຕັ້ງແຕ່ປີ 1999; ແຕ່ຄວາມຮຸນແຮງຂອງການຊະລໍຕົວທາງເສດຖະກິດໄດ້ຮຸນແຮງຂຶ້ນຈາກການເພີ່ມຂຶ້ນຂອງອັດຕາດອກເບ້ຍ ແລະ ກຳລັງຈຸດປະກາຍໃຫ້ເກີດການຖົກຖຽງກັນວ່າ ການເຂັ້ມງວດຄວນດຳເນີນຕໍ່ໄປ ຫຼື ບໍ່.

ພ້ອມນີ້, ຄະນະກຳມາທິການເອີຣົບ ( EC ) ກໍໄດ້ປັບຫຼຸດການຄາດການ ການເຕີບໂຕທາງເສດຖະກິດຂອງເອີໂຣໂຊນ ລົງ 0,3 ຈຸດ ເຫຼືອ 0,8% ໃນປີ 2023 ແລະ 1,3% ໃນປີ 2024.

ຂະນະດຽວກັນ, ກໍມີຄາດການວ່າ: ລາຄາຜູ້ບໍລິໂພກຈະເພີ່ມຂຶ້ນເປັນ 5,6% ໃນປີ 2023 ( -0,2 ຈຸດ ທຽບກັບການຄາດການຄັ້ງກ່ອນໃນເດືອນພຶດສະພາ ) ແລະ 2,9% ໃນປີ 2024 ( +0,1 ຈຸດ).