ລາຄານໍ້າມັນດິບປັບຂຶ້ນ

22

ລາຄານໍ້າມັນດິບເວັດເທັກຊັດ ຫລື WTI ສົ່ງມອບເດືອນມິຖຸນາ ປິດຕະຫລາດວັນພຸດ ທີ8ພຶດສະພາ ປັບຂຶ້ນ61ເຊັນ ປິດທີ່ 78,99ໂດລາສະຫະລັດຕໍ່ບາເຣລ; ຂະນະທີ່ລາຄານໍ້າມັນດິບເບຣນ ງວດສົ່ງມອບເດືອນກໍລະກົດ ເພີ່ມຂຶ້ນ42ເຊັນປິດທີ່ 83,58ໂດລາສະຫະລັດຕໍ່ບາເຣລ.
ສຳນັກງານດ້ານພະລັງງານຂອງລັດຖະບານສະຫະລັດອາເມຣິກາ ໄດ້ເປີດເຜີຍຄັງນໍ້າມັນດິບຫຼຸດລົງ 1,4 ລ້ານບາເຣລ ໃນອາທິດຜ່ານມາ ຄະນະທີ່ນັກວິເຄາະຄາດຄະເນວ່າຈະຫຼຸດລົງ1,1ລ້ານບາເຣລ.
ລາຄານໍ້າມັນດິບປັບຕົວລົງໃນຕອນທຳອິດທ່າມກາງຄວາມກັງວົນກ່ຽວກັບຄັງນໍ້າມັນສຳຮອງທີ່ເພີ່ມຂຶ້ນໃນສະຫະລັດ ເຊິ່ງບົງຊີ້ເຖິງຄວາມຕ້ອງການທີ່ຫລຸດລົງ
ການປັບຂຶ້ນຂອງລາຄານໍ້າມັນດິບຍັງເກີດຈາກຄວາມກັງວົນຂອງນັກລົງທຶນທີ່ກຳລັງຕິດຕາມສະຖານະການຕາເວັນອອກກາງຢ່າງໃກ້ຊິດ ຫຼັງຈາກການເຈລະຈາຢຸດຍິງລະຫວ່າງອິດສະຣາແອນ ກັບກຸ່ມຮາມາສ ຍັງບໍ່ບັນລຸຜົນ.