ບີວາຍດີ ມີກຳໄລເພີ່ມຂຶ້ນກວ່າ 2 ເທົ່າ

19

ສຳນັກຂ່າວ AFP ລາຍງານວ່າ BYD ບໍລິສັດຜະລິດລົດໄຟຟ້າຊັ້ນນຳຂອງ ສປ ຈີນ ໄດ້ເປີດເຜີຍຜົນປະກອບການ ຍອດກຳໄລສຸດທິ ໃນ 6 ເດືອນຕົ້ນປີ 2023 ເພີ່ມຂຶ້ນກວ່າ 2 ເທົ່າ, ຫຼັງຍອດຂາຍເພີ່ມຂຶ້ນ ທ່າມກາງຄວາມຕ້ອງການລົດໄຟຟ້າໃນຍຸກນ້ຳມັນແພງ.

ໃນຖະແຫຼງການຂອງບໍລິສັດ ວີວາຍດີ ທີ່ສົ່ງເຖິງຕະຫຼາດຫຼັກຊັບຮົງກົງ ລະບຸວ່າ: ໃນ 6 ເດືອນຕົ້ນປີ 2023 ບໍລິສັດ ວີວາຍດີ ມີກຳໄລສຸດທິເພີ່ມຂຶ້ນຫຼາຍກວ່າ 10.950 ລ້ານຢວນ ເພີ່ມຂຶ້ນ 205% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ໂດຍຜົນກຳໄລດັ່ງກ່າວເປັນໄປຕາມການຄາດການຂອງບໍລິສັດທີ່ຄາດວ່າ ຈະຕົກຢູ່ປະມານ 10.500 – 11.700 ລ້ານຢວນ. ໃນຂະນະທີ່ຍອດຂາຍໃນ 6 ເດືອນຕົ້ນປີນີ້ ກໍເພີ່ມຂຶ້ນ 73% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຢູ່ທີ່ 260.100 ລ້ານຢວນ. ນອກຈາກນີ້ ບໍລິສັດ ວີວາຍດີ ຍັງກາຍເປັນຜູ້ຜະລິດລົດໄຟຟ້າລາຍໃຫຍ່ທີ່ສຸດຂອງໂລກ.

ທັງນີ້, ບໍລິສັດ BYD ຕ້ອງການຜະລິດ ແລະ ຈຳໜ່າຍລົດໄຟຟ້າ ແລະ ໄຮບຣິດ ເປັນສ່ວນໃຫຍ່ ພາຍໃນປີ 2035, ໃນຂະນະດຽວກັນລັດຖະບານຈີນ ກໍສະໜັບສະໜູນໃຫ້ປະຊາຊົນຫັນມານຳໃຊ້ລົດໄຟຟ້າຫຼາຍຂຶ້ນ.