ຄັ້ງທໍາອິດຮອບ 7 ປີ! 12 ສະໂມສອນຮ່ວມຊີງໄຊ ການແຂ່ງຂັນຟຸດຊໍ ລີກ 2023

29

ສະຫະພັນບານເຕະແຫ່ງຊາດລາວ ກຽມຈັດການແຂ່ງຂັນຟຸດຊໍ ລີກ ປະຈຳປີ 2023 ( FUTSAL LAO LEAGUE 2023 ) ເຊິ່ງຈະເລີ່ມແຂ່ງຂັນຕັ້ງແຕ່ວັນທີ 9 ກັນຍາ ຫາ 19 ພະຈິກ 2023 ໂດຍຈະໃຊ້ສະໜາມກີລາຟຸດຊໍ ສະຫະພັນບານເຕະແຫ່ງຊາດລາວ ເປັນສະຫນາມແຂ່ງຂັນ, ໂດຍມີ 12 ທີມເຂົ້າຮ່ວມການແຂ່ງຂັນຄື:

1.ເບ ສະຫວັນ
2.ທີເອັມ
3.ມາສດ້າ ຈີບີ
4.ບຸມີ ເຟີນີເຈີ
5.ເຫນືອ – ໃຕ້

6.ຄິງດອມ
7.ຊີທີເອ ພາວເວີ້
8.ເອຟເອຈເອວ
9.ນະຄອນຫຼວງ
10.ເລີບ ສະປາ
11.ວີເຊີນ
12.ອາສາ ພາວເວີ່

ສຳລັບຮູບແບບການແຂ່ງຂັນຄັ້ງນີ້ແມ່ນແຂ່ງຂັນແບບພົບກັນຫມົດ 1 ຮອບ ເກັບຄະແນນ ລວມທັງຫມົດມີ 66 ນັດ ສະເລ່ຍ 11 ນັດ / ທີມ ເຊິ່ງການແຂ່ງຂັນຟຸດຊໍ ລີກ ແມ່ນຈັດການແຂ່ງຂັນຄັ້ງຫຼັງສຸດໃນປີ 2017 ໂດຍມີທັງຫມົດ 10 ທີມ ເຊິ່ງຄັ້ງດັ່ງກ່າວ ອັນດັບ 1 ແມ່ນ ສົມສະນຸກຟາມ ລົງສະຫນາມ 9 ນັດ ຊະນະ 9 ນັດ ມີ 27 ຄະແນນ ຂະນະທີ່ລາງວັນປະເພດຕ່າງໆປະກອບມີ: ລາງວັນທີມມາລະຍາດດີເດັ່ນ ທີມ ມະຫາວິທະຍາໄລວິທະຍາດສຸຂະພາບ ແລະ ນັກເຕະຍິງປະຕູສູງສຸດ ໂຕນ້າ ບຸນມະໄລ ຈາກ ທີມ ເອັສ ທີ ທີ ເອຟຊີ ຍິງໄດ້ 54 ປະຕູ.

ສໍາລັບ ຕາຕະລາງ ການແຂ່ງຂັນຟຸດຊໍ ລີກ 2023 ໃນອາທິດທີ 1 ມີຄື:
+ ວັນເສົາ 09/09/2023
– ເວລາ 14:00 ເບ ສະຫວັນ ພົບ ທີເອັມ
– ເວລາ 16:00 ມາສະດາ ຈີບີ ພົບ ບຸນມີ ເຟີນີເຈີ
– ເວລາ 18:00 ເຫນືອ – ໃຕ້ ພົບ ຄິງດອມ

+ ວັນອາທິດ 10/09/2023
– ເວລາ 14:00 ຊີທີເອ ພາວເວີ້ ພົບ ເອຟເອຈເອວ
– ເວລາ 16:00 ນະຄອນຫຼວງ ພົບ ເລີບ ສະປາ
– ເວລາ 18:00 ວີເຊີນ ພົບ ອາສາ ພາວເວີ່.