ສຳັພນລາວ-ຈີນໜຽວແໜ້ນ ວັກແພດຈີນ ບໍລິການຟຣີພະນັກງານທາງລົດໄຟ

38

ເນື່ອງໃນໂອກາດ “ວັນແພດຈີນ” ຄັ້ງທີ VI ຄະນະນາຍແພດຜູ້ຊ່ຽວຊານຈີນ ໄດ້ຈັດກິດຈະກໍາ “ກວດສຸຂະພາບດ້ວຍຮັກ” ໃຫ້ແກ່ພະນັກງານທາງລົດໄຟໂດຍບໍ່ເສຍຄ່າ ເພື່ອຮັບປະກັນໃຫ້ພະນັກງານຂອງທາງລົດໄຟລາວ-ຈີນມີສຸຂະພາບທີ່ແຂງແຮງ, ມີຄວາມພ້ອມ ແລະ ກຳລັງຫ້າວຫັນໃນການປະຕິບັດໜ້າທີ່.

May be an image of 9 people and text that says '热烈庆祝第六个 ”中国医师节”! LCR 老中铁路有限公司'

ໃນວັນທີ 19 ສິງຫາທີ່ຜ່ານມາ ບໍລິສັດທາງລົດໄຟລາວ-ຈີນ ໄດ້ເຊີນຄະນະທີມແພດຈີນຜູ້ຊ່ຽວຊານ ຈຳນວນ 8 ທ່ານທີ່ມາຊ່ວຍເຫຼືອຢູ່ລາວເດີນທາງຈາກສະຖານີນະຄອນຫຼວງວຽງຈັນໄປຍັງສະຖານີວັງວຽງ ເພື່ອຈັດກິດຈະກຳປິ່ນປົວພະຍາດໂດຍບໍ່ເສຍຄ່າໃຫ້ແກ່ພະນັກງານທາງລົດໄຟ. ກິດຈະກຳດຳເນີນໄປດ້ວຍບັນຍາກາດອົບອຸ່ນ ແລະ ຄວາມເອົາໃຈໃສ່ຂອງແພດໝໍໃນການກວດພະຍາດໃຫ້ແກ່ພະນັກງານທົ່ວໜ້າ, ພໍແຕ່ມາຮອດສະຖານີວັງວຽງ, ທີມແພດຈີນຜູ້ຊ່ຽວຊານກໍຮີບລົງຈາກລົດ ແລະ ເລີ່ມກວດສຸຂະພາບຢ່າງວ່ອງໄວໃຫ້ແກ່ພະນັກງານທາງລົດໄຟທີ່ມາລໍຖ້າຢູ່ໃນຫ້ອງລໍຖ້າຂອງສະຖານີວັງວຽງ.

May be an image of 9 people, people studying, table and text

ທີມຜູ້ຊ່ຽວຊານແພດໝໍໄດ້ວັດແທກຄວາມດັນເລືອດ, ອັດຕາການເຕັ້ນຫົວໃຈຂອງພະນັກງານແຕ່ລະຄົນ, ໃຫ້ຄຳປຶກສາບັນຫາສຸຂະພາບ, ຮັບຟັງເຖິງປະຫວັດຂອງຄົນເຈັບ ແລະ ແນະນຳວິທີການໃຊ້ຢາໃຫ້ແກ່ຄົນເຈັບຢ່າງລະອຽດ, ພ້ອມທັງໃຫ້ຄວາມຮູ້ດ້ານການປະຖົມພະຍາບານເບື້ອງຕົ້ນເຊັ່ນ: ການເຮັດ PCR; ເຜີຍແຜ່ຄວາມຮູ້ ແລະ ຂໍ້ຄວນລະວັງໃນການປ້ອງກັນພະຍາດທີ່ມັກເກີດໃນສະພາບອາກາດຮ້ອນເຊັ່ນ: ພະຍາດລົມແດດ, ໄຂ້ເລືອດອອກເປັນຕົ້ນ.

 

ນອກນີ້, ກໍໃຫ້ຄວາມຮູ້ດ້ານການຮັກສາສຸຂະພາບ ແລະ ອາຫານການກິນເພື່ອປ້ອງກັນພະຍາດຊ້ຳເຮື້ອຕ່າງໆເຊັ່ນ: ພະຍາດຄວາມດັນເລືອດສູງ ແລະ ພະຍາດເບົາຫວານ; ພ້ອມທັງໄດ້ວິເຄາະເຖິງສາເຫດຂອງການເກີດຕິດເຊື້ອໄຂ້ຍຸງລາຍ ແລະ ມາລາເລຍ ທີ່ກຳລັງແຜ່ຫຼາຍໃນປະເທດລາວ ແລະ ໄດ້ໃຫ້ຄຳແນະນຳເຖິງວິທີປ້ອງກັນຢ່າງມີວິທະຍາສາດອີກດ້ວຍ.